Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພົບສົບແຂວນຄໍກາງປ່າ ບ້ານນາແຄ ເມືອງໄຊທານີ

Posted on 01/07/202001/07/2020 By All in LAOS No Comments on ພົບສົບແຂວນຄໍກາງປ່າ ບ້ານນາແຄ ເມືອງໄຊທານີ

ນະຄອນຫຼວງວຽງຈັນ: ເຈົ້າໜ້າທີ່ພະແນກຕໍາຫຼວດສືບສວນ-ສອບສວນ ຫ້ອງຕໍາຫຼວດ ປກສ ນວ ໄດ້ໃຫ້ຮູ້ວ່າ: ວັນທີ 25 ມິຖຸນາ 2020 ເວລາປະມານ 17:50ໂມງ, ພາຍຫຼັງໄດ້ຮັບແຈ້ງທາງໂທລະສັບຈາກ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ວ່າ: ມີຄົນແຂນຄໍເສຍຊີວິດຢູ່ເຂດປ່າບ້ານນາແຄ ເມືອງໄຊທານີ ນະຄອນຫຼວງວຽງຈັນ ກໍໄດ້ຈັດກຳລັງລົງກວດກາສະຖານທີ່ເກີດເຫດ ໃນເບື້ອງຕົ້ນແມ່ນຮູ້ວ່າ: ຄົນຕາຍເປັນເພດຊາຍ, ບໍ່ຮູ້ຈັກຊື່ ແລະ ທີ່ຢູ່; ເນື່ອງຈາກບໍ່ມີເອກະສານໃດໆຕິດໂຕຜູ້ກ່ຽວ, ອາຍຸປະມານ 35-40 ປີ, ສູງປະມານ 1.70 ແມັດ, ໃສ່ເສື້ອກັນລົມແຂນຍາວສີແດງ ແລະ ເສື້ອຊ້ອນທາງໃນເປັນເສື້ອເສີດແຂນສັ້ນສີແດງລາຍ, ນຸ່ງໂສ້ງຂາຍາວສີຟ້າ, ຊາກສົບແມ່ນຢູ່ໃນທ່າແຂວນຄໍກຳລັງເນົ່າເປື່ອຍ (ກະໂຫຼກຫົວບໍ່ສາມາດລະບຸຮູບຮ່າງໜ້າຕາໄດ້), ຖົງໂສ່ງເບື້ອງຊ້າຍມີລູກກະແຈລົດຈັກ(ບໍ່ຮູ້ຈັກຍີ່ຫໍ້) ແລະ ຊອງຢາສູບ; ປັດຈຸບັນ ສົບແມ່ນຝາກໄວ້ຢູ່ໂຮງເຢັນໂຮງໝໍມະໂຫສົດເພື່ອລໍຖ້າຍາດພີ່ນ້ອງມາພົວພັນ.

ຜ່ານການເອົາຄໍາໃຫ້ການຈາກຄົນທີ່ຢູ່ເຂດໃກ້ສະຖານທີ່ເກີດເຫດ ໄດ້ໃຫ້ຮູ້ວ່າ: ໃນເວລາ 14:00ໂມງຂອງວັນທີ 21 ມິຖຸນາ 2020, ຜູ້ກ່ຽວແມ່ນໄດ້ເຫັນຊາຍຄົນທີ່ເສຍຊີວິດຍ່າງເລາະຢູ່ນອກຮົ້ວຂ້າງສວນອາຫານບ່ອນທີ່ຜູ້ກ່ຽວເຮັດວຽກຢູ່ ແລະ ໄດ້ເອີ້ນບອກຊາຍຄົນດັ່ງກ່າວວ່າ: ລະວັງໝາກັດເດີ້, ແຕ່ຊາຍຄົນນັ້ນບໍ່ຕອບຫຍັງ. ຮອດວັນທີ 25 ມິຖຸນາ 2020, ເວລາ 16:30ໂມງ ຕົນເອງໄດ້ເອົາຂີ້ເຫຍື້ອໄປຖີ້ມຢູ່ບໍລິເວນທີ່ພົບເຫັນຊາຍຄົນດັ່ງກ່າວ ແລະ ສັງເກດເຫັນຄົນແຂນຄໍຕາຍຢູ່ຕົ້ນໄມ້ໃນປ່ານອກສວນອາຫານ. ດັ່ງນັ້ນ, ຈຶ່ງໄດ້ບອກໝູ່ ແລະ ແຈ້ງອໍານາດການປົກຄອງບ້ານ; ພ້ອມທັງ ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງມາກວດກາຈື່ງໄດ້ຮູ້ວ່າ ຄົນທີ່ແຂນຄໍຕາຍ ແລະ ຄົນທີ່ພົບເຫັນໃນວັນທີ 21 ມິຖຸນາ 2020 ນັ້ນແມ່ນຄົນດຽວກັນ.

ຂໍ້ມູນ: ປກສ ນະຄອນຫລວງວຽງຈັນ

ຂ່າວສານບ້ານເມືອງ

Post navigation

Previous Post: ລົດໃຫ່ຍຕຳກັບລົດຈັກເສຍຊີວິດຄາທີ່ 1 ຄົນ ທີ່ເມືອງໄຊຍະບູລີ
Next Post: ປ້ອງກັນໄຂ້ຍຸງລະບາດ ຕ້ອງຈິງຈັງຊ່ວຍກັນ

Related Posts

ຊົມເຊີຍເຈົ້າໜ້າທີ່ ເຮັດແທ້ທຳຈິງ ພຽງ3ດືອນ ສາມາດ ມ້ າ ງ ຄະດີ ຢ າ ເ ສ ບ ຕິ ດ ໄດ້ເກືອບ 2000 ເລື່ອງ ຂ່າວສານບ້ານເມືອງ
ຖະແຫຼງຂ່າວ ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນເມສາ 2020 ຂ່າວສານບ້ານເມືອງ
ໂຄງການເກັບກູ້ລະເບີດແຫ່ງຊາດ ເລັ່ງວຽກງານໃຫ້ໄດ້ຕາມເປົ້າໝາຍ ຂ່າວສານບ້ານເມືອງ
ຍີ່ປຸ່ນ ຊ່ວຍ ສປປລາວ 1.500 ລ້ານເຢັນ ຈັດຊື້ອຸປະກອນການແພດ ເພື່ອຮັບມື້ກັບ ໂຄວິດ-19 ຂ່າວສານບ້ານເມືອງ
ຄິວລົດສາຍໃຕ້ ຈະກັບມາໃຫ້ບໍລິການໃນວັນທີ 5 ກໍລະກົດ 2021 ນີ້ ຂ່າວສານບ້ານເມືອງ
ແຂວງສາລະວັນ ເປີດນຳໃຊ້ຈັກສູບນ້ຳ ດ້ວຍພະລັງງານແສງຕາເວັນ ຢູ່ຊົນລະປະທານບ້ານບຶງຂາມ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme