Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ບໍ່ຄຳ-ທອງເຊໂປນ ຈະຍືດອາຍຸການຂຸດຄົ້ນບໍ່ແຮ່ໄປອີກຢ່າງຕ່ຳ 10 ປີ

Posted on 30/06/202001/07/2020 By News No Comments on ບໍ່ຄຳ-ທອງເຊໂປນ ຈະຍືດອາຍຸການຂຸດຄົ້ນບໍ່ແຮ່ໄປອີກຢ່າງຕ່ຳ 10 ປີ

ໃນວັນທີ 23 ມີຖຸນາ 2020, ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ (LXML) ບໍ່ຄຳ-ທອງເຊໂປນ ໄດ້ສະເຫຼີມສະຫຼອງການຫຼອມຄຳແທ່ງທຳອິດ ເປັນຂີດໝາຍ ‘ຍຸກໃໝ່ແຫ່ງການຜະລິດຄຳ’ ຂອງໂຄງການຄຳ-ທອງເຊໂປນ ທີ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ. ການກັບຄືນມາຜະລິດຄຳຈະຍືດອາຍຸການຂຸດຄົ້ນບໍ່ແຮ່ຂອງໂຄງການຄຳ-ທອງເຊໂປນ ໄປອີກຢ່າງຕ່ຳ 10 ປີ ແລະ ຈະສືບຕໍ່ສ້າງວຽກເຮັດງານທຳ ແລະ ສ້າງລາຍໄດ້ ກໍຄືປັບປຸງຊີວິດການເປັນຢູ່ຂອງຊຸມຊົນເຈົ້າພາບ.

LXML ຈະສືບຕໍ່ປະກອບສ່ວນໃສ່ ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍຄາດວ່າຈະຜະລິດແທ່ງຄຳ ໄດ້ປະມານ 250.000 ອອນສ໌ ຕໍ່ປີ ພ້ອມທັງລົງທຶນຫຼາຍຂຶ້ນໃສ່ວຽກງານສຳຫຼວດ ແລະ ໂຄງການຂະຫຍາຍອື່ນໆ.

ໃຫ້ກຽດເປັນສັກຂີພິຍານໃນພິທີຫຼອມຄຳຄັ້ງນີ້ ແມ່ນ ຮອງເຈົ້າແຂວງໆສະຫວັນນະເຂດ ທ່ານ ທ່ອນແກ້ວ ພຸດທະໄກຍາລາດ, ເຈົ້າເມືອງໆວິລະບູລີ ທ່ານ ຄຳຜຸຍ ສີບຸນເຮືອງ, ປະທານ LXML ທ່ານ ຝູ ເຊຍເຊີນ, ຜູ້ຈັດການໃຫຍ່ LXML ທ່ານ ພໍ ແຮຣິສ, ຕາງໜ້າຈາກບໍລິສັດ ແລະ ພະແນການຂັ້ນແຂວງ ແລະ ເມືອງ ທີ່ກ່ຽວຂ້ອງ.
ຂໍ້ມູນຈາກ: ບໍລິສັດ ຊືເຟິງ ຈີຫຼົງ ຂຸດຄົ້ນຄຳ ກຳຈັດ (ຊືເຟິງ)

ຂ່າວສານບ້ານເມືອງ

Post navigation

Previous Post: ວອນຜູ່ໃຈບຸນ ຊ່ວຍຄ່າຜ່າຕັດ ນາງຂວັນເຮືອນແດ່
Next Post: ຫຼວງພະບາງແດນງາມ ລາວຈະເລີນ Feat ຕິ່ງນ່ອຍໆ ຜົນງານລ່າສຸດ

Related Posts

ໃນຊ່ວງເວລາແຫ່ງປະຫວັດສາດ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມສູງ 2819ຄົນ ຂ່າວສານບ້ານເມືອງ
ຈັບຍົກແກ໋ງ! ກໍ່ເຫດອາລະວາດຕີກັນ ຂ່າວສານບ້ານເມືອງ
ເຂດພັດທະນາເສດຖະກິດໃໝ່ ສີທັນດອນ ຄືບໜ້າຢ່າງວ່ອງໄວ ຂ່າວສານບ້ານເມືອງ
ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ຂ່າວສານບ້ານເມືອງ
ສຸດບີບຫົວໃຈຄົນເປັນແມ່ ຂໍໂທດທີ່ຮັກສາສັນຍາທີ່ໃຫ້ກັບລູກບໍ່ໄດ້ຕ້ອງຈາກຍ້ອນໂຄວິດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme