Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະຊາຊົນ ບ້ານນາວຽງຄໍາ ນະຄອນ ຫຼວງພະບາງ ໂຮມເງິນ ຮ່ວມແຮງ ປູທາງເບຕົງ ພາຍໃນບ້ານ

Posted on 29/06/202029/06/2020 By All in LAOS No Comments on ປະຊາຊົນ ບ້ານນາວຽງຄໍາ ນະຄອນ ຫຼວງພະບາງ ໂຮມເງິນ ຮ່ວມແຮງ ປູທາງເບຕົງ ພາຍໃນບ້ານ

ການກໍ່ສ້າງເສັ້ນທາງເບຕົງຈາກການຮ່ວມມືຂອງປະຊາຊົນບ້ານນາວຽງຄຳ ຈະເປັນຕົວແບບໃຫ້ຫຼາຍບ້ານໃນ ນະຄອນ ຫຼວງພະບາງ

ການກໍ່ສ້າງເສັ້ນທາງເບຕົງ ພາຍໃນບ້ານນາວຽງຄຳ ໄດ້ເລີ້ມລົງມືປະຕິບັດມາແຕ່ທ້າຍເດືອນພດສະພາ ຫາ ທ້າຍເດືອນມິຖຸນານີ້ ໄດ້ສຳເລັດເກືອບ 100%.

ເຊີ່ງການກໍ່ສ້າງທັງໝົດ ແມ່ນໄດ້ຈາກການປະກອບສ່ວນ ດ້ານທືນຮອນຂອງປະຊາຊົນທີ່ຊົມໃຊ້ເສັ້ນທາງ, ລວມທັງການປະກອບສ່ວນຂອງນັກທຸລະກິດ ແລະການນຳ-ອາດິດການນຳ ທີ່ດຳລົງຊີວິດຢູ່ພາຍໃນບ້ານ ໃນນັ້ນ ມີທັງການປະກອບສ່ວນເປັນຈຳນວນເງີນ ແລະວັດຖຸ ລວມປະມານ 41 ລ້ານກ່ວາກີບ, ສ່ວນການປະກອບສ່ວນດ້ານພາຫະນະຂົນສົ່ງແຫ່-ຊາຍ ແລະແຮງງານ ແມ່ນບໍ່ໄດ້ຄິດໄລ່ເປັນມູນຄ່າ, ພິເສດແມ່ນອົງການປົກຄອງ ນະຄອນ ຫຼວງພະບາງ ປະກອບສ່ວນຊີມັງຈຳນວນ 30 ໂຕ່ນ.

ທ່ານ ຈັນສຸກ ພັນໂດລັກ ເຈົ້ານະຄອນ ຫຼວງພະບາງ ໄດ້ໃຫ້ສຳພາດວ່າ: ການກໍ່ສ້າງເສັ້ນທາງເບຕົງ ພາຍໃນບ້ານນາວຽງຄຳ ເປັນຕົວແບບໜື່ງໃນການປະຕິບັດແຜນການ 5 ປີຂອງນະຄອນ ຫຼວງພະບາງ ເື່ອກ້າວຂື້ນເປັນນະຄອນທີ່ສະອາດ ສີຂຽວໃນອານາຄົດ, ເຊີ່ງເມືອງກ່ອນເສັ້ນທາງພາຍໃນບ້ານ ເປັນເສັ້ນທາງດີນແດງ ປູູດ້ວຍຫີນກາບ ເຮັດໃຫ້ພົບຄວາມຫຍຸ້ງຍາກ ໃນການໄປມາຫາສູ່ກັນ ທັງບໍ່ມີຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ,

ທ່ານກ່າວຕື່ມວ່າ: ຜົນສຳເລັດຂອງການປູເສັ້ນທາງເບຕົງພາຍໃນບ້ານນາວຽງຄຳ ແມ່ນການປະກອບສ່ວນນັບທັງວັດຖຸ-ເງີນຄຳ ແລະເຫື່ອແຮງຂອງປະຊາຊົນພາຍໃນບ້ານ ເຊີ່ງຈະເປັນແບບຢ່າງໃຫ້ກັບບ້ານອື່ນ ນຳໄປໝູນໃຊ້ ແລະປະຕິບັດຕໍ່ໄປ ເພື່ອເຮັດໃຫ້ບັນດາບ້ານ ພາຍໃນນະຄອນຫຼວງພະບາງ ໄດ້ມີເສັ້ນທາງເບຕົງຊົມໃຊ້.

ບ້ານນາວຽງຄຳ ເປັນບ້ານໜື່ງຕັ້ງຢູ່ໃນເທດສະບານຂອງແຂວງ ກໍ່ຄືນະຄອນ ຫຼວງພະບາງ ປະກອບມີ 239 ຄອບຄົວ, ສະເພາະເສັ້ນທາງເບຕົງ ທີ່ສ້າງສຳເລັດແລ້ວມີຄວາມຍາວທັງໝົດ 407 ແມັດ, ນໍາໃຊ້ທືນທັງໝົດ 41 ລ້ານກ່ວາກີນ, ໃນນັ້ນ ແມ່ນການປະກອບສ່ວນຂອງປະຊາຊົນຜູ້ນຳໃຊ້ເສັ້ນທາງ ຈຳນວນ 55 ຄອບຄົວ, ຄອບຄົວ ລະ 4 ແສນກີບ ລວມ 32 ລ້ານກີບ, ໃນແຜນການຕໍ່ໜ້າ ອົງການປົກຄອງບ້ານຈະສືບຕໍ່ໃນການສ້າງທາງເບຕົງ ໃຫ້ປະຊາຊົນພາຍໃນບ້ານຊົມໃຊ້ຕື່ມ ໂດຍປັບຈາກເສັ້ນທາງປູຫີນທີ່ຍັງເຫຼືອ 1 ເສັ້ນ ມີຄວາມຍາວປະມານ 200 ແມັດ ໃຫ້ເປັນເສັ້ນທາງເບຕົງ ໃນທ້າຍປີນີ້.

ໂດຍ: ຂ່າວສານ ຫຼວງພະບາງ

ຂ່າວສານບ້ານເມືອງ

Post navigation

Previous Post: ກອງພັນໃຫຍ່ 941 ປິດອົບຮົມທະຫານໃໝ່ປະຈຳປີ 2020
Next Post: ຫ້ອງອັດບ້ານນາ ແຕ່ຍອດວິວບ້າໄປແລ້ວ! ເປົ້າຮ້ອຍລ້ານວິວ

Related Posts

ລັດຖະບານອັງກິດ ມອບວັກຊິນກັນພະຍາດໂຄວິດ 300.000 ກວ່າໂດສ ແກ່ລາວ ຂ່າວສານບ້ານເມືອງ
ນາຍົກລັດຖະມົນຕີປະດັບຊັ້ນພົນເອກໃຫ້ນາຍຕຳຫລວດຄົນທຳອິດຂອງ ສປປ ລາວ ຂ່າວສານບ້ານເມືອງ
ປກສ ເມືອງໂພນໂຮງ ແຈ້ງການເຖິງເຈົ້າຂອງລົດຈັກທີ່ຖືກຄົນຮ້າຍລັກໄປ ຈໍານວນ 6 ຄັນ ຂ່າວສານບ້ານເມືອງ
ຊາຍປິດຊີບຕົນເອງແຂວນຄໍຂ້າງປ່ອງຢ້ຽມ ເຂດບ້ານໂຊກໃຫຍ່ ຂ່າວສານບ້ານເມືອງ
ເກີດເຫດ! ລົດໃຫ່ຍເສຍຫຼັກປິ້ນ ທີ່ທາງດ່ວນເຂດບ້ານຫີນເຫີບ ຂ່າວສານບ້ານເມືອງ
ຮ່ວມແຮງຮ່ວມໃຈ ໃຊ້ລົດໃຊ້ຖະໜົນ ດ້ວຍຄວາມປອດໄພ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme