ລາຍງານຈາກ worldmeters.info ໃຫ້ຮູ້ ໃນເວລາ 14:00 ວັນທີ 28 ມິຖຸນາ 2020 (ເວລາປະເທດລາວ) ວ່າ ປະຈຸບັນ ຕົວເລກ ສະສົມ ຜູ່ຕິດເຊື້ອໂຄວິດ-19 ແມ່ນສູງເຖິງ 10,089,983 ຄົນ ແລ້ວ, ຂະນະທີ່ ຜູ່ເສຍຊີວິດ ສູງເຖິງ 501,469 ຄົນ. ສ່ວນຕົວເລກ ຜູ່ປິນປົວດີ ແມ່ນກວມເອົາ 55% (5,466,749 ຄົນ).

ປະເທດທີ່ ຕິດເຊື້ອຫຼາຍກວ່າໝູ່ແມ່ນ ອາເມຣິກາ ທີ່ປະຈຸບັນ ຍອດສູງເຖິງ 2,596,770 ຄົນ (ເສຍຊີວິດ 128,152 ຄົນ), ປະເທດເບຣຊິນ ຍອດສະສົມຜູ່ຕິດເຊື້ອສູງອັນດັບສອງ 1,315,941 ຄົນ (ເສຍຊີວິດ 57,103 ຄົນ)

ສ່ວນ ສປປລາວ ແມ່ນຍັງຄົງສາມາດ ຄວບຄຸມ ແລະ ບໍ່ມີລາຍງານ ຜູ່ຕິດເຊື້ອເພີ່ມ.


