Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລັດຖະມົນຕີ ກະຊວງການເງິນ ຊີ້ແຈງຂອດອຸດຕັນ ການສົ່ງອອກສິນຄ້າ ຕໍ່ສະພາແຫ່ງຊາດ

Posted on 25/06/202025/06/2020 By News No Comments on ລັດຖະມົນຕີ ກະຊວງການເງິນ ຊີ້ແຈງຂອດອຸດຕັນ ການສົ່ງອອກສິນຄ້າ ຕໍ່ສະພາແຫ່ງຊາດ

ນະຄອນຫຼວງວຽງຈັນ: ໃນຕອນເຊົ້າຂອງວັນທີ 25 ມິຖຸນາ 2020, ໃນກອງປະຊຸມສະໄໝສຳມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ໃຫ້ກຽດຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດຫລາຍບັນຫາໂດຍສະເພາະກ່ຽວກັບ ນະໂຍບາຍ ແລະ ມາດຕະການເກັບ ລາຍຮັບ, ການແກ້ໄຂຂອດອຸດຕັນໃນການສົ່ງອອກສິນຄ້າ ເພື່ອເຮັດໃຫ້ຜູ້ປະກອບການມີຄວາມສະດວກ ແລະ ວ່ອງໄວຂຶ້ນ ພາຍໃຕ້ ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ປະທານສະພາແຫ່ງຊາດ ແລະ ເຂົ້າຮ່ວມ ຂອງທ່ານ ທອງລຸນສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ.

Image may contain: 2 people, people standing and indoor

ທ່ານ ສົມດີ ດວງດີ ໄດ້ໃຫ້ຄຳຊີ້ແຈງວ່າ: ສຳລັບການສົ່ງອອກສິນຄ້າ ໃນໄລຍະຜ່ານມາເຫັນວ່າຍັງມີບັນຫາໂດຍສະເພາະການສົ່ງອອກສິນຄ້າຂອດສຸດທ້າຍກໍແມ່ນ ພາສີຢູ່ດ່ານ ກ່ອນຈະຮອດດ່ານພາສີກໍຍັງມີຫລາຍຂັ້ນຫລາຍຕອນ ແລະ ມັນກໍໄດ້ພົວພັນກັບຫລາຍພາກສ່ວນທີ່ກ່ຽວຂ້ອງ ຊຶ່ງຈະຕ້ອງໄດ້ຮ່ວມມືກັນແກ້ໄຂ.

ສຳລັບຂະແໜງພາສີພວກເຮົາຈະພະຍາຍາມເຮັດທຸກຢ່າງ ເພື່ອອຳນວຍຄວາມສະດວກ ໂດຍສະເພາະແມ່ນຜູ້ປະກອບການທີ່ມີເອກະສານຄົບຖ້ວນຕາມລະບຽບການ ແລະ ຕາມກົດໝາຍທີ່ ກຳນົດ ຊຶ່ງພວກເຮົາແມ່ນໄດ້ແຈ້ງລະອຽດໝົດແລ້ວກ່ອນຈະສົ່ງອອກຕ້ອງມີເອກະສານຄົບຖ້ວນ.

ຖ້າຫາກວ່າຜູ້ປະກອບການມີເອກະສານຄົບຖ້ວນຕາມທີ່ກຳນົດຈະເຮັດໃຫ້ການສົ່ງອອກບໍ່ມີບັນຫາ ແລະ ບໍ່ໄດ້ໃຊ້ເວລາດົນຢູ່ໃນດ່ານພາສີ, ແຕ່ວ່າບາງອັນທີ່ຍັງຊັກຊ້າກໍຍ້ອນວ່າຢູ່ໃນດ່ານຍັງມີຫລາຍພາກສ່ວນເປັນຕົ້ນຖ້າເປັນສິນຄ້າກະສິກຳ ກໍຈະມີພາກສ່ວນກະສິກຳເຂົ້າມາກ່ຽວຂ້ອງ, ສິນຄ້າກ່ຽວປະເພດຢາກໍຈະມີພາກສ່ວນກະຊວງສາທາລະນະສຸກ ພ້ອມກັນນີ້ມັນກໍຍັງມີ ກະຊວງອຸດສະຫະກຳການຄ້າ ກ່ຽວຂ້ອງນຳອີກ.

ສະນັ້ນ ບັນຫາຈຳນວນໜຶ່ງພວກເຮົາກໍຈະໄດ້ນຳເອົາໄປປຶກສາຫາລືກັນເພື່ອນຳ ໄປແກ້ໄຂ ເພື່ອໃຫ້ມັນມີຄວາມເປັນເອກະພາບກັນ.


ຂ່າວ: ມະນີທອນ, ພາບ: ເກດສະໜາ

ຂ່າວສານບ້ານເມືອງ

Post navigation

Previous Post: ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຊີ້ແຈງ ນະໂຍບາຍສົ່ງເສີມການລົງທຶນ
Next Post: ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ຊີ້ແຈງການ ສົ່ງເສີມ ການຜະລິດສະບຽງອາຫານ ໃນສະພາບໂຄວິດ-19

Related Posts

ຖະແຫຼງຂ່າວເຫດການດິນຍຸບທັບປະຊາຊົນທີ່ລັກລອບຂຸດຄົ້ນແຮ່ຄຳ ຢູ່ພູສູນ ບ້ານແລທອງ ເມືອງພູກູດ ແຂວງຊຽງຂວາງ ຂ່າວສານບ້ານເມືອງ
ເມືອງຊຽງຮ່ອນຈັດພິທີທຳລາຍສິນຄ້າໝົດອາຍຸ ຂ່າວສານບ້ານເມືອງ
ຂ່າວດ່ວນ ປັບຂຶ້ນລາຄານໍ້າມັນທົ່ວປະເທດ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 695ຄົນ ຂ່າວສານບ້ານເມືອງ
ສາເຫດທີ່ເຮັດໃຫ້ລາຄາຊີ້ນໝູໃນນະຄອນຫລວງວຽງຈັນ ມີການເໜັງຕີງເພີ່ມຂຶ້ນ ຂ່າວສານບ້ານເມືອງ
ຈັ ບ ແ ກ້ ງສໍ້ ໂ ກ ງ ຊັ ບ 3 ຄົນ ມູນຄ່າເສຍຫາຍເກືອບ 400 ລ້ານ ກີບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme