Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງພັນໃຫຍ່ 941 ປິດອົບຮົມທະຫານໃໝ່ປະຈຳປີ 2020

Posted on 29/06/202029/06/2020 By News No Comments on ກອງພັນໃຫຍ່ 941 ປິດອົບຮົມທະຫານໃໝ່ປະຈຳປີ 2020

ໃນວັນທີ 25 ມິຖຸນາ 2020 ນີ້, ກອງພັນໃຫຍ່ 941 ໄດ້ປິດອົບຮົມໃຫ້ທະຫານໃໝ່ປະຈຳປີ 2020 ຢູ່ທີ່ກົມກອງ ໂດຍການ ເປັນປະທານຂອງ ສະຫາຍ ພົນ ຈັດຕະວາ ພັນແສງ ບຸນພັນ ຫົວໜ້າກົມອົບຮົມກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພັນເອກ ພັນສອນ ຄຳຜິວ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພັນໃຫຍ່ 941, ມີຄະນະພັກ-ຄະນະບັນຊາ, ພະແນກການ, ແຂກຖືກເຊີນຕະຫຼອດຮອດອ້າຍນ້ອງທະຫານໃໝ່ເຂົ້າຮ່ວມ. ໃນບົດສະຫຼຸບການຈັດຕັ້ງອົບຮົມໃຫ້ທະຫານໃໝ່ ປະຈຳປີ 2019 ໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດ ຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາສາມາດເຫັນໄດ້ແຕ່ລະ ສະຫາຍມີແນວຄິດການເມືອງໜັກແໜ້ນ, ມີຄວາມອົດທົນພະຍາຍາມທາງດ້ານຮ່າງກາຍເຂັ້ມແຂງທາງດ້ານຈິດໃຈ, ສຸມໃສ່ໃນການເຝິກແອບຮໍ່າຮຽນຍົກສູງຄວາມຮູ້ຄວາມສາມາດທາງດ້ານສິລະປະຍຸດ-ຍຸດທະວິທີໃຫ້ມີຄວາມຊຳນິຊຳນານສາມາດເຮັດສຳເລັດຕາມລະດັບຄາດໝາຍ ແລະ ມີຄວາມປອດໄພ 100%, ຜ່ານການອົບຮົມຫັດ ແອບຕົວຈິງ 90 ວັນ ແລະ ຈັດ ຕັ້ງສອບເສັງສາມາດຕີລາຄາ ຜົນໄດ້ຮັບຄື: ພາກວິຊາການທະ ຫານ 64 ວັນ ເທົ່າກັບ 88,3%, ປະຕິບັດຕົວຈິງ 80%, ທິດສະດີ 20%, ພາກການເມືອງ 4 ວັນ ເທົ່າກັບ 6,7%, ຮຽນທິດສະດີ 100%, ພາກວິຊາເຕັກນິກ 3 ວັນ ເທົ່າກັບ 5%, ທິດສະດີ 50%, ປະຕິບັດຕົວຈິງ 50%.

Image may contain: 2 people, people standing, child and outdoor

ຈາກນັ້ນໄດ້ມອບໃບຢັ້ງຢືນໃຫ້ ອ້າຍນ້ອງທະຫານໃໝ່ຈຳນວນ 100 ສະຫາຍ ພ້ອມນັ້ນຄະນະ ປະທານ ແລະ ທຸກພາກສ່ວນ ຍັງໄດ້ຊົມການສະແດງກີລາການທະຫານແລ່ນມ້າງປະກອບ ປືນ, ຫັດກາຍມືເປົ່າ 24 ຈັງຫວະ, 7 ຈັງຫວະທະຫານຮາບ, ບົດ ບຸກຕີຂອງທະຫານຮາບ, ຫັດກາຍມີປືນ, ເຄົາລົບທຸງຂັ້ນກອງຮ້ອຍ ແລະ ການເດີນສວນສະໜາມຂອງອ້າຍນ້ອງທະຫານໃໝ່. ໂອກາດນີ້, ສະຫາຍ ພົນຈັດ ຕະວາ ພັນແສງ ບຸນພັນ ໄດ້ໂອ້ລົມ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ທຸກ ສະຫາຍຍາດມາໄດ້ໃນໄລຍະຜ່ານມາ ແລະ ໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນຕໍ່ກັບ ຄູ-ອາ ຈານແຕ່ລະສະຫາຍຕ້ອງໄດ້ເອົາໃຈໃສ່ສິດສອນສົ່ງຄວາມຮູ້ ໃຫ້ນັກຮຽນເຕັມເມັດເຕັມໜ່ວຍມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້ ແລະ ຍັງ ໄດ້ເນັ້ນໜັກໃຫ້ອ້າຍນ້ອງທະຫານໃໝ່ຕ້ອງມີແນວຄິດໜັກແໜ້ນເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ກຳແໜ້ນໄດ້ທິດສະດີຫຼັກ ການບົດຮຽນທີ່ໄດ້ຮຽນມາເພື່ອ ໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງພາຍໃນກົມກອງ. ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃຫ້ ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກ ງານໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຂຶ້ນເລື້ອຍໆ.

ຂ່າວ: ນ ທອງສີ ຈັນທະລັງສີ ພາບ: ດາວຽງ ຫຼວງສິດທິເດດ

ຂ່າວສານບ້ານເມືອງ

Post navigation

Previous Post: ການຄ້ານະຄອນຫຼວງວຽງຈັນ ຈະແກ້ໄຂທຸກຂອດຂັ້ນ ຕ້ານການສວຍໂອກາດຂຶ້ນລາຄາສິນຄ້າ
Next Post: ປະຊາຊົນ ບ້ານນາວຽງຄໍາ ນະຄອນ ຫຼວງພະບາງ ໂຮມເງິນ ຮ່ວມແຮງ ປູທາງເບຕົງ ພາຍໃນບ້ານ

Related Posts

ເກີດເຫດ! ລົດໃຫຍ່ເສຍຫລັກຕຳເສົາໄຟຟ້າສົ້ນຂົວນໍ້າເຄັມ (ມີຄົນຕິດພາຍໃນລົດ 1 ຄົນ) ຂ່າວສານບ້ານເມືອງ
ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງໄຊເສດຖາ ແຂວງອັດຕະປື ສັ່ງຢຸດກິດຈະການປໍ້ານໍ້າມັນ ຊົ່ວຄາວຍ້ອນຂາຍເກີນລາຄາ ຂ່າວສານບ້ານເມືອງ
ຈະໃຫ້ຈໍາກັດບໍລິເວນຢູ່ເຮືອນຊົ່ວຄາວຫາກໂຮງໝໍບໍ່ພຽງພໍ ຂ່າວສານບ້ານເມືອງ
ອຸຕຸໄພເຕືອນໜາວ! ອາທິດນີ້ອຸນຫະພູມຈະໜາວເຢັນລົງ 1-3 ອົງສາ ​ ຂ່າວສານບ້ານເມືອງ
ອຸບັດຕິເຫດ! ເຮືອບິນຕົກໃນໂຊມາລີ ສາຍການບິນເຄນຢາ Bluebird Aviation ຂ່າວສານບ້ານເມືອງ
ກະຊວງ ປກສ ລົງວິໄນ ເຈົ້າໜ້າທີ່ 11 ຄົນ ທີ່ເຮັດຜິດລະບຽບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme