Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໄລ່ຈັບໂຈນລັກລົດກະບະ ໄດ້ 1 ໜີ 2

Posted on 27/06/202027/06/2020 By All in LAOS No Comments on ໄລ່ຈັບໂຈນລັກລົດກະບະ ໄດ້ 1 ໜີ 2

ນະຄອນຫຼວງວຽງຈັນ: ວັນທີ 26 ມິຖຸນາ 2020 , ໄດ້ມີໂຈນ ສາມຄົນ ມາລັກລົດວິໂກ ທີ່ເຂດຫຼັກ 5 ຈອມມະນີ, ນະຄອນຫຼວງວຽງຈັນ. ພວກກ່ຽວສາມາດລັກເອົາລົດວິໂກ ສີປອນປ້າຍທະບຽນ ກຳແພງນະຄອນ ກຍ 7370 ໄປໄດ້. ແຕ່ເຈົ້າຂອງຮູ້ທັນຈິ່ງໄດ້ແຈ້ງເຈົ້າໜ້າທີ່ ແລະ ອອກໄລ່ຕາມ.

ການໄລຕາມຈັບ ແມ່ນສາມາດນຳຈັບໄດ້ ທີ່ເຂດບ້ານຫົວຊຽງ, ນະຄອນຫຼວງວຽງຈັນ. ເຊິ່ງສາມາດຈັບໄດ້ແຕ່ຄົນດຽວ ສ່ວນອີກສອງຄົນ ແມ່ນຫລົບໜີ ແລະ ເຈົ້າໜ້າທີ່ແມ່ນກຳລັງຕິດຕາມນຳຈັບບຸກຄົນທັງສອງ ພ້ອມຈະສືບຫາ ຄົນທີ່ຢູ່ເບື້ອງຫຼັງມາດຳເນີນຄະດີຕາມກົດໝາຍ.

ຈາກການສືບສວນເບື່ອງຕົ້ນ ໃຫ້ຮູ້ວ່າ ແກ໊ງພວກນີ້ ໄດ້ລັກລົດໄປແລ້ວ 7 ຄັນ. ຫາກທ່ານໃດລົດເສຍກໍ່ໄປພົວພັນ ກັບ ປກສ ເມືອງໄຊທານີຕື່ມ.

ຊົມເຊີຍທຸກຄົນ ທີ່ຈັບພວກຄົນບໍ່ດີນີ້ມາລົງໂທດຕາມກົດໝາຍບ້ານເມືອງ. ພິເສດຕ້ອງຊົມເຊີຍ ເຈົ້າຂອງລົດ ແລະ ພີ່ນ້ອງຂອງເພິ່ນ ທີ່ຕາມຈັບໂຈນດ້ວຍ ຄວາມກ້າ ພາຍຫຼັງໄລ່ໂຈນ ຈົນມູນ ແລ້ວ ກໍ່ຈັບໂຈນ ແລະ ຮຽກເຈົ້າໜ້າທີ່ ຈັບຜູ້ກ່ຽວໄປດຳເນີນຄະດີຕາມກົດໝາຍຂອງບ້ານເມືອງ.

ພາບແລະຂ່າວ: Keo xaiyavong

.

.

ຂ່າວສານບ້ານເມືອງ

Post navigation

Previous Post: ຄລິບຕັກແຕນ ລະບາດ ທີ່ຜົ້ງສາລີ
Next Post: ໂຫດລະທຶກ ຕໍາກັນກາງເດິກ ເຂດນາໄຊ

Related Posts

ການສົ່ງເສີມການຜະລິດພາຍໃນ ມີໜໍ່ແໜງເຂັ້ມແຂງດີຂຶ້ນ  ຂ່າວສານບ້ານເມືອງ
ລົດໃຫຍ່ຕໍາກັບລົດຈັກ ເສຍຊິວິດຄາທີ່ ຢູ່ ເມືອງບາຈຽງ ຂ່າວສານບ້ານເມືອງ
ເສຍຊີວິດຄາທີ່ທາງບ້ານນາໄຮ່ເມືອງຫາດຊາຍຟອງ ລົດໃຫຍ່ປະທະລົດຈັກ ຂ່າວສານບ້ານເມືອງ
ຫ້ອງວ່າການເມືອງ ວິລະບູລີ ໄດ້ຈັດກອງປະຊຸມ ວຽກງານການປຸກລະດົມຂະບວນການແຂ່ງຂັນ ແລະ ຍ້ອງຍໍ ຂ່າວສານບ້ານເມືອງ
ລັດວິສາຫະກິດນໍ້າມັນເຊື້ອໄຟລາວສາຂາແຂວງຄຳມ່ວນ ຮຽກຮ້ອງສັງຄົມປະຢັດ ຫລຸດຜ່ອນການໄປ – ການມາ ບໍ່ຈຳເປັນ ຂ່າວສານບ້ານເມືອງ
ລະວັງເດີ້! ລົດເສຍຫຼັກທີ່ທາງດ່ວນຕໍາຮາວຂ້າງທາງ ແລະ ນໍ້າມັນເຮ່ຍ ຖືກປັບໃໝ 19 ລ້ານກີບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme