Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໂຄງ​ການກໍ່​ສ້າງ​ລະ​ບົບຊົນ​ລະ​ປະ​ທານ​ຫ້ວຍ​ທ່າ​ຮາວ​ຄືບ​ໜ້າ​ແລ້ວ 31 %.

Posted on 25/06/202025/06/2020 By News No Comments on ໂຄງ​ການກໍ່​ສ້າງ​ລະ​ບົບຊົນ​ລະ​ປະ​ທານ​ຫ້ວຍ​ທ່າ​ຮາວ​ຄືບ​ໜ້າ​ແລ້ວ 31 %.

ໃນວັນທີ 19 ມິຖຸນາ 2020 ນີ້, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍທ່ານ ປະສົງສິນ ຈະ ເລີນສຸກ ເຈົ້າເມືອງອຸທຸມພອນ ໄດ້ລົງຕິດຕາມກວດກາໂຄງ ການກໍ່ສ້າງລະບົບຊົນລະປະ ທານຫ້ວຍທ່າຮາວບ້ານນາ ຄຳ ເມືອງອຸທຸມພອນ. ໂອກາດ ນີ້, ທ່ານ ນາງ ເພັດສະໝອນ ເພັງສະຫວັດ ປະທານບໍລິສັດ ເພັດຖາວອນກໍ່ສ້າງເຄຫາຂົວ-ທາງ ແລະຊົນລະປະທານໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງລະບົບຊົນລະປະທານຫ້ວຍທ່າຮາວແມ່ນໄດ້ເລີ່ມລົງມືຈັດຕັ້ງປະຕິບັດໂຄງການ ໄລຍະທີໜຶ່ງແມ່ນເລີ່ມແຕ່ປີ 2014 – 2016 ແລະ ໄດ້ຢຸດ ໂຄງການເປັນເວລາ 4 ປີຫຼັງ ຈາກນັ້ນ, ກໍ່ໄດ້ສືບຕໍ່ຈັດຕັ້ງປະ ຕິບັດໂຄງການໃໝ່ໃນໄລຍະ ທີສອງ

Image may contain: 14 people, people standing, sky, child, cloud, outdoor and nature

ເຊິ່ງໜ້າວຽກຕົ້ນຕໍແມ່ນ ການກໍ່ສ້າງລະບົບຫົວງານ ເຂື່ອນດິນທີ່ມີລວງຍາວ 1.250 ແມັດ, ກວ້າງ 8,5 ແມັດ ແລະ ກໍ່ສ້າງລະບົບຄອງເໝືອງໃນ ນັ້ນມີຄອງເໝືອງແມ່ສອງຄອງ ເບື້ອງຊ້າຍມີຄວາມຍາວ 9 ກິໂລແມັດ, ເບື້ອງຂວາມີຄວາມຍາວ 11 ກິໂລແມັດ ແລະຄອງ ຊອຍ 45 ຄອງ, ໃນມູນຄ່າການ ກໍ່ສ້າງທັງໝົດ 191 ຕື້ກີບ ໂດຍແມ່ນບໍລິສັດເພັດຖາວອນ ກໍ່ສ້າງເຄຫາຂົວ – ທາງ ແລະ ຊົນລະປະທານເປັນຜູ້ຮັບເໝົາ ກໍ່ສ້າງ ມາຮອດປະຈຸບັນ, ໂຄງ ການດັ່ງກ່າວ ສາມາດຈັດຕັ້ງປະຕິບັດສຳເລັດໄປແລ້ວ 31% ຄາດວ່າຈະໃຫ້ສໍາເລັດ ໂຄງການໃນປີ 2023 ແລະ ຈະໄດ້ສືບຕໍ່ໃສ່ໂຄງການຊົນລະກະເສດ ເຊິ່ງເປັນໄລຍະທີ 3 ຂອງໂຄງການ ແລະຈະໃຫ້ສຳເລັດໃນປີ 2025 ພາຍຫຼັງ ທີ່ສຳເລັດໂຄງການ ນີ້ແລ້ວ ພາຍ ໃນອ່າງເກັບນ້ຳຫ້ວຍທ່າຮາວ ຈະສາມາດກັກເກັບນ້ຳໄດ້ຫຼາຍ ເຖິງ 24 ລ້ານແມັດກ້ອນ, ສາມາດຫົດເນື້ອທີ່ນາປີໄດ້ 1.700 ເຮັກຕາ, ນາແຊງ 1.100 ເຮັກຕາ ແລະ ຈະມີປະຊາຊົນຈຳນວນ 9 ບ້ານທີ່ໄດ້ຊົມໃຊ້ ແລະ ໄດ້ຮັບຜົນປະໂຫຍດ.

Image may contain: sky, tree, outdoor and nature
ຂ່າວສານບ້ານເມືອງ

Post navigation

Previous Post: ຈີນປະກາດ! ຄວບຄຸມໂຄວິດປັກກິ່ງໄດ້ແລ້ວ ເຕືອນອາດມີການລະບາດເປັນກຸ່ມກ້ອນອີກ
Next Post: ລັດຖະມົນຕີ 4 ກະຊວງ ຊີ້ແຈງຫລາຍບັນຫາຕໍ່ສະມາຊິກສະພາແຫ່ງຊາດ

Related Posts

ກະບະຮຸນໄດເສຍຫຼັກຕໍາຮາວກັ້ນທາງ ເຈັບ 4 ຄົນ ຂ່າວສານບ້ານເມືອງ
ກັບຄືນເຂົ້າສູນແລ້ວ! ຜູ້ຕິດເຊື້ອພະຍາດ ໂ ຄ ວິ ດ ທີ່ລັກໜີອອກຈາກສູນປິ່ນປົວຢູ່ແຂວງຄໍາມ່ວນ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 1246ຄົນ ຂ່າວສານບ້ານເມືອງ
71 ປີມີໄຊ! ກອງທັບປະຊາຊົນລາວ! ຫວນຄືນປະຫວັດສາດອັນສໍາຄັນຂອງຊາດ ຂ່າວສານບ້ານເມືອງ
ທໍ່ນໍ້າອາການໂຄມາ ຕັນແທ້ຕັນວ່າ-ສາເຫດນໍ້າຖ້ວມຂັງ ຂ່າວສານບ້ານເມືອງ
ເສົ້າໃຈຊາຍປິດຊີບຕົນເອງທີ່ບ້ານໂນນແກ້ວ ເມືອງສີໂຄດຕະບອງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme