Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຂ່າວຮ້າຍ! ເສຍຊິວິດເພີ່ມອີກ 1 ຄົນຍ້ອນໄຂ້ຍຸງລາຍ

Posted on 29/06/202029/06/2020 By News No Comments on ຂ່າວຮ້າຍ! ເສຍຊິວິດເພີ່ມອີກ 1 ຄົນຍ້ອນໄຂ້ຍຸງລາຍ

ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ໃນວັນທີ 26 ມິຖຸນາ ວ່າ: ມີຜູ້ເສຍຊີວິດຈາກໄຂ້ຍຸງລາຍເພີ່ມອີກ 1 ຄົນແລ້ວຢຸ່ແຂວງບໍລິຄໍາໄຊໝາຍຄວາມວ່ານັບແຕ່ທ້າຍເດືອນທັນວາປີ 2019 ຮອດປັດຈຸບັນ ຄົນລາວເສຍຊີວິດລວມແລ້ວ 6 ຄົນ ( ນະຄອນຫລວງ 2, ບໍລິຄໍາໄຊ 2, ເຊກອງ 1 ແລະ ຄໍາມວນ 1).

ກະຊວງ ສາທາລະນະ ສຸກລາຍງານ 6 ...
ພາບປະກອບ

ກະຊວງສາທາລະນະສຸກຍັງແຈ້ງໃຫ້ຮູ້ຕື່ມວ່າ: ສະພາບຜູ້ຕິດເຊື້ອໄຂ້ຍຸງລາຍຍັງໜ້າເປັນຫ່ວງເພາະຍັງມີຕົວເລກຜູ້ຕິດເຊື້ອເພີ່ມຂຶ້ນໃນແຕ່ລະມື້ຊຶ່ງຢູ່ນະຄອນຫລວງວຽງຈັນມີີຜູ້ຕິດເຊື້ອຫຼາຍກວ່າໝູ່ ມີ ເຖິງ 479 ກໍລະນີ, ຮອງລົງມາແມ່ນແຂວງວຽງຈັນ ມີ 304 ກໍລະນີ, ບໍລິຄໍາໄຊ ມີ 257 ກໍລະນີ, ແຂວງ ອັດຕະປື ມີ 229 ກໍລະນີ, ຄໍາມ່ວນ 178 ກໍລະນີ, ສະຫວັນນະເຂດ ມີ 172 ກໍລະນີ, ສາລະວັນ 135 ກໍລະນີ, ໄຊຍະບູລີ ມີ 113 ກໍລະນີ ແລະ  ແຂວງອື່ນໆ, ຍັງມີພຽງແຕ່ແຂວງຊຽງຂວາງແຂວງດຽວ ທີ່ຍັງບໍ່ພົບຜູ້ຕິດເຊື້ອຈັກກໍລະນີ.

No photo description available.

ກະຊວງສາທາລະນະສຸກໄດ້ຮຽກຮ້ອງໃຫ້ທຸກຄົນຈົ່ງຊ່ວຍກັນເພີ່ມທະວີມາດຕະການປ້ອງກັນໄຂ້ຍຸງລາຍ ໂດຍສະເພາະໃຫ້ທໍາລາຍແຫຼ່ງເພາະພັນໜອນນໍ້າ ຫຼື ລູກຍຸງລາຍຢູ່ບໍລິເວນເຮືອນໃຫ້ເປັນປະຈໍາ ແລະ ອື່ນໆ.

ປີ 2019 ທີ່ຜ່ານມາ, ຄົນລາວເສຍຊີວິດສູງເຖິງ 76 ຄົນຍ້ອນໄຂ້ຍຸງລາຍ.

ຂ່າວສານບ້ານເມືອງ

Post navigation

Previous Post: ໄຟໄໝ້ກຸດຕິວັດສີບຸນເຮືອງ ເມືອງຫົງສາ ຈົວນ້ອຍມໍລະນະພາບ 3 ອົງ
Next Post: ການຄ້ານະຄອນຫຼວງວຽງຈັນ ຈະແກ້ໄຂທຸກຂອດຂັ້ນ ຕ້ານການສວຍໂອກາດຂຶ້ນລາຄາສິນຄ້າ

Related Posts

ກອງປະຊຸມສຸດຍອດການຄ້າ-ການລົງທຶນ ຈີນ-ອາຊຽນ ຄັ້ງທີ 17 ທີ່ນະຄອນໜານໜິງ ຂ່າວສານບ້ານເມືອງ
ກວດໄດ້ອີກ 12 ຄົນ ແກ໋ງລັກຊັບແລະພົວພັນຢາເສບຕິດ ຂ່າວສານບ້ານເມືອງ
ຄະນະສະເພາະກິດປ້ອງກັນ ແລະຄອບຄຸມ ພ ະ ຍ າ ດ ໂ ຄ ວິ ດ ຈະທົດລອງໃຫ້ຊາວຕ່າງປະເທດທີ່ຈະເຂົ້າມາລາວໃສ່ເຄື່ອງຕິດຕາມ ແລະ ມີປະກັນໄພ ຂ່າວສານບ້ານເມືອງ
ປກສ ນະຄອນຫຼວງວຽງຈັນ ສຸມໃສ່ 8 ວຽກ ເພື່ອໃຫ້ການຄ້າປະເວນີ ຫຼຸດລົງ ຂ່າວສານບ້ານເມືອງ
ທຳລາຍເຄື່ອງ ຜິ ດ ກົ ດ ໝ າ ຍ ບຸກລຸກປ່າໄມ້ ຂ່າວສານບ້ານເມືອງ
ເຈົ້າໜ້າທີພາດເສຍຈັງວະຖືກຟັ ນໄດ້ຍີບ 10ກວ່າເຂັມ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme