Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

20 ຄອບຄົວ ຢູ່ເມືອງໃໝ່ໄດ້ຮັບຜົນກະທົບຈາກ ຕັກແຕນຝູງໄມ້ປ່ອງທຳລາຍເຂົ້າໄຮ່ຫຼາຍກວ່າ 4,5 ເຮັກຕາ

Posted on 29/06/202029/06/2020 By All in LAOS No Comments on 20 ຄອບຄົວ ຢູ່ເມືອງໃໝ່ໄດ້ຮັບຜົນກະທົບຈາກ ຕັກແຕນຝູງໄມ້ປ່ອງທຳລາຍເຂົ້າໄຮ່ຫຼາຍກວ່າ 4,5 ເຮັກຕາ

ຜົ້ງສາລີ: ໃນວັນທີ 26 ມີຖຸນາ 2020 ຜ່ານມານີ້, ທັງອົງການປົກເມືອງໃໝ່ໄດ້ຮັບການລາຍງານຈາກຄະນະພັກ ແລະ ປະຊາຊົນບ້ານເພຍລໍໃໝ່ ວ່າມີຕັກແຕນຝູງໄມ້ປ່ອງ ເຂົ້າທຳລາຍແນວປູກຕ່າງໆຂອງພໍ່ແມ່ປະຊົນຢ່າງໝັກໜ່ວງ.

ໃນວັນທີ່ 28 ມີຖຸນາ 2020 ທ່ານ ວຽງສະໄໜ ສີສົງຄາມ ຫົວໜ້າຫ້ອງການກະສີກຳ ແລະ ປ່າໄມ້ເມືອງໃໝ່  ແຂວງຜົ້ງສາລີ ພ້ອມດ້ວຍຄະນະໄດ້ລົງກວດກາສຳຫຼວດຕົວຈີງ ແລະ ໄດ້ລາຍງານໃຫ້ຮູ້ວ່າ: ປະຊາຊົນຢູ່ບ້ານ ເພຍລໍໃໝ່ ເມືອງໃໝ່ ໄດ້ຮັບຜົນກະທົບຈາກ#ຕັກແຕນຝຸງໄມ້ປ່ອງທຳລາຍເຂົ້າໄຮ່ ແລະ ແນວປູກອື່ນໆ ເຊີ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ພໍ່ແມ່ປະຊາຊົນຈຳນວນ 20 ຄອບຄົວ, ລວມເນື້ອທີ່ເສຍຫາຍທັງໝົດ 4,94 ເຮັກຕາ, ປະເມີນມູນຄ່າເສຍຫາຍເບື້ອງຕົ້ນທັງໝົດ 24.885.000 ກີບ.

ປະຈຸບັນທາງຂະແໜງການທີ່ກ່ຽວຂ້ອງກະຄືຫ້ອງການກະສີກຳ ແລະ ປ່າໄມ້ເມືອງ ໄດ້ລົງແຈກຢາຍຢາພົ່ນສີດໃຫ້ກັບພໍ່ແມ່ປະຊາຊົນ ຈໍານວນ 1000 ຖົງ, 1 ຖົງໃສ່ນໍາ້ໄດ້ 20 ລິດ ແລະ ສາມາດສີດໄດ້ໃນເນື້ອທີ່ ປະມານ 0,3 ເຮັກຕາ ແລະ ກໍ໋ໄດ້ນຳພາພໍ່ແມ່ປະຊາຊົນລົງພົ່ນສີດຕາມຫລັກການບ່ອນທີ່ມີຝຸງຕັກແຕນຈຳນວນຫຼວງຫຼາຍ.

.

.

.

.

ລາຍງານຈາກປະຊາຊົນໃຫ້ຮູ່ວ່າ ວັນທີ່ 26/6/2020

ເມືອງໃໝ່ ແຂວງ ຜົ້ງສາລີ ໄດ້ຮັບຜົບກະທົບຈາກຕັກແຕນທຳລາຍຜົນລະປູກຂອງຊາວບ້ານຢາງໜັກໂດຍສະເພາະແມ່ນເຂົ້າໄຮ່ຢາກໃຫ້ພາກສ່ວນກ່ຽວຂອງລົງແກ້ໄຂຊ່ວຍແດ່

ພາບຈາກບ້ານເພຍລໍໃໝ່ ໄຮ່ຂອງທ້າວສົມໝາຍ ລາວຢາ

ຄລິບ

.

.

.

.

ຂ່າວສານບ້ານເມືອງ

Post navigation

Previous Post: ການບູລະນະ ພຣະເຈົ້າອົງຫຼວງ ວັດຈອມເພັດ ນະຄອນ ປາກເຊ ໃກ້ສໍາເລັດແລ້ວ
Next Post: ແຈ້ງການວ່າດ້ວຍການເລື່ອນການສອບເສັງບັນຈຸລັດຖະກອນໃໝ່ 2020 ສະຫວັນນະເຂດ

Related Posts

ອຸບັດເຫດ! ລົກຈັກປະທະໃຫຍ່ ເ ສ ຍ ຊີ ວິ ດ ຄ າ ທີ່ເປັນນັກສຶກສາ ຂ່າວສານບ້ານເມືອງ
ໄຊຍະບູລີແຈ້ງການດ່ວນ! ເພີ່ມທະວີປະຕິບັດມາດຕະການປ້ອງກັນໂຄວິດ ຂ່າວສານບ້ານເມືອງ
ລັດຖະບານຍີ່ປຸ່ນ ຊ່ວຍ 1,8 ລ້ານໂດລາ ແກ່ວຽກງານ ເກັບ ກູ ້ ລ ະ ເ ບີ ດ-ສຶກສາ-ທັນຕະແພດ ແລະ ການຝຶກອົບຮົມວິຊາຊີບ ຂ່າວສານບ້ານເມືອງ
ກຽມພ້ອມຂັ້ນສູງ ຮັບມືອຸທົກກະໄພ ທີ່ໄຊຍະບູລີ ຂ່າວສານບ້ານເມືອງ
ຂ່າວໂຄວິດຕິດເຊື້ອມື້ນີ້ 329ຄົນ ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ປກສ ແຂວງວຽງຈັນ ມອບລົດຈັກຄືນເຈົ້າຂອງເດີມ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme