Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

30 ມິຖຸນາ ມີຄົນມາແຕ່ຕ່າງປະເທດ 2,252 ຄົນ

Posted on 01/07/202001/07/2020 By All in LAOS No Comments on 30 ມິຖຸນາ ມີຄົນມາແຕ່ຕ່າງປະເທດ 2,252 ຄົນ

ການຖະແຫຼງຂ່າວ ກ່ຽວກັບມາດຕະການປ້ອງກັນ ການລະບາດ ຂອງພະຍາດໂຄວິດ-19 ຢູ່ລາວ ໃນຕອນເຊົ້າຂອງວັນທີ 1 ກໍລະກົດນີ້ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ, ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງ ສາທາລະນະສຸກ, ໄດ້ໃຫ້ຮູ້ວ່າ: ໃນວັນທີ 30 ມິຖຸນາ 2020 ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 2,252 ຄົນ.

ໃນນັ້ນຈຸດຜ່ານດ່ານລາວ-ໄທ ມີ 1,742 ຄົນ, ໃນນີ້ແມ່ນ ແຮງງານລາວກັບມາແຕ່ໄທ 483 ຄົນ, ຈຸດຜ່ານດ່ານລາວ – ຈີນ 14 ຄົນ ທັງໝົດ ແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ; ຈຸດຜ່ານດ່ານລາວ – ຫວຽດນາມ 496 ຄົນ ໃນນີ້ເປັນຄົນລາວກັບມາແຕ່ປິ່ນປົວ 03 ຄົນ, ນັກສືກສາລາວ 03 ຄົນ, ກັບມາແຕ່ວຽກລັດຖະການ 02 ຄົນ, ເຫຼືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ;ຈຸດຜ່ານດ່ານ ລາວ-ກຳປູເຈຍ ບໍ່ມີຈັກຄົນ ຄົນ ແລະ ເດີນທາງຜ່ານສະໜາມບິນສາກົນວັດໄຕ ກໍ່ບໍ່ມີຜູ້ເດີນທາງຜ່ານ.

ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ, ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ໃນວັນທີ 30 ມິຖຸນາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 305 ຄົນ, ໃນນັ້ນ ມີ ແຮງງານລາວກັບມາແຕ່ໄທ 291 ຄົນ ແລະ ແຮງງານຫວຽດນາມ 14 ຄົນ. ຜົນກວດທັງໝົດແມ່ນ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 30 ມິຖຸນາ 2020 ບໍ່ມີຜູ້ຕິດເຊື້ອໃໝ່. ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 30 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 15,669 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (80 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).

ຂ່າວສານບ້ານເມືອງ

Post navigation

Previous Post: ສືບຕໍ່ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ສຳລັບການເຂົ້າ-ອອກຂອງບຸກຄົນທົ່ວໄປ
Next Post: ເຫດທໍາຮ້າຍຮ່າງກາຍ ທີ່ບ້ານໂນນຫວາຍ

Related Posts

ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດໄຊຍະບູລີ ກັກຕົວຜູ້ຄ້າຢາບ້າ 1.000 ກວ່າເມັດ ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ເຂົ້າຫອບຊຽນໄພ້ໄປສຶກສາອົບຮົມ ຂ່າວສານບ້ານເມືອງ
ພໍ່ປ່ວຍໜັກ ທີ່ໂພນໂຮງ! ແຈ້ງຂ່າວຫາລູກ 4 ຄົນ ທີ່ພົວພັນບໍ່ໄດ້ ຂ່າວສານບ້ານເມືອງ
ເກີດເຫດ! ຄົນນອນເສຍຊີວິດ ຢູ່ທີ່ ບ້ານສວນຫລວງ ເມືອງຊຽງເງິນ ຂ່າວສານບ້ານເມືອງ
ຂ່າວໂຄວິດຕິດເຊື້ອມື້ນີ້ 153ຄົນ ຂ່າວສານບ້ານເມືອງ
ກໍາລັງຕໍາຫຼວດວິຊາສະເພາະ ເຂົ້າຈັບເປົ້າໝາຍ 2 ຄົນ ຖືກຈັບຕາຈຸດນັດສົ່ງ ພ້ອມຂອງກາງ 4.986 ເມັດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme