Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປ້ອງກັນໄຂ້ຍຸງລະບາດ ຕ້ອງຈິງຈັງຊ່ວຍກັນ

Posted on 01/07/202001/07/2020 By All in LAOS No Comments on ປ້ອງກັນໄຂ້ຍຸງລະບາດ ຕ້ອງຈິງຈັງຊ່ວຍກັນ

ສປປ ລາວ ມີຜູ້ເສຍຊີວິດຍ້ອນໄຂ້ຍຸງລາຍເພີ່ມເປັນ 7 ຄົນ ແລະ ຕິດເຊື້ອສະສົມ 2.253 ກໍລະນີ, ໃນຂະນະທີ່ແຂວງຕິດເຊື້ອສະສົມຫຼາຍສຸດຢູ່ນະຄອນຫຼວງວຽງຈັນ 514 ກໍລະນີ ແລະ ເສຍຊີວິດແລ້ວ 3 ຄົນ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານຕໍ່ສື່ມວນຊົນ ໃນວັນທີ 30 ມິຖຸນາ 2020 ວ່າ: ສະພາບການລະບາດຂອງພະຍາດໄຂ້ຍຸງລາຍຢູ່ໃນປະເທດເຮົາ ເມື່ອກ້າວເຂົ້າສູ່ລະດູຝົນຂອງທຸກໆປີພະຍາດໄຂ້ຍຸງລາຍ ກໍ່ມັກຈະເກີດຂຶ້ນໃນຫຼາຍແຂວງ,

ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ແລະ ສຸຂະພາບຂອງພໍ່ແມ່ປະຊາຊົນ, ໃນວັນທີ 29 ມິຖຸນານີ້ ສປປ ລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍທັງໝົດ 30 ກໍລະນີ ແລະ ເສຍຊີວິດ 1 ຄົນ ເຮັດໃຫ້ຍອດຜູ້ເສຍຊີວິດລວມ 7 ຄົນ ຢູ່ນະຄອນຫຼວງວຽງຈັນ 3 ຄົນ, ບໍລິຄຳໄຊ 2 ຄົນ, ຄຳມ່ວນ 1 ຄົນ ແລະ ໄຊຍະບູລີ 1 ຄົນ.

ທັງນີ້, ນັບແຕ່ວັນທີ 1 ມັງກອນ ຫາ 29 ມິຖຸນາ 2020 ທົ່ວປະເທດມີຜູ້ຕິດເຊື້ອໄຂ້ຍຸງລາຍກໍລະນີສະສົມ ທັງໝົດ 2.253 ກໍລະນີ, ມີລາຍງານກໍລະນີໃນ 17 ແຂວງ, ໃນນັ້ນ ແຂວງທີ່ມີການລາຍງານຫລາຍກວ່າໝູ່ແມ່ນ ນະຄອນຫລວງວຽງຈັນ ມີເຖິງ 514 ກໍລະນີ, ຖັດລົງມາແມ່ນແຂວງວຽງຈັນ 305 ກໍລະນີ, ບໍລິຄຳໄຊ 263 ກໍລະນີ ແລະ ແຂວງອັດຕະປື 230 ກໍລະນີ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ກ່າວວ່າ: ເພື່ອປ້ອງກັນບັນຫາໄຂ້ຍຸງໃຫ້ຫ່າງໄກຈາກທຸກຄົນ ໃຫ້ພ້ອມກັນປະຕິບັດຄຳຂວັນທີ່ວ່າ ບໍ່ມີໜອນນ້ຳຍຸງລາຍກໍ່ບໍ່ມີຍຸງລາຍ ແລະ ບໍ່ມີໄຂ້ເລືອດອອກ ແລະ ຕ້ອງປະຕິບັດ 5ປ ຢ່າງເຄັ່ງຄັດໃຫ້ເປັນປະຈຳ ຈຶ່ງສາມາດທຳລາຍແຫຼ່ງເພາະພັນຂອງຍຸງລາຍໄດ້ຄື:

ປິດຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່, ປ່ຽນນ້ຳໃນພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ, ປ່ອຍ ປາຫາງນົກຍຸງເພື່ອກິນໜອນນ້ຳ, ປັບປຸງການອະນາໄມສິ່ງແວດລ້ອມອ້ອມເຮືອນບໍ່ໃຫ້ມີກະໂປະກະປ໋ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ, ປະຕິບັດໃຫ້ເປັນນິໄສປະຈຳທຸກໆອາທິດ.

ຖ້າເປັນໄຂ້ໃຫ້ຮີບຮ້ອນໄປພົບແພດໝໍດ່ວນ ຫາກທຸກຄົນປະຕິບັດໄດ້ຕາມ 5ປ ຢ່າງເຂັ້ມງວດ ກໍ່ຈະສາມາດຫຼຸດຜ່ອນ, ປ້ອງກັນການເຈັບເປັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໄຂ້ຍຸງລາຍໃຫ້ຫຼຸດລົງເທື່ອລະກ້າວໄດ້.

ຂ່າວສານບ້ານເມືອງ

Post navigation

Previous Post: ພົບສົບແຂວນຄໍກາງປ່າ ບ້ານນາແຄ ເມືອງໄຊທານີ
Next Post: ສືບຕໍ່ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ສຳລັບການເຂົ້າ-ອອກຂອງບຸກຄົນທົ່ວໄປ

Related Posts

ຜ່ອນຜັນຫຼາຍມາດຕະການ ແຕ່ຍັງສືບຕໍ່ປິດຮ້ານບັນເທີງແລະຄາຣະໂອເກະ ຂ່າວສານບ້ານເມືອງ
ລອດຕາຍວຸດວິດ! ໂດດອອກລົດຈັກ ກ່ອນ ລົດແກ່ດິນ 12 ລໍ້ຢຽບ, ທາງນາທົມ ຂ່າວສານບ້ານເມືອງ
ມາອີກແລ້ວ! ຈົດກາຍໄປ 840 ກວ່າກິໂລວັດໂມງ ຢູ່ບ້ານຫຼັກສອງ ເມືອງສາລະວັນ ຂ່າວສານບ້ານເມືອງ
ລາຍຮັບຂອງການບິນລາວໃນປີ 2020 ຫຼຸດລົງ 70% ຖ້າທຽບກັບ ປີ 2019 ຂ່າວສານບ້ານເມືອງ
ສະໂມສອນກິລາລ້ານຊ້າງອິນທຣາເອຟຊີ​ ກຽມພ້ອມແລ້ວເພື່ອຮອງຮັບຜູ້ຕິດເຊື້ອໂຄວິດ ຂ່າວສານບ້ານເມືອງ
ສປປ ລາວ ຄອງແຊ້ມ ຄ່າຄອງຊີບສູງສຸດ ສູງກ່ວາປະເທດຂ້າງຄຽງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme