Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປກສ ເມືອງໂພນໂຮງ ຈັບໂຈນລັກລົດໄດ້ 2 ຄົນ

Posted on 25/06/202025/06/2020 By All in LAOS No Comments on ປກສ ເມືອງໂພນໂຮງ ຈັບໂຈນລັກລົດໄດ້ 2 ຄົນ

ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໂພນໂຮງ ຈັບຕົວເປົ້າໝາຍລັກຊັບໄດ້ 2 ຄົນ, ທັງພົວພັນຢາເສບຕິດ

ໃນຄັ້ງວັນທີ 19 ມີຖຸນາ 2020 ຜ່ານມານີ້ ເຈົ້າໜ້າທີ່ຕຳຫຼວດໝ່ວຍງານວິຊາສະເພາະຄະດີອາຍາ-ເສດຖະກິດ ປກສ ເມືອງໂພນໂຮງ ແຂວງວຽງຈັນ ເຂົ້າຈັບຕົວ ທ້າວ ບົວຂາວ ອາຍຸ 32 ປີ, ທ້າວ ສຸກສາຄອນ ອາຍຸ 19 ປີ ທັງສອງຄົນວ່າງງານ ຢູ່ບ້ານສ້າງໃຫຍ່ ເມືອງໂພນໂຮງ ແຂວງວຽງຈັນ ໃນຂໍ້ຫາລັກຊັບ ມາດໍາເນີນການສຶບສວນ – ສອບສວນ.

ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຕຳຫຼວດໝ່ວຍງານວິຊາສະເພາະຄະດີອາຍາ-ເສດຖະກິດ ປກສ ເມືອງໂພນໂຮງ ແຂວງວຽງຈັນ ທ້າວ ບົວຂາວ ໄດ້ໃຫ້ການຮັບສາລະພາບວ່າ: ໃນວັນທີ 13 ມີຖຸນາ 2020 ຜ່ານມາ ຜູ້ກ່ຽວແມ່ນໄດ້ລົງມືລັກຊັບ ປະເພດລົດຈັກ ຈໍານວນ 3 ຄັນ ໃນນີ້ມີລົດເວັບໄອ ຈໍານວນ 1 ຄັນ ຢູ່ເຮືອນພັກແຫ່ງໜຶ່ງຢູ່ບ້ານ ນາຊູ ເມືອງໂພນໂຮງ ແລະ ລົດຈັກເວັບຮ້ອຍ ຈໍານວນ 2 ຄັນ ລັກຢູ່ຂອບເຂດບ້ານນາຍາງ ເມືອງໂພນໂຮງ ແຂວງວຽງຈັນ

ສ່ວນວິທີລັກລົດແຕ່ລະຄັ້ງແມ່ນຜູ້ກ່ຽວໄດ້ຂີ່ລົດເລາະໄປຕາມທາງພໍໄປຮອດເຮືອນພັກແຫ່ງໜຶ່ງຢູ່ບ້ານ ນາຊູ ເມືອງໂພນໂຮງ ທັງສອງໄດ້ສັງເກດເຫັນລົດຈັກເວັບໄອ ສີຟ້າດໍາ ຈຶ່ງມີແນວຄິດຢາກໄດ້ລົດຈັກຄັນດັ່ງກ່າວ ພວກກ່ຽວທັງສອງຈຶ່ງໄດ້ສັງເກດເບິ່ງບໍ່ເຫັນເຈົ້າຂອງລົດ ຜູ້ກ່ຽວຈຶ່ງລົງມືລັກໂດຍໃຊ້ເຫຼັກຄ້າຍລູກກະແຈງັດ ເມື່ອໄດ້ລົດມາແລ້ວກໍ່ເອົາເລະໄປຂາຍແຕ່ບໍ່ໄດ້ຂາຍ.

ຈາກນັ້ນຈຶ່ງໄດ້ເອົາໄປຊຸກເຊື່ອງໄວ້ໃນປ່າແລ້ວມ້າງແຍກສິ້ນສ່ວນຕ່າງໆຂອງລົດ ແລ້ວນໍາເອົາສິ້ນສ່ວນລົດມາໄວ້ເຮືອນພວກກ່ຽວ, ນອກຈາກນັ້ນພວກກ່ຽວ ທັງສອງ ຍັງໄດ້ຮັບສາລະພາບຕື່ມອິກວ່າ ໃນ17-18 ມີຖຸນາ 2020 ຜ່ານມາ ພວກກ່ຽວໄດ້ຂີ່ລົດຈັກເລາະໄປຕາມທາງດ້ວຍຮູບການເກົ່າ ພໍມາຮອດບ້ານນາຍາງ ໄດ້ເຫັນລົດຈັກເວັບຮ້ອຍ 2 ຄັນ ຢູ່ເຮືອນ ປະຊາຊົນບ້ານ ນາຍາງ ເມືອງໂພນໂຮງ ຈຶ່ງມີແນວຄິດຢາກໄດ້ ພວກກ່ຽວທັງສອງຈຶ່ງໄດ້ເອົາລົດທີ່ພວກກ່ຽວຂີ່ມາໄປເຊື່ອງໄວ້ແລ້ວກັບມາເຮືອນຫຼັງດັ່ງກ່າວ ທ້າວ ບົວຂາວ ໄດ້ປິ່ນເຂົ້າເຮືອນຄົວໄປເອົາກະແຈທີ່ວາງຢູ່ຫຼັງຕູ້ເຢັນມາໄຂບ່ອນໄວ້ລົດຈໍານວນ 3 ຄັນ ພວກກ່ຽວຈຶ່ງໄດ້ລັກເອົາ 2 ຄັນ ແລ້ວຂັບຂີ່ໜີໄປເຮືອນທ້າວບົວຂາວ

ຈາກນັ້ນກໍ່ໄດ້ມ້າງສິ້ນສ່ວນຕ່າງໆຂອງລົດອອກ ແລ້ວໄປຕິດຕໍ່ຂາຍແຕ່ບໍ່ໄດ້ຂາຍ ທ້າວ ບົວຂາວ ຈຶ່ງໄດ້ເອົາໄປແລກປ່ຽນຢາບ້າ ນໍາປະຊາຊົນ ຢູ່ບ້ານໂພນໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈໍານວນ 28 ເມັດ ເມື່ອໄດ້ຢາບ້າມາແລ້ວພວກກ່ຽວກໍ່ໄດ້ເອົາມາເສບຈົນໝົດ ຍ້ອນຄວາມເອົາໃຈໃສ່ຂອງເຈົ້າໜ້າທີ່ຕຳຫຼວດໝ່ວຍງານວິຊາສະເພາະຄະດີອາຍາ-ເສດຖະກິດ ປກສ ເມືອງໂພນໂຮງ ຈື່ງສາມາດຈັບຕົວ ທ້າວ ບົວຂາວ ແລະ ທ້າວ ສຸກສາຄອນ ໃນຄັ້ງວັນທີ 19 ມີຖຸນາ 2020 ຜ່ານມາ ໃນຂໍ້ກ່າວຫາລັກຊັບພົນລະເມືອງ.

ປະຈຸບັນເຈົ້າໜ້າທີ່ໄດ້ເລັ່ງທໍາການສືບສວນ-ສອບສວນ ພວກກ່ຽວທັງສອງຄົນເພື່ອຂະຫຍາຍຜົນຫາກຸ່ມແກ້ງຜູ້ຮ່ວມຂະບວນການມາລົງໂທດຕາມລະບຽບກົດໝາຍຢ່າງເຂັ້ມງວດ ພ້ອມທັງເກັບກູ້ເຄື່ອງຂອງກາງປະເພດລົດຈັກໄດ້ຈຳນວນ 3 ຄັນ, ມາເກັບຮັກສາໄວ້ຢູ່ພະແນກຕໍາຫຼວດກອງບັນຊາການ ປກສ ເມືອງໂພນໂຮງ ເພື່ອສະຫຼຸບລາຍງານໃຫ້ຫ້ອງຕໍາຫຼວດ ປກສ ແຂວງວຽງຈັນ ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍໃນຂັ້ນຕໍ່ໄປ

ພາບ-ຂ່າວ: ປກສ ແຂວງວຽງຈັນ, ທອງສີ

ຂ່າວສານບ້ານເມືອງ

Post navigation

Previous Post: ລູກຊາຍລັກງົວໄປຂາຍ ພໍ່ໃຈຮ້າຍແຮງໃຊ້ປືນປິດຊີບ
Next Post: ມີນັກຮຽນ 231 ຄົນ ຢູ່ ນະຄອນຫຼວງວຽງຈັນ ແລະ ຈໍາປາສັກ ແພ້ຢາຂ້າແມ່ທ້ອງ

Related Posts

ຮອງເຈົ້າເມືອງໂຂງ ລົງຕິດຕາມຜົນເສຍຫາຍຈາກລົມພະຍຸລະດູຮ້ອນ ຂ່າວສານບ້ານເມືອງ
ລັດຖະມົນຕີກະຊວງການຕ່າງປະເທດຢ້ຽມຢາມ ກອງພົນທະ ຫານຮາບ ທີ 3 ຂ່າວສານບ້ານເມືອງ
ຄົນເຈັບຕາຍ 170 ຄົນແລ້ວ ມື້ນີ້ 30/1/2020! ໄວຣັດອູ່ຮັ້ນ ຂ່າວສານບ້ານເມືອງ
ໄຂຂຶ້ນຢ່າງເປັນທາງການ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ຂ່າວສານບ້ານເມືອງ
ອຸບັດຕິເຫດ ຂັບຂີ່ລົດຈັກປະທະລົດໃຫຍ່ ເ ສ ຍ ຊີ ວິ ດ ຄາທີ່ ຂ່າວສານບ້ານເມືອງ
ດ່ວນ…! ຄຳສັ່ງຂອງເຈົ້າແຂວງສະຫວັນນະເຂດວ່າດ້ວຍການປ້ອງກັນ ແລະ ຄວບຄຸມການລະບາດ ໂ ຄ ວິ ດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme