Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທ່ານນາຍົກພ້ອມດ້ວຍຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳອາຊຽນຄັ້ງທີ 36

Posted on 26/06/202026/06/2020 By News No Comments on ທ່ານນາຍົກພ້ອມດ້ວຍຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳອາຊຽນຄັ້ງທີ 36

ເນື່ອງຈາກປີນີ້ເກີດການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການເດີນທາງໄປມາລຳບາກ ແລະ ມີຄວາມສ່ຽງ ດັ່ງນັ້ນ, ຄະນະຜູ້ແທນລາວທີ່ນຳໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຈິ່ງໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ຂອງຜູ້ນໍາອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ແບບທາງໄກ, ພາຍໃຕ້ການເປັນປະທານຂອງ ສສ. ຫວຽດນາມ ໃນຖານະປະທານໝູນວຽນອາຊຽນ ປີ 2020.

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ແບບທາງໄກນີ້, ຈັດຂຶ້ນໃນວັນທີ 26 ມິຖຸນາ 2020, ​ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມ ບັນດາຜູ້ນຳອາຊຽນ ໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບຄວາມພະຍາຍາມໃນການສືບຕໍ່ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ໂດຍຜ່ານການຮ່ວມມືທັງໃນຂອບອາຊຽນ ແລະ ລະຫວ່າງ ອາຊຽນ ກັບຄູ່ເຈລະຈາ ແລະ ຄູ່ຮ່ວມມືພາຍນອກອື່ນໆ ໂດຍສະເພາະ ທ່າມກາງສະພາບປະຈຸບັນທີ່ພາກພື້ນ ແລະ ໃນໂລກ ປະສົບກັບສິ່ງທ້າທາຍຈາກການລະບາດຂອງໂຄວິດ-19 ພາຍໃຕ້ຄຳຂວັນ: “ອາຊຽນທີ່ໜຽວແໜ້ນ ແລະ ຕອບສະໜອງຕໍ່ສະພາບການ”. ໃນນີ້, ຜູ້ນໍາອາຊຽນ ໄດ້ຕີລາຄາສູງຕໍ່ຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດວິໄສທັດອາຊຽນ 2025 ທີ່ກຳລັງຢູ່ໃນໄລຍະການທົບທວນກາງສະໄໝ ການຈັດຕັ້ງປະຕິບັດວິໄສທັດດັ່ງກ່າວ ທີ່ກວມເອົາສາມເສົາຄ້ຳ ຄື: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ສັງຄົມ-ວັດທະນະທຳ.

ພ້ອມນັ້ນ, ປຶກສາຫາລືກັນ ກ່ຽວກັບ ທິດທາງໃນຕໍ່ໜ້າຂອງອາຊຽນ ໂດຍສະເພາະ ການຟື້ນຟູເສດຖະກິດ-ສັງຄົມຮອບດ້ານ ຫຼັງໂຄວິດ-19. ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຕີລາຄາສູງ ກ່ຽວກັບ ຜົນສຳເລັດຂອງອາຊຽນໃນປີຜ່ານມາ ແລະ ໄດ້ຢໍ້າຄືນການສືບຕໍ່ເພີ່ມທະວີການຮ່ວມມືກັນ ເພື່ອປ້ອງກັນບໍ່ໃຫ້ພະຍາດໂຄວິດ-19 ກັບຄືນມາລະບາດຮອບໃໝ່ ໂດຍສືບຕໍ່ການແລກປ່ຽນຂໍ້ມູນ-ຂ່າວສານ ແລະ ບົດຮຽນໃນການສະກັດກັ້ນ, ປິ່ນປົວ, ຄົ້ນຄວ້າ ແລະ ພັດທະນາ, ແລະ ຜະລິດຢາປົວພະຍາດໂຄວິດ ກໍຄື ຢາວັກແຊັງ ໃຫ້ໄດ້ໂດຍໄວ; ການກຽມພ້ອມຟື້ນຟູເສດຖະກິດ-ສັງຄົມຮອບດ້ານຫຼັງໂຄວິດ-19 ໂດຍສະເພາະ ຟື້ນຟູບັນດາຂົງເຂດທີ່ໄດ້ຮັບຜົນກະທົບ ຈາກພະຍາດໂຄວິດ-19 ແລະ ການເຊື່ອມຈອດອາຊຽນ ເປັນຕົ້ນ ການຮັບປະກັນຕ່ອງໂສ້ດ້ານການຄ້າ, ສະຖຽນລະພາບຂອງການລົງທຶນໃນອາຊຽນ, ແກ້ໄຂບັນຫາໄພຫວ່າງງານ ແລະ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ, ເຊິ່ງທັງໝົດນີ້ໄດ້ປະກອບສ່ວນ ເຂົ້າໃນການຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາ ລະຫວ່າງ ປະເທດອາຊຽນດ້ວຍກັນ ແລະ ສ້າງຄວາມເຂັ້ມແຂງຮອບດ້ານ ໃຫ້ແກ່ປະຊາຄົມອາຊຽນ, ລວມທັງ ການປັບຕົວຂອງສັງຄົມ ເຂົ້າກັບສະພາບວິຖີຊີວິດໃໝ່ (New Normal).

ພ້ອມກັນນີ້, ບັນດາຜູ້ນໍາອາຊຽນ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະ ກ່ຽວກັບ ການພົວພັນຮ່ວມມືອາຊຽນກັບພາຍນອກ ແລະ ບັນຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ. ໃນນີ້, ໄດ້ຕີລາຄາສູງຕໍ່ຜົນສຳ ເລັດໃນການພົວພັນຮ່ວມມືກັບພາຍນອກໃນໄລຍະຜ່ານມາ, ເຊິ່ງໄດ້ປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມເປັນແກນກາງຂອງອາຊຽນ, ແລະ ໃນການພັດທະນາເສດຖະກິດ-ສັງຄົມ ຂອງອາຊຽນ ໂດຍສະເພາະສົ່ງເສີມຄວາມພະຍາຍາມຂອງອາຊຽນ ໃນການຕ້ານ, ຮັບມື ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ແລະ ສະໜັບສະໜູນ ກອງທຶນສຸກເສີນອາຊຽນ ເພື່ອຮັບມື ແລະ ແກ້ໄຂພະຍາດໂຄວິດ ແລະ ຄັງແຮສຸກເສີນພາກພື້ນອາຊຽນ ດ້ານຢາປົວພະຍາດ ແລະ ອຸປະກອນການແພດ. ກອງປະຊຸມ ໄດ້ຮັບຮອງເອົາ 2 ເອກະສານສຳຄັນ ຄື: 1. ຖະແຫຼງການວິໄສທັດຂອງຜູ້ນຳອາຊຽນ ວ່າດ້ວຍອາຊຽນທີ່ໜຽວແໜ້ນ ແລະ ຕອບສະໜອງຕໍ່ສະພາບການ; ແລະ 2. ຖະແຫຼງການອາຊຽນ ວ່າດ້ວຍການພັດທະນາຊັບພະຍາກອນມະນຸດ ເພື່ອຮອງຮັບການປ່ຽນແປງອາຊີບ ທີ່ເກີດຂື້ນໃໝ່ໃນອະນາຄົດ.

ໃນໂອກາດນີ້, ບັນດາຜູ້ນຳອາຊຽນ ຍັງໄດ້ເຂົ້າຮ່ວມກອງປະຊຸມພິເສດຂອງຜູ້ນຳອາຊຽນ ກ່ຽວກັບ: “ການສ້າງຄວາມເຂັ້ມແຂງແກ່ນແມ່ຍິງໃນຍຸກດິຈີຕອນ; ໄດ້ພົບປະກັບສະມັດຊາລັດຖະສະພາອາຊຽນ (AIPA)”; ສະພາທີ່ປຶກສາທຸລະກິດອາຊຽນ (ASEAN BAC) ແລະ ຊາວໜຸ່ມອາຊຽນ ແບບທາງໄກ, ເຊິ່ງໄດ້ຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນ ເຂົ້າໃນການສືບຕໍ່ສ້າງປະຊາຄົມອາຊຽນຂອງ 3 ອົງການຈັດຕັ້ງດັ່ງກ່າວ ໃນໄລຍະທີ່ຜ່ານມາ ແລະ ສະເໜີໃຫ້ສືບຕໍ່.

ຂ່າວສານບ້ານເມືອງ

Post navigation

Previous Post: ປະຊາຊົນໄລ່ຈັບໂຈນສອງສ່ຽວລັກລົດຈັກ ທີ່ເມືອງຊະນະສົມບູນ
Next Post: ສະຫວັນໃຫ້ພອນ ຟ້າຮົ່ມບຸນ ສົ່ງ ຍາທ່ານມະຫາງອນ ດໍາຣົງບຸນ ສູ່ນິບພານ

Related Posts

ອຸບັດຕິເຫດປີໃຫມ່ລາວມື້ທຳອິດຢູ່ນະຄອນຫຼວງ ມີຜູ້ເສຍຊີວິດ 6 ຄົນ ຂ່າວສານບ້ານເມືອງ
ຫວັງລວຍທາງລັດເຊື່ອງ ຢ າ ເ ສ ບ ຕ ິດ 3 ມັດ ໃນກະໂປງຫນ້າລົດ ໄປບໍ່ລອດ ຂ່າວສານບ້ານເມືອງ
ຂ່າວສານບ້ານເມືອງ
ເບື້ອງຫຼັງຄະດີສີສຸກ ດາວເຮືອງ ທີ່ຖືກ ສ າ ນ ຕັ ດ ສິ ນ ປ ະ ຫ າ ນ ຊີ ວິ ດ ຂ່າວສານບ້ານເມືອງ
ຄະນະນຳ ສສກ ລົງຕິດຕາມ ແລະ ໃຫ້ກຳລັງໃຈນັກສຶກສາຊາວລາວ-ຕ່າງຊາດ ທີ່ ມຊ ຕ້ານໂຄວິດ ຂ່າວສານບ້ານເມືອງ
ນໍາຈໍາເລີຍເຮັດແຜນປະກອບຄະດີຄາດຕະກໍາໂຫດສາມສົບທີ່ເມືອງສຸຂຸມາ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme