ນະຄອນຫຼວງວຽງຈັນ: ພາຍຫລັງທີ່ກົມກົງສຸນ ກະຊວງການຕ່າງປະ ເທດ ໄດ້ແຈ້ງເຖິງພໍ່ແມ່, ພີ່ນ້ອງປະຊາຊົນລາວທຸກຖ້ວນໜ້າ ໂດຍອີງຕາມຈົດໝາຍແຈ້ງຈາກ ສະຖານເອກອັກຄະລັດຖະທູດແຫ່ງ ສະຫະລັດ ອາເມລິກາ ປະຈຳ ສປປ ລາວ ສະບັບເລກທີ 20-334/CONS, ລົງວັນທີ 6 ເມສາ 2020 ຊາບວ່າ: ເລີ່ມແຕ່ວັນທີ 1 ເມສາ 2020 ເປັນຕົ້ນມາ ໄດ້ງົດການອອກວີຊາ ( Visa ) ເຂົ້າ ສ ອາເມລິກາ ໃຫ້ແກ່ພົນລະ ເມືອງລາວ ທີ່ມີຈຸດປະສົງເດີນທາງໄປ ອາເມລິກາ ແບບບໍ່ເປັນທາງການ.
ເຖິງວ່າຈະມີການງົດການອອກວີຊາດັ່ງກ່າວ, ແຕ່ສະຖານທູດ ກໍຍັງສືບຕໍ່ພິຈາລະນາອອກ ວີຊາ ໃຫ້ບຸກຄົນທີ່ຈະໄປວຽກທາງການໃນຂອບເຄືອຂ່າຍຂອງອົງການສະຫະປະຊາຊາດ ຫລື ໄປປະຕິບັດໜ້າທີ່ຢູ່ສຳນັກງານຜູ້ຕາງໜ້າການທູດ ແຫ່ງ ສປປ ລາວ ທີ່ ສະຫະລັດ ອາເມ ລິກາ; ຕໍ່ບັນຫານີ້ ມີປະຊາຊົນລາວຈຳນວນໜຶ່ງ ຍັງເຂົ້າໃຈຜິດວ່າສະຖານທູດ ອາເມລິກາ ຍັງພິຈາລະນາອອກວີຊາຢ້ຽມຢາມໃຫ້ບຸກຄົນທົ່ວໄປ ຊໍ້າບໍ່ໜຳຍັງມີກຸ່ມຄົນຈຳນວນໜຶ່ງອາດໃຊ້ສະຖານະການນີ້ ມາຕົວະວ່າສາມາດຕິດຕໍ່ຄົນໃຫ້ແລ່ນເອກະສານຂໍອອກວີຊາໄດ້ໃນໄລຍະນີ້.
ທ່ານ ດຣ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສ ອາເມລິກາ ປະຈຳ ສປປ ລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ, ໃນວັນທີ 25 ມິຖຸນາ 2020 ໂດຍທ່ານໄດ້ແນະນຳໃຫ້ມີສະຕິລະວັງຕົວ ຢ່າຫລົງເຊື່ອ ຫາກມີບຸກຄົນມາບອກ ຫລື ຕົວະວ່າ ສາມາດຂໍອອກວີຊາເດີນທາງໄປ ສ ອາເມ ລິກາໄດ້; ເນື່ອງຈາກວ່າໃນໄລຍະນີ້ ໂດຍປະຕິບັດຕາມນະໂຍບາຍຂອງລັດຖະບານ ສ ອາເມລິກາ ທາງສະ ຖານທູດໄດ້ມີການງົດການອອກວີຊາ ( Visa ) ເຂົ້າ ສ ອາເມລິ ກາ ໃຫ້ແກ່ພົນລະເມືອງລາວ ທີ່ມີຈຸດປະສົງເດີນທາງໄປ ສ ອາເມລິກາ ແບບບໍ່ເປັນທາງການ ເຊັ່ນ: ທ່ອງທ່ຽວ, ຢ້ຽມ ຢາມ, ໄປເຂົ້າຮ່ວມຝຶກອົບຮົມ, ໄປສຶກສາຮໍ່າຮຽນ, ໄປອອກແຮງງານ ແລະ ໂຄງການແລກປ່ຽນຕ່າງໆ, ເດີນທາງຜ່ານ, ໄປຫາຄູ່ໝັ້ນ, ໄປຫາຜົວ ຫລື ເມຍ, ເອົາລູກໄປຢູ່ນໍາພໍ່ແມ່ ທີ່ອາເມລິກາ ແລະ ອື່ນໆ.
ສະເພາະນັກສຶກສາ ທີ່ໃຊ້ເປັນວີຊາທີ່ໄປຮຽນ ສາ ມາດໃຊ້ວີຊານັ້ນຈົນກະທັງຮຽນຈົບ ແຕ່ຖ້າຫາກກັບມາລາວແລ້ວຂໍວີຊາໃໝ່ໃນໄລຍະນີ້ອາດມີບັນຫາ; ສະຫລຸບ ຄື ທາງສະຖານທູດ ຍັງຮັບເຮັດເອກະສານວີຊາໃຫ້ແກ່ບຸກຄົນທີ່ຈະເດີນທາງໄປ ສ ອາເມລິກາ ແບບເປັນທາງການ; ສຳ ລັບບຸກຄົນທົ່ວໄປຂໍແນະນຳວ່າໃນໄລຍະນີ້ບໍ່ຂໍດີກວ່າ ຢ່າງທີ່ຮູ້ແລ້ວວ່າ ເວລາມາເຮັດເອກະສານຂໍອອກວີຊາກໍຕ້ອງມີຄ່າໃຊ້ຈ່າຍ ແຕ່ໄລຍະນີ້ທາງສະຖານທູດກໍບໍ່ສາມາດອອກວີຊາໄດ້ ຈົນກະທັ້ງທີ່ສອງລັດຖະບານຈະສາມາດຕົກລົງກັນແລ້ວ ແລະ ຈະມີແຈ້ງການໃຫ້ຊາບທົ່ວເຖິງກັນ.
ການງົດອອກວີຊາປະເພດທີ່ກ່າວມານັ້ນ ໃຫ້ແກ່ພົນລະເມືອງລາວ ຂອງສະຖານທູດ ສ ອາເມລິກາ ເປັນການສືບຕໍ່ປະຕິບັດມາດຕະການດ້ານວີຊາຂອງລັດຖະບານ ສ ອາເມລິກາ ທີ່ບັງຄັບໃຊ້ຕໍ່ ສປປ ລາວ ເຮົາ ໂດຍອ້າງວ່າ ລັດຖະບານ ສປປ ລາວ ບໍ່ສາມາດຕອບສະໜອງຕາມຄວາມຮຽກຮ້ອງຂອງລັດຖະບານ ສ ອາເມລິກາ ໃນການຮັບເອົາບຸກຄົນທີ່ກະທຳຜິດກົດໝາຍຢູ່ ສ ອາເມລິກາ ກັບຄືນ ສປປ ລາວ.
ລາຍງານໂດຍ: ຂປລ
