Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອຸຕຸເຕືອນ! ໃນໄລຍະວັນທີ 1 ຫາ 5 ກໍລະກົດນີ້ຈະມີຝົນຕົກທົ່ວທຸກພາກ

Posted on 30/06/202030/06/2020 By News No Comments on ອຸຕຸເຕືອນ! ໃນໄລຍະວັນທີ 1 ຫາ 5 ກໍລະກົດນີ້ຈະມີຝົນຕົກທົ່ວທຸກພາກ

ອີງຕາມ​ການ​ລາຍງານ​ຂອງ ກົມອຸຕຸນິຍົມ​ ແລະອຸທົກກະສາດໃຫ້ຮູ້ວ່າ: ອາກາດໃນໄລຍະວັນທີ 29 ຫາ 30 ມິຖຸນາຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນຈະມີກໍາລັງປານກາງປົກຄຸມ ຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ຈາກນັ້ນ ວັນທີ 1 ຫາ 5 ກໍລະກົດ ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນຈະເພີ່ມກໍາລັງແຮງຂຶ້ນປົກ ຄຸມຢູ່ພາກເໜືອດ້ານຕາເວັນຕົກລົງຫາພາກກາງ ແລະ ພາກໃຕ້, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ເປັນບໍລິເວນກວ້າງໃນແຕ່ລະພາກ ແລະ ປານກາງຫາຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ຫາ ພາກກາງ.

Image may contain: text
Image may contain: text

ຄໍາເຕືອນ: ໃນໄລຍະວັນທີ 1 ຫາ 5 ກໍລະກົດນີ້ໃຫ້ປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນ ຈົ່ງມີສະຕິ ຕໍ່ສະພາບຝົນຕົກໜັກ ແລະ ຈະມີລົມພັດແຮງ ທີ່ອາດຈະ ເກີດມີນໍ້າຖ້ວມຊຸ ແລະ ດິນເຈື່ອນຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

Image may contain: text
ຂ່າວສານບ້ານເມືອງ

Post navigation

Previous Post: ຊຸກຍູ້ວຽກງານໂຄສະນາຢູ່ກອງພົນທີ 5
Next Post: ຊາປະນະກິດຈົວນ້ອຍ ທັງ 3 ເຫດໄຟໄໝ້ກຸຕິໄມ້ຫລັງເກົ່າ ວັດສີບຸນເຮືອງ ເມືອງຫົງສາ

Related Posts

ລັດຖະບານອິນເດຍ ມອບອຸປະກອນການແພດ ໃຫ້ລັດຖະບານລາວ ຕ້ານການລະບາດ ໂຄວິດ-19 ຂ່າວສານບ້ານເມືອງ
ກົດຊົມພາບ ສະກຸຣະເມືອງລາວດອກໄມ້ກຳລັງບານເຕັມທີ່ ຢູ່ຫົວພັນ ຂ່າວສານບ້ານເມືອງ
ຄະນະສະເພາະກິດເມືອງທຸລະຄົມລົງຊຸກຍູ້ໜ່ວຍປ້ອງກັນເວນຍາມ 3 ບ້ານເຂດຊາຍແດນຂອງເມືອງ ຂ່າວສານບ້ານເມືອງ
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສຸນກາງພັກ ສະໄຫມທີ XI ພ້ອມດ້ວຍພັນລະຍາ ຂ່າວສານບ້ານເມືອງ
ຂ່າວດ່ວນ ດິນທັບຄົນເສຍຊີວິດ 3 ຄົນທີ່ເມືອງໜອງບົກ ຂ່າວສານບ້ານເມືອງ
ລັດຖະບານ ຍີ່ປຸ່ນຊ່ວຍເຫຼືອ ມອບວັກຊີນ ໃຫ້ ລາວ 616.820 ໂດສ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme