Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຊາປະນະກິດຈົວນ້ອຍ ທັງ 3 ເຫດໄຟໄໝ້ກຸຕິໄມ້ຫລັງເກົ່າ ວັດສີບຸນເຮືອງ ເມືອງຫົງສາ

Posted on 30/06/202030/06/2020 By All in LAOS No Comments on ຊາປະນະກິດຈົວນ້ອຍ ທັງ 3 ເຫດໄຟໄໝ້ກຸຕິໄມ້ຫລັງເກົ່າ ວັດສີບຸນເຮືອງ ເມືອງຫົງສາ

ເກີດເຫດໄຟໄໝ້ກຸຕິໄມ້ຫລັງເກົ່າ ວັດສີບຸນເຮືອງ ເມືອງຫົງສາ ແຂວງໄຊຍະບູລີ.

ອີງຕາມບົດບັນທຶກ ການກວດກາຜົນເສຍຫາຍໄຟໄໝ້ກຸຕິໄມ້ວັດບ້ານສີບຸນເຮືອງ ເມືອງຫົງສາແຂວງໄຊຍະບູລີ ສະບັບເລກທີ 285/ຫວມຫສ ໄດ້ໃຫ້ຮູ້ວ່າ ໃນເວລາ 08 ໂມງເຊົ້າ ຂອງວັນທີ 29 ມິຖຸນາ 2020 ໄດ້ມີຄະນະຮັບຜິດຊອບຂັ້ນເມືອງ ລົງກວດກາກຸຕິດັ່ງກ່າວຕາມການບັນທຶກຂໍ້ມູນແມ່ນສ້າງຂື້ນ ໃນປີ 1960 ເປັນອາຄານຊັ້ນດຽວ ມຸງດ້ວຍສັງກະສີ ອອ້ມດ້ວຍໄມ້ແປ້ນ, ມີຂະໜາດ 6 x 7,6 ແມັດ, ມາຮອດປີ 2018 ໄດ້ມີການປັບປຸງ ຈາກຈຸດເດີມໄປຕັ້ງຢູ່ຈຸດໃໝ່ຕາມຄວາມເໝາະສົມ

ກ່ອນໄຟໄໝ້

ຕົກມາຮອດເວລາ 23 ໂມງ 00 ນາທີ ຂອງວັນທີ 28 ມິຖຸນາ 2020 ໄດ້ມີປະຊາຊົນທີ່ຢູ່ໃກ້ຄຽງ ເຫັນໄຟໄໝ້ກຸຕິ ຈີ່ງໄດ້ປ່າວຮ້ອງ ແລະ ເຄາະປະຕູ ພ້ອມທັງໄປຕີກອງ ເພື່ອເຮັດໃຫ້ປະຊາຊົນພາຍໃນບ້ານໄດ້ຮັບຮູ້ ອີກບໍ່ດົນລົດດັບເພີງກໍ່ມາຮອດ ແລະ ຄວບຄຸມໄຟໄດ້ໃນໄລຍະຕໍ່ມາ, ແຕ່ໄຟໄດ້ໄໝ້ກຸຕິໄປຫຼາຍແລ້ວ, ທາງເຈົ້າໜ້າທີ່ – ທີ່ກຽ່ວຂ້ອງໄດ້ລົງກວດກາຕົວຈິງ ເຫັນວ່າມີຈົວທີ່ນອນຢູ່ໃນກຸຕິຈໍານວນ 03 ຕົນ ແລະ ມີ 02 ຕົນເສຍຊິວິດຄາທີ່, ອີກຕົນໜື່ງມີອາການສາຫັດ ໄດ້ນໍາສົ່ງໄປໂຮງໝໍແຂວງໄຊຍະບູລີ ໃນເວລາ 24 ໂມງ 30 ນາທີ ຂອງຄືນດຽວກັນ, ມາຮອດເວລາ 07 ໂມງ 30 ນາທີ ຂອງວັນທີ 29 ມິຖຸນາ 2020 ຈື່ງໄດ້ເສຍຊິວີດຢູ່ໂຮງໝໍແຂວງໄຊຍະບູລີ ແລະ ຈິ່ງໄດ້ເອົາສົບກັບຄືນມາປະນາກິດສົບຢູ່ເມືອງຫົງສາ,

ຕອນໄຟໄໝ້

ຄວາມເສຍຫາຍຂອງເຫດການທີ່ເກີດຂື້ນໃນຄັ້ງນີ້ ປະກອບມີ ກຸຕິໄມ້ 01 ຫຼັງ, ໄມ້ຈໍານວນ 02 ຄິວ, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ອື່ນໆ, ລວມມູນຄ່າການປະເມີນມີທັງໝົດ 43 ລ້ານກວ່າກີບ, ການເສຍຊີວິດໃນຄັ້ງນີ້ ມີຈົວ ນັນ ວິໄລຈິດ ອາຍຸ ໄດ້ 12 ປີ ມາຈາກບ້ານກີ່ວສາລາ, ຈົວ ສົນທະລາ ເພັດໂພໄຊ ອາຍຸ 15 ປີ ມາຈາກບ້ານກີ່ວສາລາ ແລະ ຈົວແມັກກີ ຄຳມຸງຄຸນ ອາຍຸ 12 ປີ ມາຈາກບ້ານແທ່ນຄໍາ ເມືອງຫົງສາ, ທັງສາມແມ່ນຮຽນຢູ່ຊັ້ນມໍ1 ໂຮງຮຽນ ມໍຕົ້ນສົງເມືອງຫົງສາ,

ຫຼັງໄຟໄໝ້

ສາເຫດການເກີດອັກຄີໄພໃນຄັ້ງນີ້ ຕາມການສັນນິຖານຂອງເຈົ້າໜ້າທີ່ ແມ່ນມາຈາກ 2 ສາເຫດຄື: ໄຟຟ້າລັດວົງຈອນ ແລະ ຈູດທູບທຽນບູຊາ, ສ່ວນພິທີສົ່ງສະການ ແລະ ພິທີທາງສາສະໜາອື່ນໆ ທາງອົງການພຸດທະສາສະໜາສຳພັນລາວເມືອງຫົງສາ ຮ່ວມກັບ ອົງການປົກຄອງເມືອງ ແລະ ບ້ານ ແມ່ນໄດ້ພ້ອມກັນເອົາໃຈໃສ່ປະຕິບັດຕາມຮີດຄອງປະເພນີ.

ຂ່າວບຸນປອນ

.

.

ທາງເມືອງປະກອບໃຈຊ່ວຍຄອບຄົວຜູ່ເສຍຊີວິດ

.

ຊາປະນະກິດ

.

.

.

ຂ່າວສານບ້ານເມືອງ

Post navigation

Previous Post: ອຸຕຸເຕືອນ! ໃນໄລຍະວັນທີ 1 ຫາ 5 ກໍລະກົດນີ້ຈະມີຝົນຕົກທົ່ວທຸກພາກ
Next Post: ປັບລາຄານໍ້າມັນຂາຍຍ່ອຍຂຶ້ນອີກ ເລີ່ມ 1/7/2020

Related Posts

ຊາຍແດນທີ່ຕິດກັບປະເທດເພື່ອນບ້ານທີ່ຍັງມີການແຜ່ລະບາດຂອງພະຍາດ ໂຄວິດ-19 ຂ່າວສານບ້ານເມືອງ
ເກີດເຫດ! ລົດໃຫ່ຍຕໍາລົດຈັກ ເສຍຊີວິດຄາທີ02 ເສຍຢູ່ໂຮງໝໍ01ຄົນ ເຈັບສາຫັດ01 ຂ່າວສານບ້ານເມືອງ
ກັກໂຕພໍ່ຫວຍສໍ້ໂກງຊັບພົນລະເມືອງ ສຸດທ້າຍຖືກ ຈັ ບ ດຳເນີນຄະດີ ຂ່າວສານບ້ານເມືອງ
ກອງເສນາກໍ່ສ້າງຮາກຖານ ລົງກວດກາຕິດຕາມ ແລະ ຊຸກຍູ້ວຽກງານປ້ອງກັນຄວາມສະຫງົບໃນຂອບເຂດ ນະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ
ແຈ້ງໂຈະການເກັບຄ່າຜ່ານທາງແບບໃໝ່ທີ່ແຂວງຈໍາປາສັກ ຂ່າວສານບ້ານເມືອງ
ຣັດເຊຍ ມີຄົນຕິດເຊື້ອ ເປັນ ອັນດັບທີ 5 ເກືອບ 2 ແສນຄົນແລ້ວ! ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme