Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສິນຄ້າກະສິກຳຂອງລາວ 80% ແມ່ນສົ່ງອອກໄປ ສປຈີນ

Posted on 30/06/202030/06/2020 By News No Comments on ສິນຄ້າກະສິກຳຂອງລາວ 80% ແມ່ນສົ່ງອອກໄປ ສປຈີນ

ກະຊວງກະສິກໍາ ແລະ ປ່າໄມ້ ແຈ້ງໃຫ້ຮູ້ວ່າ: ຕະຫຼາດໃຫ່ຍສໍາລັບສິນຄ້າກະສິກໍາຂອງລາວ 80% ແມ່ນສົ່ງອອກໄປ ສປ ຈີນ ຊຶ່ງສປປ ລາວ ເຮົາໄດ້ສໍາເລັດການເຈລະຈາເຕັກນິກເປີດຕະຫຼາດ ແລະ ໄດ້ສໍາເລັດຂໍ້ກໍານົດເງືີ່ອນໄຂດ້ານສຸຂະນາໄມພືດ ສໍາລັບການສົ່ງອອກພືດ ແລະ ຜະລິດຕະພັນພືດ ຂອງ ສປປ ລາວ ໄປສປ ຈີນ ຈໍານວນ 6 ພືດ (ເຂົົ້າ, ສາລີ , ມັນຕົົ້ນ, ກ້ວຍ, ໝາກໂມ ແລະ ມັນດ້າງ) ແລະ ຍັງມີບັນດາພືດທີ່ນອນຢູ່ໃນກອບໂຄງການປູກພືດທົດແທນການປູກຝິີ່ນ ຈໍານວນ 24 ພືດ.

ກະສິກໍາ ແລະ ປ່າໄມ້ ສະເໜີງົບປະມານ 100 ...

ພາບປະກອບ
ລັດຖະບານລາວ ວາງແຜນຊຸກຍູ້ ການຜະລິດ ...
ພາບປະກອບ

ປະຈຸບັນນີ້, ຝ່າຍ ສປ ຈີນ ໄດ້ອອກບາໂຄດ ຈໍານວນ 16 ພືດ ຂອງ ລາວ ທີ່ສາມາດສົ່ງອອກໄປ ສປ ຈີນໄດ້ ປະກອບມີ : ໝາກເດືອຍ, ຖົ່ວເບ , ຖົ່ວຍາວ, ຖົ່ວເຫຼືອງສົດ, ຖົ່ວຂຽວ, ຖົ່ວດໍາ, ໝາກເຜັດສົດ, ໝາກມ່ວງຫິມະພານ, ໝາກ ໂຕ່ນ, ຫົວພຸກແຫ້ງ, ໝາກຖົ່ວດິນ, ໝາກແໜ່ງ, ໝາກສະໝອງ, ເກດສະໜາ, ມັນປ່າ, ພືດເປັນຢາ. ນອກນັ້ນລາວຍັງໄດ້ຮັບໂກຕາສົ່ງອອກ ເຂົົ້າ ຈໍານວນ 50.000 ໂຕນຕໍ່ປີ ແລະ ງົວ 500.000 ໂຕຕໍ່ປີໄປ ສປ ຈີນອີກດ້ວຍ.

ສົ່ງເສີມການຜະລິດເປັນສິນຄ້າ ...
ພາບປະກອບ
ຊາວສວນປູກກ້ວຍຈີນ ບໍ່ໄດ້ຮັບ ຄ່າແຮງ
ພາບປະກອບ

ສໍາລັບປະເທດໄທກໍໄດ້ສໍາເລັດການເຈລະຈາເຕັກນິກເປີດຕະຫຼາດ ສໍາເລັດແລ້ວ 12 ພືດ; ສສ ຫວຽດນາມ ສໍາເລັດແລ້ວ 13 ປະເພດພືດ. ສະເພາະຕະຫຼາດອີຢູແມ່ນເຂົາເຈົົ້າເປີດຮັບເອົາທຸກປະເພດສິນຄ້າ ແຕ່ຍ້ອນເງືີ່ອນໄຂການເຂົົ້າເຖິງຕະຫຼາດອີຢູ ມີຄວາມເຂັ້ມງວດ, ມາຮອດປະຈຸບັນນີ້ ມີພຽງແຕ່ 2 ບໍລິສັດ ເທົ່ານັ້ນ ທີ່ສາມາດປະຕິບັດມາດຕະຖານສຸຂະນາໄມພືດຜັກສົດ ຈາກສປປ ລາວ ໄປຍັງອີຢູ.

ຂ່າວ: ວຽງຈັນທາຍ

ຂ່າວສານບ້ານເມືອງ

Post navigation

Previous Post: ສະມາຊິກສະພາແຫ່ງຊາດ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍພາສີ ສະບັບປັບປຸງ
Next Post: ຊຸກຍູ້ວຽກງານໂຄສະນາຢູ່ກອງພົນທີ 5

Related Posts

ຢືນຢັນ! ການສັກວັກຊີນກັນພະຍາດໂຄວິດແມ່ນມີຄຸນປະໂຫຍດ ແລະ ປອດໄພ ຂ່າວສານບ້ານເມືອງ
ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫລີ ຄັ້ງທີ 21 ຂ່າວສານບ້ານເມືອງ
ຫຼວງພະບາງອະນຸຍາດ ຄົນຕ່າງແຂວງເດີນທາງເຂົ້າໄດ້ ໂດຍບໍ່ຈໍາເປັນຕ້ອງມີໃບຢັ້ງຢືນຈາກຕົ້ນທາງ ແລະ ບໍ່ຕ້ອງຈໍາກັດບໍລິເວນ ຂ່າວສານບ້ານເມືອງ
ເບື້ອງຫຼັງຄະດີສີສຸກ ດາວເຮືອງ ທີ່ຖືກ ສ າ ນ ຕັ ດ ສິ ນ ປ ະ ຫ າ ນ ຊີ ວິ ດ ຂ່າວສານບ້ານເມືອງ
ໂຈນລັກກະບະ ທະບຽນ ກໍາແພງນະຄອນ ກຣ 7373 (ມີຄລິບ) ຂ່າວສານບ້ານເມືອງ
ກວດກາໂຄງການກໍ່ສ້າງອະນຸສາວະລີນັກບິນທະຫານອະດີດສະຫະພາບໂຊຫວຽດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme