Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະມາຊິກສະພາແຫ່ງຊາດ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍພາສີ ສະບັບປັບປຸງ

Posted on 30/06/202030/06/2020 By All in LAOS No Comments on ສະມາຊິກສະພາແຫ່ງຊາດ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍພາສີ ສະບັບປັບປຸງ

ສະພາແຫ່ງຊາດ: ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 29 ມິຖຸນາ 2020 ພາຍໃຕ້ການເປັນປະທານຂອງ ທ່ານ ນາງປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ. ສະມາຊິກສະພາແຫ່ງຊາດຈາກແຕ່ລະເຂດເລືອກຕັ້ງໄດ້ພ້ອມກັນຄົ້ນຄ້ວາປະກອບຄວາມຄິດຄວາມເຫັນໃສ່ຮ່າງກົດໝາຍວ່າດ້ວຍພາສີ ສະບັບປັບ ປຸງ ທີ່ສະເໜີໂດຍ ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງການເງິນ.

ຮ່າງກົດໝາຍວ່າດ້ວຍພາສີ ສະບັບປັບປຸງ ປະກອບມີ XVII ພາກ, 28 ໝວດ, 180 ມາດຕາ ທີ່ໄດ້ປັບປຸງມາຈາກ XVII ພາກ, 21 ໝວດ, 122 ມາດຕາມ ຕາມກົດໝາຍສະບັບນໍາໃຊ້ປັດຈຸບັນ.

ເຫດຜົນ ແລະ ຄວາມຈໍາເປັນຂອງການປັບປຸງຮ່າງກົດ ໝາຍສະບັບນີ້ ເພື່ອປັບປຸງບັນຫາທີ່ພາໃຫ້ເກີດສິ່ງອຸດຕັນໃນການດໍາເນີນທຸລະກິດຢູ່ ສປປ ລາວ ແລະ ສິ່ງກີດຂວາງໃນການຄຸ້ມຄອງວຽກງານພາສີ ເປັນຕົ້ນ: 1) ການເຊື່ອມໂຍງ-ເຊື່ອມຈອດກັບສາກົນ, 2) ການອໍານວຍຄວາມສະ ດວກທາງດ້ານພາສີ ແລະ ການຄ້າ, 3) ຂັ້ນຂອດການນໍາເຂົ້າສົ່ງອອກ, 4) ການບໍລິການທາງຜ່ານ, 5) ລະບົບສາງ, ການຄຸ້ມຄອງສາງ ແລະ ເຂດປອດພາສີ, 6) ການແກ້ໄຂການລັກລອບຫລົບຫລີກພາສີ, 7) ການຍົກເວັ້ນ, ການງົດເກັບພາສີ ແລະ ພັນທະອື່ນ ແລະ 8) ໂຄງປະກອບການຈັດຕັ້ງ ແລະ ພາລະບົດບາດຂອງລັດຖະການພາສີ ແລະ ເນື້ອໃນອື່ນທີ່ຕິດພັນກັບການຄຸ້ມຄອງວຽກງານພາສີ.


ກົດໝາຍວ່າດ້ວຍພາສີ ສະບັບທໍາອິດ ໄດ້ຖືກຮັບຮອງປະກາດໃຊ້ໃນປີ 1994 ຫລັງຈາກນັ້ນໃນປີ 2005 ແລະ 2011 ໄດ້ຮັບການປັບປຸງ ຈົນຮອດປີ 2014 ໄດ້ປັບປຸງບາງມາດຕາ ແລະ ຖືກຮັບຮອງເອົາໃນກອງປະຊຸມສະໄໝສາ ມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VII ສະບັບເລກທີ 57/ສພຊ, ລົງວັນທີ 24 ທັນວາ 2014 ແລະ ໄດ້ຖືກຈັດຕັ້ງປະຕິບັດຈົນມາເຖີງປັດຈຸບັນນີ້.

ພາຍຫລັງພ້ອມກັນຄົ້ນຄ້ວາປະກອບຄວາມຄິດຄວາມເຫັນເປັນເວລາ 1 ວັນເຕັມ ສະມາຊິກສະພາແຫ່ງຊາດຈາກແຕ່ລະເຂດເລືອກຕັ້ງໄດ້ພ້ອມກັນລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍວ່າດ້ວຍພາສີ ສະບັບປັບປຸງ ຢ່າງເປັນທາງການ ດ້ວຍຄະແນນສຽງເຫັນດີເປັນສ່ວນໃຫຍ່.

ໂດຍ: ມົດແດງນ້ອຍ

Lao National Radio

ຂ່າວສານບ້ານເມືອງ

Post navigation

Previous Post: ແຈ້ງການວ່າດ້ວຍການເລື່ອນການສອບເສັງບັນຈຸລັດຖະກອນໃໝ່ 2020 ສະຫວັນນະເຂດ
Next Post: ສິນຄ້າກະສິກຳຂອງລາວ 80% ແມ່ນສົ່ງອອກໄປ ສປຈີນ

Related Posts

ຫ້າມຈໍາໜ່າຍຊື້ຂາຍເຄື່ອງດຶ່ມທີ່ມີທາດເຫຼົ້າ ຫ້າມບ້ານແລະເມືອງ ເກັບເງິນຄ່າທໍານຽມ ອອກໃບຢັ້ງຢືນ ໄລຍະໂຄວິດ-19 ຂ່າວສານບ້ານເມືອງ
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສຸນກາງພັກ ສະໄຫມທີ XI ພ້ອມດ້ວຍພັນລະຍາ ຂ່າວສານບ້ານເມືອງ
ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ບໍ່ເຕ່ນ-ວຽງຈັນໃຕ້ ສໍາເລັດ 93,82% ຂ່າວສານບ້ານເມືອງ
ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນກໍລະກົດ 2020 ຂ່າວສານບ້ານເມືອງ
ຢາຂ້າແມ່ທ້ອງ ຈະມີອາການຂ້າງຄຽງ 2 ລະດັບ ຂ່າວສານບ້ານເມືອງ
ສສຊ ຊີ້ ຮຽນຜ່ານອອນລາຍ ໄດ້ຮູບການ ຫລາຍກວ່າຄຸນະພາບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme