Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຊີ້ແຈງ ນະໂຍບາຍສົ່ງເສີມການລົງທຶນ

Posted on 25/06/202025/06/2020 By News No Comments on ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຊີ້ແຈງ ນະໂຍບາຍສົ່ງເສີມການລົງທຶນ

ນະຄອນຫຼວງວຽງຈັນ: ໃນຕອນເຊົ້າຂອງວັນທີ 25 ມິຖຸນາ 2020, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ໃຫ້ກຽດຂຶ້ນຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ(ສສຊ) ໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ກ່ຽວກັບນະໂຍບາຍ, ວິທີການ ແລະ ມາດຕະການຊຸກຍູ້ ແລະ ສົົ່ງເສີມການລົງທຶນ ເພືີ່ອຮັບປະກັນເຮັດໃຫ້ການເຕີບໂຕຂອງເສດຖະກິດແຫ່ງຊາດ ສາມາດສືບຕໍ່ຂະຫຍາຍ ຕົວຢ່າງຕໍ່ເນື່ອງ. ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ.

Image may contain: 1 person, standing and suit

ທ່ານ ສອນໄຊ ສີພັນດອນ ໃຫ້ຮູ້ວ່າ: ສະພາແຫ່ງຊາດໄດ້ຮັບຮອງເອົາແຜນດັດແກ້ຕົວເລກມະຫາພາກໃນໄລຍະ 4 ປີ (2017-2020) ຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ຕາມມະຕິ 014/ສພຊ, ລົງວັນທີ 24/11/2016. ເຊິ່ງຄາດໝາຍລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວໃນລະດັບ ສະເລ່ຍ 7,2% ໃນນັ້ນ: ປີ 2017 ເທົ່າກັບ 7%, ປີ 2018 ເທົ່າກັບ 7%, ປີ 2019 ເທົ່າກັບ 7,3% ແລະ ປີ 2020 ເທົ່າກັບ 7,5%, ຄາດຄະເນຄວາມຕ້ອງການທຶນ ເພື່ອການພັດທະນາທັງໝົດ 173.329 ຕື້ກີບ ຫລື 21,4 ຕື້ໂດລາສະຫະລັດ ກວມເອົາ 29% ຂອງ GDP

ໃນນີ້: ການລົງທຶນຂອງລັດກວມປະມານ 12-15% ຂອງການລົງທຶນລວມທັງໝົດ, ແຫລ່ງທຶນຈາກການຊ່ວຍເຫລືອທາງການເພື່ອການພັດທະນາ ກວມປະມານ 15-24%, ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ກວມປະມານ 40-49% ແລະ ການລົງທຶນຈາກລະບົບເງິນຕາ ກວມປະມານ 21-23% ຂອງທຶນລວມທັງໝົດ. ຜ່ານການຈັດຕັ້ງປະຕິບັດຕົວຈິງຄາດວ່າ GDP ຈະຂະ ຫຍາຍຕົວ ໂດຍສະເລ່ຍໃນລະດັບ 5,9% ຫລຸດແຜນການທີ່ວາງໄວ້ 1,3% (ແຜນການ 7,2%) ແລະ ການສະໜອງທຶນເພື່ອການພັດທະນາໃນໄລຍະ 4 ປີ ກໍຈະບໍ່ສາມາດບັນລຸໄດ້ຕາມແຜນທີ່ວາງໄວ້.

ລັດຖະບານໄດ້ເອົາໃຈໃສ່ຂົນຂວາຍ, ດຶງດູດ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດ 4 ແຫລ່ງທຶນເພື່ອການພັດທະນາໃຫ້ມີປະສິດພາບສູງຂຶ້ນດ້ວຍການກໍານົດນະໂຍບາຍ, ນິຕິກໍາ ແລະ ມາດຕະການຕ່າງໆ ໂດຍສະເພາະ ປັບປຸງ, ສ້າງກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍຈໍານວນໜຶ່ງ ເປັນຕົົ້ນ: ກົດໝາຍວ່າດ້ວຍການລົງທຶນຂອງລັດ, ຄຳແນະນຳ, ດໍາລັດ, ຂໍ້ຕົກລົງຕ່າງໆ ເພື່ອເຮັດໃຫ້ການເຕີບໂຕຂອງເສດຖະກິດແຫ່ງຊາດ ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງຕາມທິດທີ່ຍືນຍົງ.

ພ້ອມກັນນີ້, ໄດ້ເອົາໃຈໃສ່ປະຕິບັດຕາມຂັ້ນຕອນທີ່ກໍານົດໄວ້ໃນກົດໝາຍ ວ່າດ້ວຍການລົງທຶນຂອງລັດ ແລະ ຄໍາເເນະນໍາຈັດຕັ້ງປະຕິບັດກົດໝາຍດັ່ງກ່າວຢ່າງເຄັ່ງຄັດ ຊຶ່ງທຸກໂຄງການຕ້ອງຜ່ານການປະເມີນ, ເດັດຂາດບໍ່ຮັບເອົາໂຄງການທີ່ບໍ່ມີຜົນການປະເມີນ ຫລື ຜົນການປະເມີນໃນລະດັບຕໍ່າເຂົ້າແຜນ. ໄດ້ຕິດຕາມ, ກວດກາ ແລະ ຊຸກຍູ້ໂຄງການລົງທຶນຂອງລັດ ທີ່ສະພາແຫ່ງຊາດ ແລະ ສະພາທ້ອງຖິ່ນໄດ້ຮັບຮອງແລ້ວໃຫ້ສາມາດຈັດຕັ້ງປະຕິບັດໄດ້ຕາມແຜນ ເພື່ອຮັບປະກັນໃຫ້ວຽກຈຸດສຸມ ຂອງລັດຖະບານ ແລະ ທ້ອງຖິ່ນ ກໍຄືບັນດາຄາດໝາຍທີ່ສະພາໄດ້ຮັບຮອງແລ້ວໃຫ້ບັນລຸຜົນ.

ນອກນີ້, ລັດຖະບານ ຍັງໄດ້ເອົາໃຈໃສ່ແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ຢ່າງເປັນລະບົບ, ສະເພາະໃນ ປີ 2020 ສະພາແຫ່ງຊາດອະນຸມັດ ແຜນການລົງທຶນຂອງລັດຈໍານວນ 2.600 ຕື້ກີບ (ທຶນສົມທົບທາງລົດໄຟລາວ-ຈີນ ຈໍານວນ 400 ຕື້ກີບ) ຊຶ່ງໄດ້ຈັດສັນຊໍາລະໜີ້ສິນ ທັງໝົດ 539,57 ຕື້ກີບ. ໃນ 5 ເດືອນຜ່ານມາ ສາມາດປະຕິບັດໄດ້ 2.384 ໂຄງການ, ມູນຄ່າ 1.044 ຕື້ກີບ (40,14% ຂອງແຜນການ).


ຂ່າວ: ມະນີທອນ, ພາບ: ເກດສະໜາ

ຂ່າວສານບ້ານເມືອງ

Post navigation

Previous Post: ດ່ວນທີ່ສຸດ ສາທາແຈ້ງໃຫ້ຢຸດຕິການແຈກຢາຍຢາໃຫ້ນັກຮຽນ
Next Post: ລັດຖະມົນຕີ ກະຊວງການເງິນ ຊີ້ແຈງຂອດອຸດຕັນ ການສົ່ງອອກສິນຄ້າ ຕໍ່ສະພາແຫ່ງຊາດ

Related Posts

ປະກາດເຕືອນ ພາຍຸລະດູຮ້ອນ 24-26 ເມສາ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 106ຄົນ ຂ່າວສານບ້ານເມືອງ
ການປ້ອງກັນ Covid-19 ແລະ ອັບເດດຕົວເລກ ເວລາ 9:30 ວັນທີ 27 ກຸມພາ 2020 ຂ່າວສານບ້ານເມືອງ
ກະຊວງສຶກສາໄດ້ຮັບທຶນ 7 ລ້ານໂດລາ ຈາກ ອົງການອຸຍນິເຊບ ເພື່ອໃຊ້ໃນການຕອບໂຕ້ ໂຄວິດ-19 ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 239ຄົນ ຂ່າວສານບ້ານເມືອງ
ໄຟໄໝ້ລົດເສຍຫາຍໝົດຄັນກາງເດິກ ທາງເຂດບ້ານໜອງໜ່ຽງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme