Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເມືອງປາກຊ່ອງ ຕັ້ງເປົ້າປູກຕົ້ນໄມ້ໃຫ້ໄດ້ 250 ເຮັກຕາ ໃນປີ 2020

Posted on 26/06/202026/06/2020 By All in LAOS No Comments on ເມືອງປາກຊ່ອງ ຕັ້ງເປົ້າປູກຕົ້ນໄມ້ໃຫ້ໄດ້ 250 ເຮັກຕາ ໃນປີ 2020

ເມືອງປາກຊ່ອງ: ທ່ານ ຄຳຮູ້ ມຸກດາລາ ຫົວໜ້າຫ້ອງການກະສີກຳ ແລະ ປ່າໄມ້ເມືອງປາກຊ່ອງໄດ້ກ່າວວ່າ: ເພື່ອປະຕິບັດຕາມເນື້ອໃນຈິດໃຈ ແລະ ຜັນຂະຫຍາຍແຜນຍຸດທະສາດານປູກປ່າແຕ່ນີ້ຮອດປີ 2030 ແລະ ແຜນການ 5 ປີ ຂອງຂະແໜງກະສີກຳ ແລະ ປ່າໄມ້.ກ່ຽວກັບການຟື້ນຟູປ່າໄມ້ ດ້ວຍທຳມະຊາດໃຫ້ໄດ້ 517,000 ເຮັກຕາ ແລະປູກເສີມໃຫ້ໄດ້ 27,000 ເຮັກຕາ.ໃຫ້ສຳເລັດ ແລະ ປະກົດຜົນເປັນຈິງໃນອານາຄົດ.

ເມືອງປາກຊ່ອງແຂວງຈຳປາສັກກໍ່ແມ່ນເມືອງໜຶ່ງທີ່ມີແຜນການປູກໄມ້ໃນທົ່ວເມືອງປະຈຳປີ 2020 ມີທັງໜົດ 250 ເຮັກຕາ ໃນນັ້ນພາກລັດປູກໃຫ້ໄດ້ 27 ເຮັກຕາ, ລະດົມປະຊາຊົນປູກໃຫ້ໄດ້ 15 ເຮັກຕາ,ບໍລິສັດນັກລົງທຶນພາຍໃນແລະ ຕ່າງປະເທດປູກໃຫ້ໄດ້ 55 ເຮັກຕາ,ໂຄງການ 155 ເຮັກຕາ.ຟື້ນຟູປ່າໄມ້ແບບທຳມະຊາດໃຫ້ໄດ້ 5,052,6 ເຮັກຕາ ໃນສາມປະເພດປ່າຄື: ປ່າສະຫງວນ,ປ່າປ້ອງກັນ,ປ່າຜະລິດ.

ສໍາລັບພິທີການປູກຕົ້ນໄມ້ສະເຫຼີມສະລອງວັນປູກຕົ້ນໄມ້ແຫ່ງຊາດປະຈຳປີ 2020 ຢູ່ເມືອງປາກຊ່ອງປະກອບມີ 2ຈຸ ດຄື: ຈຸດຫ້ອງວ່າການປົກຄອງເມືອງປາກຊ່ອງ:ປູກໄມ້ດອກ-ໄມ້ປະດັບປະກອບມີ 3 ຊະນິດຄື:ໄມ້ດູ່ປະດັບ,ກາກະເລົາ ແລະໄມ້ແຜ່ປາລະມີ ລວມເນື້ອທີ່ 1 ເຮັກຕາ,ເບ້ຍໄມ້ທີ່ປູກທັງໜົດມີ 142 ຕົ້ນ. ແລະຈຸດທີ 2 ປູກທີ່ເຂື່ອນໄຟຟ້າເຊປຽນເຊນ້ຳນ້ອຍ (ໂຄງການຄຸ້ມຄອງອ່າງໂຕງນ້ຳເຂື່ອນເຊປຽນ-ເຊນ້ຳນ້ອຍ):ໃນເນື້ອທີ 2 ເຮັກຕາ,ເບ້ຍໄມ້ທີ່ປູກມີ 2,000 ເບ້ຍ ປະກອບມີໄມ້ຂະຍຸງ,ໄມ້ຍາງ.

ຈາກນີ້ກໍແມ່ນແຜນການປູກເພື່ອທົດແທນນ້ຳຖ້ວມ 40 ເຮັກຕາ,ຟື້ນຟູທຳມະຊາດ 362 ເຮັກຕ.ເພື່ອຕອບສະໜອງແຜນງານໃນການປູກໄມ້ ແລະ ບູລະນະຟື້ນຟູປ່າໄດ້ຕາມແຜນການ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງປາກຊ່ອງ ຍັງຊຸກຍູ້ສົ່ງເສີມການຜະລິດເບ້ຍໄມ້ໃນ ຈຳນວນ 197 000 ເບ້ຍ,ປະເພດໄມ້ອຸດສະຫະກຳ 167,000 ເບ້ຍ,ປະເພດໄມ້ປະດັບ 30,000 ເບ້ຍ,ເກັບແກ່ນໄມ້ທັງໜົດ279 ກິໂລ,ໃນນັ້ນໄມ້ອຸດສະຫະກຳ 209 ກິໂລ,ໄມ້ດອກໄມ້ປະດັບ 70 ກິໂລ,ພາກລັດຜະລິດໄດ້ 130 ກິໂລ,ພາກສ່ວນໂຄງການ 50 ກິໂລ,ພາກສ່ວນບໍລິສັດຜູ້ປະກອບການ 49 ກິໂລ,ປະຊາຊົນ 50 ກິໂລ.

ທ່ານ ຄຳຮູ້ ມຸກດາລາ ຫົວໜ້າຫ້ອງການກະສີກຳ ແລະ ປ່າໄມ້ເມືອງປາກຊ່ອງຍັງກ່າວອີກວ່າ ເພື່ອເຮັດໃຫ້ການປູກຕົ້ນໄມ້ທົ່ວເມືອງເປັນຂະບວນກ້ວາງຂວາງ, ດັ່ງນັ້ນຈື່ງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນໃນທົ່ວເມືອງ ເສີມຂະຫຍາຍເນື້ອໃນຈິດໃຈວັນທີ 1 ມີຖຸນາເຊີ່ງແມ່ນວັນປູກຕົ້ນໄມ້ແຫ່ງຊາດເຂົ້າສູ່ວິຖີຊີວິດຕົວຈິງ,ຊ່ວຍກັນເປັນເຈົ້າການປູກ ແລະ ປົກປັກຮັກສາດ້ວຍຄວາມເອົາໃຈໃສ່;ພ້ອມດຽວກັນນັ້ນໃຫ້ຖືເອົາຫົວໜ່ວຍຄອບຄົວ, ຫົວໜ່ວຍທຸລະກິດເປັນຫຼັກ ເພາະການປູກໄມ້,ການປົກປັກຮັກສາປ່າ ມັນສາມາຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ,ຊີວິດການເປັນຢູ່ ແລະເພື່ອຄວາມຢື້ນຍົງຄົງຕົວຂອງທຳມະຊາດໃຫ້ນັບມື້ນັບມີຄວາມອຸດົມສົມບູນຢ່າງບໍ່ຢຸດຢັ້ງ.

ເກດສະໜາ ແກ້ວສຸວັນນະແສງ

ຂ່າວສານບ້ານເມືອງ

Post navigation

Previous Post: ນັກສຶກສາໄລ່ຈັບໂຈນລັກລົດຈັກເວັບ ທີ່ບ້ານດົງເຫັນ
Next Post: ຈາກຮອງຜູ່ອໍານວຍການໂຮງງານ ກ້າວສູ້ເຈົ້າຂອງບໍລິສັດຈັດສັນທີ່ດີນ ເພາະການລົງມືເຮັດ

Related Posts

ຄຳມ່ວນ ຢຶດໄມ້ເຖື່ອນ 7 ພັນກວ່າທ່ອນ ຂ່າວສານບ້ານເມືອງ
ສະມາຄົມນັກຂ່າວແຫ່ງ ສປປ ລາວ ປຶກ ສາແຜນວຽກໃນຕໍ່ໜ້າ ຂ່າວສານບ້ານເມືອງ
ດີໃຈນໍາປະຊາຊົນບ້ານເມືອງມ່ວນ ເມືອງວຽງທອງ ໄດ້ຊົມໃຊ້ໄຟຟ້າແລ້ວ ຂ່າວສານບ້ານເມືອງ
ນໍາໃຊ້ມາດຕະການກັບອິນເຕີເນັດ 2 ຮ້ານທີ່ບໍ່ມີໃບອະນຸຍາດດໍາເນີນທຸລະກິດ ຂ່າວສານບ້ານເມືອງ
ແຂວງໄຊສົມບູນ ກະກຽມຄວາມພ້ອມໃຫ້ແກ່ການຂຶ້ນພິສິດຈອມພູທີ່ສູງສຸດໃນ ສປປ ລາວ ຂ່າວສານບ້ານເມືອງ
ເປີດການນໍາໃຊ້ແອບ “ລາວ ສູ້ສູ້” ຕ້ານ ໂ ຄ ວິ ດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme