ອັດຕະປື: ລາຍງານຈາກປະຊາຊໄນໃຫ້ຮູ້ວ່າ ໃນວັນທີ 26 ມິຖຸນາ 2020 ຜ່ານມາ ເວລາປະມານ 11:54 ນາທີ ໄດ້ເກີດອຸປະຕິເຫດລົດເມຖ່ອຍຕຳເອົາລົດຈັກ ເລກຖະບຽນລົດເມແມ່ນກຳແພງນະຄອນ.ບ.ຂ./9163 ທະບຽນລົດຈັກແມ່ນ.ອັດຕະປື.ຈ.ກ./2045 ທີ່ເກີດເຫດ ແມ່ນທາງເຂດບ້ານຫາດສະຕີ ເມືອງສາມັກຄີໄຊ ແຂວງອັດຕະປື.

ຜູ້ເຫັນເຫດການບອກວ່າ: “ມີພໍ່ແມ່ແລະລູກນ້ອຍໜື່ງຄົນ ທີ່ຂີ່ລົດຈັກ, ຜູ້ບາດເຈັບເປັນລູກນ້ອຍອາຍຸປະມານ ຫ້າປີປາຍ, ສວນຜູ້ເປັນພໍ່ກັບແມ່ແມ່ນປອດໄຟດີ. ໂຊກດີທີ່ທັງສາມຄົນແມ່ນ ອອກມາທັນກ່ອນທີ່ຕີນລົດເມຈະຢຽບ.”

ລົດເມແມ່ນໄດ້ຖອນມາກະທັນຫັນ ເລີຍບໍ່ເຫຫນລົດຈັກທີ່ຢູດ້ານຫຼັງ ຕິ່ງເຮັດໃຫ້ເກີດອຸບັດຕິເຫດ ດັ່ງກ່າວ.

ເປັນອຸທາຫອນໃຫ້ທຸກຄົນລະມັດລະວັງໃນການໃຊ້ລົດໃຊ້ຖະໜົນ. ໃຫ້ມີສະຕິແລະຄ່ອຍໄປຄ່ອຍມາ.
