Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສຶກສາອົບຮົມກຸ່ມໄວລຸ້ນ 38 ຄົນ ໃຫ້ເຂົ້າໃຈເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງການມົ້ວສຸມຢາເສບຕິດ ແລະ ຫຼິ້ນເກມອອນລາຍ

Posted on 29/06/202029/06/2020 By News No Comments on ສຶກສາອົບຮົມກຸ່ມໄວລຸ້ນ 38 ຄົນ ໃຫ້ເຂົ້າໃຈເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງການມົ້ວສຸມຢາເສບຕິດ ແລະ ຫຼິ້ນເກມອອນລາຍ

ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ນຳເອົາກຸ່ມໄວລຸ້ນທີ່ມົ້ວສຸມຢາເສບຕິດ, ຫຼີ້ນເກມອອນລາຍ ( ອິນເຕີເນັດ ) ຈໍານວນ 38 ຄົນ, ຍິງ 1 ຄົນ ມາສຶກສາອົບຮົມເພື່ອໃຫ້ເຂົາໃຈເຖິງຜົນຮ້າຍ ແລະ ໄພອັນຕະລາຍ ຂອງການມົ້ວດັ່ງກ່າວ ໂດຍການເປັນປະທານຂອງ ພັທ ສົມຫວັງ ທອງປະດິດ ຮອງກອງບັນຊາການ ປກສ ເມືອງໄຊທານີ, ມີ ທ່ານ ຝົນ ທິລະກຸນ ຮອງຫົວໜ້າຫ້ອງວ່າການປົກຄອງເມືອງໄຊທານີ, ມີຮອງເລຂາຫົວໜ້າຫ້ອງການສຶກສາ ແລະ ກິລາເມືອງ, ຮອງເລຂາຊາວໜຸ່ມເມືອງ, ປກສ ກຸ່ມ, ການຈັດຕັ້ງ 10 ບ້ານເຂົ້າຮ່ວມ.

Image may contain: 1 person

ພັທ ບຸນມີ ແກ້ວພົມມາ ຫົວໜ້າພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງໄຊທານີ ໃຫ້ຮູ້ວ່າ: ຕໍ່ກັບກຸ່ມມົ້ວສຸມຢາເສບຕິດ, ຫຼີ້ນເກມອອນລາຍ ( ອິນເຕີເນັດ ) ທີ່ນໍາມາສືກສາອົບຮົມນີ້ ແມ່ນສືບເນື່ອງມາຈາກ ເວລາ 17:00ໂມງ ຂອງວັນທີ 19 ມິຖຸນາ 2020 ເຈົ້າໜ້າທີ່ ປກສ ເມືອງໄຊທານີ ໄດ້ລົງກວດກາບັນດາຮ້ານອາຫານ, ຮ້ານກິນດື່ມ ທີ່ມີການມົ້ວສຸມສິ່ງທີ່ຜິດກົດໝາຍ ໄດ້ພົບເຫັນຮ້ານອິນເຕີເນັດຮ້ານໜື່ງ ທີ່ມີການມົ້ວສຸມຢາເສບຕິດ, ຫຼີ້ນເກມອອນລາຍ; ເຊິ່ງເປັນຮ້ານຂອງ ນ. ອາຫຼິງ ອາຍຸ 20 ປີ, ຢູ່ບ້ານສົມສະໄໝ, ເມືອງໄຊທານີ ນະຄອນຫຼວງວຽງຈັນ ຕັ້ງຢູ່ບ້ານດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ຜ່ານການກວດກາພົບເຫັນ ຢາບ້າ ຈຳນວນ 11 ເມັດ, ເຄື່ອງຕື່ມເຊີເກມ ຈຳນວນ 1 ຊຸດ, ລົດຈັກ 29 ຄັນ, ລົດໃຫຍ່ 1 ຄັນ, ມີຜູ້ມົ້ວສຸມຢາເສບຕິດ, ຫຼີ້ນເກມອອນລາຍ ຈຳນວນ 38 ຄົນ, ຍິງ 1 ຄົນ ແລະ ເຈົ້າຂອງຮ້ານ 3 ຄົນ, ຍິງ 2 ຄົນ, ມາຮອດວັນທີ 23 ມິຖຸນາ 2020 ຈິ່ງໄດ້ນຳຜູ້ມົ້ວສຸມຢາເສບຕິດ, ມົ້ວສຸມຫຼີ້ນເກມອອນລາຍມາສຶກສາອົບຮົມ ເພື່ອໃຫ້ເຂົ້າໃຈ ເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງການມົ້ວສຸມດັ່ງກ່າວ. ຕໍ່ກັບເຈົ້າຂອງຮ້ານ ແມ່ນໄດ້ມອບໃຫ້ໜ່ວຍງານສະເພາະກິດ ຂອງເມືອງໄຊທານີ ເປັນຜູ້ແກ້ໄຂ.

Image may contain: one or more people, people sitting, table and indoor

ໃນການສືກສາອົບຮົມ ຮອ ບົວລຳ ດວງປັນຍາ ຮອງຫົວໜ້າໜ່ວຍງານສະກັດກັ້ນ ແລະ ປາບປາມຢາເສບຕິດ ໄດ້ບັນລະຍາຍເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດໃຫ້ຜູ້ທີ່ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດອີກດ້ວຍ ເພື່ອເຮັດໃຫ້ກຸ່ມໄວລຸ້ນຈໍານວນນີ້ ປັບປ່ຽນພຶດຕິກໍາດັ່ງກ່າວແລ້ວກັນມາເຮັດສິ່ງທີ່ເກີດປະໂຫຍດທີ່ດີິຕໍ່ຕົນເອງ, ຄໍ່ພໍ່ແມ່, ຕໍ່ຄອບຄົວ ແລະ ຕໍ່ສັງຄົມລາວ.

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດີ! ນະໂຍບາຍຄ່າໄຟຟ້າໃໝ່ ຂະຫຍາຍເວລາ ຮອດ ທ້າຍປີ 2020
Next Post: ສສກ ແຈ້ງການ ເລື່ອງ ການຈັດຕັ້ງປະຕິບັດດໍາລັດ ວ່າດ້ວຍ ຕໍາແໜ່ງວິຊາການຄູຢູ່ສະຖານການສຶກສາຊັ້ນສູງ

Related Posts

ເຈົ້າແຂວງສາລະວັນ ນຳພາ ທ່ານ ຈ້າວເຫີວຍ ໄປເບິ່ງເຂດເໝາະສົມແກ່ການລົງທຶນ ຂ່າວສານບ້ານເມືອງ
ໄທສົ່ງອອກເຂົ້າລັອດທຳອິດ 1.000 ໂຕ່ນໄປຈີນ ຜ່ານທາງລົດໄຟລາວ-ຈີນ ຂ່າວສານບ້ານເມືອງ
ຂ່າວ​ດ່ວນ! ລາວພົບຜູ້ຕິດເຊື້ອເພີ່ມຂຶ້ນ +105ຄົນ ຂ່າວສານບ້ານເມືອງ
ປກສ ເມືອງປາກກະດິງ ມ້າງຄະດີຄ້າຂາຍ ຢ ຈັບໄດ້ 4 ຄົນ ລວມຂອງກາງ ຂ່າວສານບ້ານເມືອງ
ໄຟໄໝ້ເຮືອນເສຍຫາຍ 1 ຫຼັງ ທີ່ ບ້ານຮ່ອງແຊງ ຂ່າວສານບ້ານເມືອງ
ສາວໃຈບຸນ!ເອົາເລືອດອອກຊ່ວຍແມ່ທີ່ເກີດລູກນອກພົກໄດ້ທັນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme