Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII

Posted on 02/07/202002/07/2020 By All in LAOS No Comments on ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII

ສະພາແຫ່ງຊາດ: ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງທີ່ດຳເນີນມາເປັນເວລາ 7 ວັນ ແຕ່ວັນທີ 24 ມິຖຸນາ-2 ກໍລະກົດ 2020, ໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແລະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີການນຳຂັ້ນສູງຂອງພັກ-ລັດ, ຄະນະລັດຖະບານ, ອົງການຈັດຕັ້ງພັກ-ລັດ, ພະນັກງານອາວຸໂສ ບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ ຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ກ່າວສູນທອນພົດອັດກອງປະຊຸມ ໂດຍທ່ານໄດ້ໃຫ້ຮູ້ວ່າ: ຕະຫລອດໄລຍະເວລາ 6 ວັນ ເຄິ່ງຂອງການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII, ສະມາຊິກສະພາແຫ່ງຊາດໃນນາມເປັນຕົວແທນໃຫ້ແກ່ສິດແລະຜົນປະໂຫຍດອັນຊອບທໍາຂອງປະຊາຊົນລາວບັນດາເຜົ່າ ໄດ້ຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າ, ປະກອບຄໍາເຫັນໃສ່ທຸກເນື້ອໃນທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ແມ່ນມີຄວາມສອດຄ່ອງກັບສະພາບຄວາມເປັນຈິງ, ມີບ່ອນອີງທາງດ້ານນະໂຍບາຍ, ກົດໝາຍ, ມີຂໍ້ມູນເຊິ່ງໄດ້ຈາກຜົນການຕິດຕາມກວດກາການປະຕິບັດລັດຖະທໍາມະນູນ ແລະ ກົດໝາຍຂອງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ຕໍ່ອົງການລັດ ຕາມຂອບເຂດສິດໜ້າທີ່ຂອງຕົນ. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງ ເອົາ 4 ມະຕິດັ່ງນີ້:

ມະຕິວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດແລະແຜນເງິນຕາ 5 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ 2020 ແລະ ແຜນດັດແກ້ບັນດາຄາດໝາຍເສດຖະ ກິດມະຫາພາກ, ການຄ້າ, ການລົງທຶນ, ງົບປະມານ ແລະ ເງິນຕາ ໃນ 6 ເດືອນທ້າຍປີ 2020.

ກອງປະຊຸມສະແດງຄວາມຊົມເຊີຍມາຍັງລັດຖະບານ ທີ່ໄດ້ເອົາໃຈໃສ່ຊີ້ນໍາ ແລະ ຈັດຕັ້ງຜັນຂະຫຍາຍ ບັນດາມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ 19 ຢູ່ພາຍໃນປະເທດໄດ້ຢ່າງທັນການ ແລະ ມີປະສິດທິຜົນ, ສະເໜີມາຍັງລັດຖະບານຈົ່ງໄດ້ຮີບຮ້ອນວາງແຜນຈັດຕັ້ງຜັນຂະຫຍາຍບັນດາຄາດໝາຍ, ນະໂຍບາຍ ແລະ ມາດຕະການທີ່ໄດ້ກໍານົດໄວ້ໃນມະຕິກອງປະຊຸມສະພາຄັ້ງນີ້ ລົງສູ່ຂະແໜງການ ແລະ ທ້ອງຖິ່ນຮາກຖານໂດຍໄວ, ສຸມໃສ່ເຮັດໃຫ້ເສດຖະກິດມະຫາພາກ ສືບຕໍ່ມີສະຖຽນລະພາບ ແລະ ມີຄວາມສະຫງົບ,

ເອົາໃຈໃສ່ໂຄສະນາຢ່າງກວ້າງຂວາງ ເພື່ອສ້າງຈິດສໍານຶກຮັກຊາດ ແລະ ພັດທະນາ, ຫັນວິກິດການໃຫ້ເປັນໂອກາດ ໃນເງື່ອນໄຂທີ່ເສດຖະກິດ-ສັງຄົມ ມີຄວາມຫຍຸ້ງຍາກ, ສືບຕໍ່ຂຸດຄົ້ນ ແລະ ນໍາໃຊ້ທ່າແຮງບົ່ມຊ້ອນພາຍໃນປະເທດເພື່ອຍູ້ແຮງການຜະລິດທຸລະກິດ ແລະ ສົ່ງເສີມໃຫ້ຄົນລາວຫັນມາຊົມໃຊ້ຜະລິດຕະພັນລາວຢ່າງແຂງແຮງ.

ກະກຽມຄວາມພ້ອມຮອບດ້ານເພື່ອຈັດຕັ້ງປະຕິບັດແຜນຊຸກຍູ້ການຜະລິດລະດູຝົນໃນປີ 2020 ໃຫ້ທັນລະດູການ ແນໃສ່ຄໍ້າປະກັນທາງດ້ານສະບຽງອາຫານໃຫ້ພຽງພໍກັບການບໍລິໂພກພາຍໃນແລະເປັນສິນຄ້າສົ່ງອອກ, ກະກຽມແຜນຮັບມືກັບໄພພິບັດທໍາມະຊາດທີ່ອາດຈະເກີດຂຶ້ນໃນລະດູຝົນນີ້, ລວມທັງການແຜ່ລະບາດຂອງພະຍາດໂຄວິດ 19 ແລະ ພະຍາດຕາມລະດູການ, ຮັບປະກັນເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ມີຄວາມຍຸຕິທໍາ, ເສດຖະກິດ-ສັງຄົມສືບຕໍ່ມີການຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ ແລະ ຍົກສູງດີຂຶ້ນເປັນກ້າວໆ.

ມະຕິວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍພາສີສະບັບປັບປຸງ, ການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ, ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ.

ການປັບປຸງບາງມາດຕາຂອງບັນດາກົດໝາຍດັ່ງກ່າວ ຈະປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດ ຄຸ້ມຄອງເສດຖະກິດ-ສັງຄົມ ໃນຂົງເຂດວຽກງານດັ່ງກ່າວ ມີຄວາມສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມ, ການປົກປັກຮັກສາສິ່ງແວດລ້ອມໃນໄລຍະໃໝ່, ເປັນການປັບປຸງກົງຈັກ, ການບໍລິຫານລັດຕາມກົດໝາຍ ໃຫ້ມີປະສິດທິຜົນ; ມະຕິວ່າດ້ວຍຜົນການຕິດຕາມກວດກາຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການຄຸ້ມຄອງແລະນໍາໃຊ້ຊັບພະຍາກອນທໍາມະຊາດ (ການສໍາຫລວດ ແລະ ການຂຸດຄົ້ນ ແຮ່ທາດ, ຫີນແຮ່, ຫີນຜາແລະ ຊາຍ) ແລະ ມະຕິວ່າດ້ວຍຮັບຮອງ ທ່ານ ລີເບີ ລີບົວປາວ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ ເປັນກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ.

ເຖິງວ່າກອງປະຊຸມຄັ້ງນີ້ດໍາເນີນໃນໄລຍະສັ້ນກໍຕາມ ແຕ່ຍັງໄດ້ຈັດສັນເວລາ ຮັບຟັງການຕອບຄໍາຊັກຖາມ, ການຊີ້ແຈງຈາກທ່ານນາຍົກລັດຖະມົນຕີ, ລັດຖະມົນຕີຈາກ 4 ກະຊວງ ແລະ ຜູ້ວ່າການທະນາ ຄານແຫ່ງ ສປປ ລາວ ກ່ຽວກັບການກໍານົດນະໂຍບາຍ, ມາດຕະການສົ່ງເສີມການລົງທຶນ, ການຈັດເກັບລາຍຮັບ, ການຄຸ້ມຄອງອັດຕາແລກປ່ຽນ, ການສົ່ງເສີມການຜະລິດສະບຽງອາຫານ, ການແກ້ໄຂບັນຫາແຮງງານ, ການກໍານົດລາຄາກະແສໄຟຟ້າ ແລະ ບັນຫາອື່ນໆ ແນໃສ່ເຮັດໃຫ້ບັນດານະໂຍບາຍ ແລະ ມາດຕະການ ຂອງລັດຖະບານວາງອອກນັ້ນ ໄດ້ຮັບການຈັດຕັ້ງປະຕິບັດລົງສູ່ທ້ອງຖິ່ນຮາກຖານຢ່າງກວ້າງຂວາງ ແລະ ທັນເວລາ; ກອງປະຊຸມຍັງໄດ້ພິຈາລະນາການເຄື່ອນໄຫວວຽກງານ ຂອງຄະນະປະຈໍາສະພາແຫ່ງຊາດໄລຍະ 6 ເດືອນຕົ້ນປີ, ທິດທາງແຜນການ 6 ເດືອນທ້າຍປີ 2020 ແລະ ແຜນການຮອດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX.

ກອງປະຊຸມ ສະເໜີມາຍັງຄະນະປະຈໍາສະພາແຫ່ງຊາດເອົາໃຈໃສ່ຊີ້ນໍາກົງຈັກເສນາທິການ ກະກຽມເນື້ອໃນທີ່ຈະນໍາມາພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃຫ້ມີຄວາມເໝາະສົມ ແລະ ທັນຕາມກໍານົດເວລາ ແລະ ບັນຫາສຳຄັນອື່ນໆ.


ຂ່າວ: ຈັນທະລອນ; ພາບ: ອ່າຍຄຳ

ຂ່າວສານປະເທດລາວ (ຂປລ)

ເລື່ອງເດັ່ນ

Post navigation

Previous Post: ມີສະຕິລະວັງຕົວ ຮັບມື ພາຍຸລົມຝົນ
Next Post: ເຈົ້າເມືອງສອງຄອນ ຢ້ຽມຢາມປະຊາຊົນ ບ້ານເຊນວນ ຮັບຟັງຄຳຄິດເຫັນ

Related Posts

ອຸຕຸເຕືອນ! ກຽມຮັບມືພາຍຸໂກນເຊິນ ຈະເຮັດໃຫ້ມີຝົນຕົກໜັກ ເລື່ອງເດັ່ນ
ຂ່າວດ່ວນ ປັບລາຄານໍ້າມັນເຊື້ອໄຟ 15.9.2022 ຂ່າວສານບ້ານເມືອງ
ເກັ່ງຫຼາຍເຈົ້າໜ້າທີ່ ຊອກຈັບໂຈນສອງຄົນລັກລົດຈັກໄດ້ ພາຍໃນ 2 ຊົ່ວໂມງ ຂ່າວສານບ້ານເມືອງ
ຈັບລາຍໃຫຍ່ທີ່ບໍ່ແກ້ວອີກແລ້ວຂອງກາງລັອດໃຫຍ່ ຂ່າວສານບ້ານເມືອງ
ແຈ້ງຂ່າວດີ! ການບິນລາວ ຈະໄດ້ຈັດຖ້ຽວບິນ ມະນຸດສະທຳ ວຽງຈັນ-ບາງກອກ-ວຽງຈັນ ເລື່ອງເດັ່ນ
ນໍ້ານອງຖ້ວມ ເຂດບ້ານໂນນສະຫວັນ (ມີຄລິບ) ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme