Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປກສ ເມືອງອາດສະພອນ ທຳລາຍຢາເສບຕິດ ໃນວັນສາກົນຕ້ານຢາເສບຕິດ

Posted on 27/06/202027/06/2020 By All in LAOS No Comments on ປກສ ເມືອງອາດສະພອນ ທຳລາຍຢາເສບຕິດ ໃນວັນສາກົນຕ້ານຢາເສບຕິດ

ສະຫວັນນະເຂດ: ໃນວັນທີ 26 ມິຖຸນາ 2020 ຢູ່ທີ່ກອງບັນຊາການ ປກສ ເມືອງອາດສະພອນ ແຂວງສະຫວັນນະເຂດ ໄດ້ຈັດພິທີ ທຳລາຍຢາເສບຕິດ ປະເພດກັນຊາ ແລະຢາຝິ່ນ ໂດຍການເຂົ້າຮ່ວມ ຂອງ ທ່ານ ບົວລີ ຈັນສີ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ, ມີ ທ່ານ ພັທ ໝອນຄຳ ກິ່ນທະວົງສັກ ຄະນະປະຈຳພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງ, ບັນດາທ່ານກຳມະການພັກເມືອງ ພ້ອມດ້ວຍຫົວໜ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.

ໃນພິທີ ທ່ານ ພັຕ ໄຊະນະ ແກ້ວດວງສິນ ຄະນະກອງບັນຊາການ ປກສ ເມືອງ ກໍ່ໄດ້ລາຍງານໃຫ້ຮູ້ວ່າ ໃນໄລຍະຜ່ານມາກໍ່ຄື ປະຈຸບັນ ພັກ ແລະລັດຖະບານ ເຮົາໄດ້ຖືເອົາການຄວບຄຸມ, ສະກັດກັ້ນ, ຕ້ານ ແລະແກ້ໄຂ ບັນຫາຢາເສບຕິດເປັນໜ້າທີ່ສຳຄັນ ແລະໄດ້ຊີ້ນຳໆພາຈັດ ຕັ້ງປະຕິບັດວຽກງານຢ່າງຈິງຈັງຕະຫຼອດມາ

ຕໍ່ບັນຫາດັ່ງກ່າວໄດ້ເອົາໃຈໃສ່ສຶກສາ ອົບຮົມທຸກຊັ້ນຄົນໃນສັງຄົມ ເປັນຕົ້ນແມ່ນຊາວໜຸ່ມ-ເຍົາວະຊົນຜູ້ທີ່ເປັນໜໍ່ແໜງປະເທດ ຊາດໄດ້ຮັບຮູ້ ແລະເຂົ້າໃຈຢ່າງ ຖືກຕ້ອງກ່ຽວກັບພິດໄພ ແລະ ຜົນຮ້າຍຂອງຢາເສບຕິດ, ໂດຍຮູບການໂຄສະນາເຜີຍແຜ່ ແນວທາງນະໂຍບາຍ, ກົດໝາຍ, ລະບຽບການ ແລະ ມະຕິຄຳສັ່ງຂອງພັກ-ລັດ ກ່ຽວກັບຢາເສບຕິດຢ່າງຕໍ່ເນື່ອງ ແລະເພື່ອເຮັດໃຫ້ບັນຫາຢາເສບຕິດຫຼຸດໜ້ອຍລົງ ແລະ ໝົດໄປຈາກສັງຄົມ ທາງເຈົ້າໜ້າທີ່ ຈຶ່ງໄດ້ນຳຂອງກາງ ໃນຄະດີຢາເສບຕິດ ທີ່ຢຶດມາໄດ້ ມາທຳລາຍຖີ້ມໃນນັ້ນ ປະກອບມີ: ຄັນຊາດິບ ຈຳນວນ 454 ກິໂລກຼາມ, ຝິ່ນ 16 ກິໂລກຼາມ.

.

ຂ່າວສານບ້ານເມືອງ

Post navigation

Previous Post: ຮັກເຈົ້າແທ້ນໍ ບົດເພງຂອງສາມໜຸ່ມ
Next Post: ພາເຂົ້າອຸໂມງ ແລະ ເລາະທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ

Related Posts

ກວດເບິ່ງທາມລາຍ! ຜູ້ຕິດເຊື້ອໄປສະຖານທີ່ຕ່າງໆ ຂ່າວສານບ້ານເມືອງ
ມາດຕະການຜ່ອນຜັນ 4-17 ພຶດສະພາ 2020! ປ້ອງກັນ ໂຄວິດ-19 ຂ່າວສານບ້ານເມືອງ
ເທດສະບານແຂວງອັດຕະປືຫຼາຍບ້ານພວມປະເຊີນນໍ້າຖ້ວມແລ້ວ ຂ່າວສານບ້ານເມືອງ
ຈັບຕົວໄດ້ແລ້ວ ຜູ່ກໍ່ເຫດຄາດຕະກໍາ ທີ່ເຂດ ມຕ ໂພນຈະເລີນ ເມືອງປາກກະດິງ ຂ່າວສານບ້ານເມືອງ
ແຈ້ງໂຈະການເກັບຄ່າຜ່ານທາງແບບໃໝ່ທີ່ແຂວງຈໍາປາສັກ ຂ່າວສານບ້ານເມືອງ
ຮວບຍົກແກ້ງ ໄວລຸ້ນ ເ ສ ບ ຢ າ ເ ສ ບ ຕິ ດ ພ້ອມຜູ້ຂາຍ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme