Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະຫວັດຫຍໍ້ ມະຫາ ງອນ ດຳຣົງບຸນ

Posted on 26/06/202026/06/2020 By All in LAOS No Comments on ປະຫວັດຫຍໍ້ ມະຫາ ງອນ ດຳຣົງບຸນ

ປະຫວັດຫຍໍ້ຂອງ ພຣະ ມະຫາງອນ ດຳຣົງບຸນ ມະຫາເຖຣະເຈົ້າ ພຣະຍອດແກ້ວ ມະຫາສັງຄະສຸທັມມາທິບໍດີ (ມະຫາງອນ ດຳຣົງບຸນ ມະຫາເຖຣະເຈົ້າ) ຣັດຕະນະມະຫາສັງຄະປາໂມກປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງສ.ປ.ປ.ລາວ ແຕ່ງຕັ້ງເປັນປະມຸກສົງ ປະທານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ເມື່ອວັນທີ 17 ທັນວາ ພ.ສ. 2558 (ຄ.ສ.2015) ເກີດວັນທີ 10 ກຸມພາ ພ.ສ. 2473 (ຄ.ສ. 1930) ທີ່ບ້ານນາກະລາ ຕາແສງນາກະລາ ເມືອງສອງຄອນ ແຂວງສະຫວັນນະເຂດ

ຖືກຳເນີດໃນຄອບຄົວ ຊົນເຜົ່າລາວຜູ່ໄທ ບິດາຊື່ ເມກ (ເສຍຊີວິດປີ 1942) ມານດາຊື່ ສຸ້ຍ (ເສຍຊີວິດ ປີ 1964) ມີອ້າຍເອື້ອຍນ້ອງ ຮ່ວມແມ່ດຽວກັນ 11 ຄົນ ອ້າຍເອື້ອຍນ້ອງຕ່າງບິດາ 8 ຄົນ ຍາທ່ານເປັນບຸດຄົນທີ 2 ຂອງ ຄອບຄົວ ດຳຣົງບຸນ ບັນພະຊາ ເມື່ອພຸດທະສັງກາດ 2486 (ຄ.ສ. 1943) ຍາທ່ານບັນພະຊາເປັນ ສາມະເນນ ເມື່ອອາຍຸ 13 ປີ ໃນມື້ ຂຶ້ນ 7 ຄ່ຳ ເດືອນ 6 ປີ ພ.ສ. 2486 ທີ່ວັດບ້ານນາກະລາ ຕາແສງ ນາກະລາ ເມືອງສອງຄອນ ແຂວງສະຫວັນນະເຂດ.

ໂດຍມີ ຍາທ່ານຈີ ກັນຕະສີໂລ ເຈົ້າອະທິການວັດສີພິມພາຣາມ ບ້ານນາກະລາ ເມືອງສອງຄອນ ເປັນພຣະອຸປັດຊາ. ອຸປະສົມບົດ ເມື່ອອາຍຸໄດ້ 20 ປີ ກໍໄດ້ເຂົ້າຮັບການອຸປະສົມບົດ ເປັນພຣະພິກຂຸໃນພຣະພຸດທະສາສະໜາ ໃນວັນທີ 14 ມັງກອນ ພຸດທະສັກກະຣາດ 2493 (ຄ.ສ. 1950) ທີ່ ພັດທະສີມາ ວັດອຸບມຸງ ບ້ານລະຫາໂຄກ ເມືອງສອງຄອນ ແຂວງສະຫວັນນະເຂດ ໂດຍມີ ທ່ານຕາແສງຈັນ ເປັນເຈົ້າພາບເຈົ້າສັດທາ ອຸປະຖັມການອຸປະສົມບົດ ມີຍາທ່ານເຄນ ເຈົ້າຄະນະເມືອງຈຳພອນ ເປັນພຣະອຸປັດຊາ ຍາທ່ານຈີ ກັນຕະສີໂລ ເປັນ ພຣະກັມມະວາຈາເບື້ອງຂວາ ຍາຄູຮຸຍ ເປັນພຣະກັມມະວາຈາເບື້ອງຊ້າຍ ອຸປະສົມບົດສຳເລັດໃນເວລາ 10:34 ນາທີ ມີ ພຣະສົງນັ່ງຫັດຖະບາດ 24 ອົງ ຕຳແໜ່ງ

– ພ.ສ. 2521-2550 (ຄ.ສ. 1978-2007) ໄດ່ຮັບການແຕ່ງຕັ້ງເປັນ ປະທານອົງການພຸດທະສາສະໜາສັມພັນລາວ ແຂວງສະຫວັນນະເຂດ ທັງເປັນກັມມະການ ສູນກາງ ອພສ ແລະ ຄະນະກັມມະການສູນກາງແນວລາວສ້າງຊາດ

– ພ.ສ.2554(ຄ.ສ.2011)ໄດ້ຮັບການແຕ່່ງຕັ້ງໃຫ້ເປັນ ຮອງປະທານສູນກາງອົງການພຸດທະສາສະໜາສັມພັນລາວ ອົງທີ 1 ແລະຮັບຜິດຊອບທັງໝົດ 5 ແຂວງພາກໃຕ້

– ພ.ສ. 2558(2015) ວັນທີ 17 ທັນວາ 2015 ໄດ້ຮັບການແຕ່ງຕັ້ງເປັນ ອົງພຣະສັງຄະ ປະທານາທິບໍດີ ສະກົນມະຫາສັງຄະປາໂມກ ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ອົງທີ 5 ຕາມສຸວັນນະຈາຣຶກວ່າ ອົງພຣະສັງຄະປະທານາທິບໍດີ ປັນຈະສີວິສຸດ ພຸດທະວະຣາງກູນ ວິບູນທັມມະຣັດຕະນະຍານນາຍົກ ຕຣີປິດົກໂກສົນ ດຳຣົງບຸນມະຫາເຖຣະເຈົ້າ ສະກົນມະຫາສັງຄະປາໂມກ.

 – ພ.ສ. 2562 (ຄ.ສ. 2019) ອີງຕາມທັມມະນູນສົງລາວ ສະບັບເລກທີ 37/ນຍ ລົງວັນທີ 15 ກຸມພາ 2019 ແລະ ອີງຕາມ ມະຕິເປັນເອກະສັນ ຂອງກອງປະຊຸມ ຄະນະບໍລິຫານງານປະຈຳການ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຄັ້ງ ວັນທີ 29 ກໍລະກົດ 2019 ພຣະເດດພຣະຄຸນ ໄດ້ຮັບຂຶ້ນເປັນ ພຣະຍອດແກ້ວ ຕາມສຸວັນນະຈາຣຶກວ່າ ພຣະຍອດແກ້ວມະຫາສັງຄະສຸທັມມາທິບໍດີ ປັນຈະສີວິສຸດອຸດຕະມະໂພທິຄຸນ ວິບູນທັມມະ ຣັດຕະນະຍານນາຍົກ ຕຣປິດົກໂກສົນວິລາດ ພຸດທະບໍຣິສັດຄາຣະວະສະຖານ (ມະຫາງອນ ດຳຣົງບຸນມະຫາເຖຣະເຈົ້າ) ຣັດຕະນະມະຫາສັງຄະປາໂມກ. 

ການສຶກສາ :

– ພ.ສ. 2487 (ຄ.ສ. 1944) ສຶກສາອັກສອນທັມ ອັກສອນຂອມໃນໃບລານ ທ່ອງບົດ ສູດມົນຕ່າງໆ ໃນສະໄໝນັ້ນ ມົນນ້ອຍ ມົນກາງ ມົນເດິກ.

– ພ.ສ. 2492(ຄ.ສ. 1949) ຈົບນັກທັມເອກ ແລະ ພາສາຝຣັ່ງເສດ. – ພ.ສ. 2500 (ຄ.ສ. 1957) ຈົບການສຶກສາອຸດົມຊັ້ນຕີ ແລະ ມະຫາປະຣຽນ 7 ປະໂຫຍກ.

ມາຮອດວັນອັງຄານ ວັນທີ 24 ມີນາ 2020 ພຣະພຸດທະສັງກາດ ໒໕໖໒ (2020) ທີ່ ໂຮງໝໍ 103 ນະຄອນຫຼວງວຽງຈັນ ພຣະຍອດແກ້ວ ມະຫາສັງຄະສຸທັມມາທິບໍດີ (ມະຫາງອນ ດຳຣົງບຸນ ມະຫາເຖຣະເຈົ້າ) ຣັດຕະນະມະຫາສັງຄະປາໂມກ ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງສ.ປ.ປ.ລາວ ກໍ່ໄດ້ດັບຂັນ ຈາກພວກເຮົາໄປເຫລືອໄວ້ແຕ່ທັມມະ ບົດເທດ ບົດສອນ ຄຸນງາມຄວາມດີທີເພິ່ນສ້າງໄວ້.

ວັນທີ່ 26 ມິຖຸນາ 2020 ໄດ້ມີພິທີຖວາຍ ພຣະເພີງ ຢ່າງສົມກຽດ ທີ່ ເດີ່ນສະໜາມຫຼວງ, ທາດຫຼວງ ນະຄອນຫຼວງວຽງຈັນ.

ເລື່ອງເດັ່ນ

Post navigation

Previous Post: ສະຫວັນໃຫ້ພອນ ຟ້າຮົ່ມບຸນ ສົ່ງ ຍາທ່ານມະຫາງອນ ດໍາຣົງບຸນ ສູ່ນິບພານ
Next Post: ເສົາໄຟຟ້າລົ້ມ ສາຍໄຟພາດຖືກຄວາຍ ດັບ 3 ໂຕ ທີ່ ວັງວຽງ

Related Posts

ພຣະທາດໂພ່ນ ເມືອງໄຊພູທອງ – ປະຕິມາກໍາທີ່ງົດງາມ ແລະ ສັກສິດ ເລື່ອງເດັ່ນ
ສະຫາຍ ຄຳຂັນ ຈັນທະວີສຸກ ເປັນເລຂາຄະນະບໍລິຫານງານພັກແຂວງ ຫຼວງພະບາງອີກສະໄໝ ເລື່ອງເດັ່ນ
ແຈ້ງການ ການປ່ອຍນ້ຳຈາກເຂື່ອນນ້ຳຄານ 3 ວັນທີ່ 18-22 ສິງຫາ 2022 ຂ່າວສານບ້ານເມືອງ
ເຈັບ 24 ເສຍຊີວິດ 5 ຄົນ ລົດທົວຕໍາກັບລົດບັນທຸກ ທີ່ສະຫວັນນະເຂດ ຂ່າວສານບ້ານເມືອງ
ໄຟໄໝ້ເຮືອນເສຍຫາຍ 1 ຫລັງ ທີ່ບ້ານນາວຽງຄໍາ ນະຄອນ ຫລວງພຣະບາງ (ມີຄລິບ) ຂ່າວສານບ້ານເມືອງ
ການນຳຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລ ທ່ານ ຊິນໂຊ ອາເບະ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme