ໂຮງໝໍມະໂຫສົດ: ເວລາ 9:00 ເຊົ້າ ຂອງວັນທີ 28 ມິຖຸນາ 2020 ທີມງານພະແນກກະເພາະລຳໄສ້ ໂຮງໝໍມະໂຫສົດ ນະຄອນຫຼວງວຽງຈັນ ໄດ້ຊ່ວຍເອົາວັດຖຸແປກປອມ (ກະແຈລົດຈັກ) ອອກໃຫ້ຄົນເຈັບ.

ຄົນເຈັບແມ່ນກືນກະແຈລົງຄໍໂດຍບໍ່ຕັ້ງໃຈ ຈິ່ງຖືກນໍາສົ່ງມາໂຮງໝໍດ່ວນ!
ທີມແພດໝໍ ນຳໂດຍ ອາຈານ ດຣ ແສງດາວ ພ້ອມທີມງານ ໂດຍໃຊ້ເຄື່ອງ endoscopic ແລະ ການໃສ່ຢາສະຫລົບແບບ deep sedation ໂດຍໃຊ້ເວລາທັງໝົດປະມານ 10 ນາທີ ກໍ່ສຳເລັດ ແລະ ຄົນເຈັບປອດໄພດ້ວຍດີ.

ເປັນອຸທາຫອນແກ່ທຸກຄົນ ບໍ່ຄວນ ອົມກະແຈ ຫຼື ວັດຖຸອື່ນຫຼິ້ນໂລເລ.

ຊົມເຊີຍແພດໝໍທຸກທ່ານ
