Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທະຫານແຂວງເຜີຍແຜ່ແຜນການຄວາມພ້ອມປ້ອງກັນ ຄວບຄຸມ ແລະ ແກ້ໄຂ ໄພພິບັດທາງທຳມະຊາດ

Posted on 25/06/202025/06/2020 By All in LAOS No Comments on ທະຫານແຂວງເຜີຍແຜ່ແຜນການຄວາມພ້ອມປ້ອງກັນ ຄວບຄຸມ ແລະ ແກ້ໄຂ ໄພພິບັດທາງທຳມະຊາດ

ອັດຕະປື: ໃນວັນທີ 23 ມິຖຸນາ 2020 ນີ້ ກອງບັນຊາການທະຫານແຂວງອັດຕະປື ໄດ້ຈັດຕັ້ງການເຜີຍແຜ່ແຜນການຄວາມພ້ອມ, ຄວບຄຸມ, ຕອບຕ້ານ ແລະ ແກ້ໄຂໄຟພິບັດທາງທຳມະຊາດ ປະຈຳປີ 2020 .

ໂດຍການເຂົ້າຮ່ວມ ຂອງ ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງ ອັດຕະປື ປະທານ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂໄຟພິບັດຂັ້ນແຂວງ ມີ ພັນເອກ ບຸນຈັນ ສີຫາວົງ ຫົວໜ້າການທະຫານ ຜູ້ຊີ້ນຳ, ຄວບຄຸມ, ຕອບຕ້ານ ແລະ ແກ້ໄຂໄຟພິບັດຂັ້ນກອງບັນຊາການທະຫານແຂວງອດຕະປື . ມີບັນດາທ່ານໃນຄະນະພັກກອງບັນຊາການທະຫານແຂວງ, ກອງບັນຊາການຕຳຫຼວດແຂວງ ພ້ອມດ້ວຍບັນດາທ່ານທີ່ຖືກແຕ່ງຕັ້ງ ໃນ 5 ເມືອງ ແລະ ກົມກອງທີ່ຂື້ນກັບກອງບັນຊາການທະຫານແຂວງເຂົ້າຮ່ວມ.

ພັນໂທ ແສງສຸລີ ເມກເມືອງໄຊ ຄະນະພັກກອງບັນຊາການ, ຮອງຫົວໜ້າຫ້ອງເສນາທິການ ໄດ້ຜ່ານແຜນການ, ການກະກຽມ, ດ້ານກຳລັງ, ດ້ານພາຫະນະ ແລະ ດ້ານອຸປະກອນຮັບໃຊ້ຕ່າງໆ ການແຕ່ງຕັ້ງ, ມອບໝາຍໜ້າທີ່ ແລະ ຄວາມຮັບຜິດຊອບ ກ່ອນໄຟພິບັດບໍ່ທັນເກີດ, ເມື່ອເກີດຂື້ນແລ້ວ ແລະ ພາຍຫຼັງຊີ້ນສຸດລົງ, ໃນຄວາມເຂັ້ມງວດຄົບຊຸດ, ຖືກຕ້ອງຕາມຂໍ້ກຳນົດ ແລະ ຄຳສັ່ງສະບັບເລກທີ 732 ລົງວັນທີ 3 ເມສາ 2020 . ຂອງກົມໃຫຍ່ເສນາທິການ ກອງທັບ ຄະນະພັກ – ຄະນະບັນຊາແຕ່ລະຂັ້ນ ປະສານສົມທົບກັບອົງການປົກຄອງ,ຂະແໜງການຢູ່ພື້ນທີ່ ກົມກອງຕັ້ງຢູ່, ສຳຫຼວດຈຸດພິເສດ ພື້ນທີ່ຈຸດທີ່ຕັ້ງກຳນົດໃນແຜນການ, ໃນເມື່ອເກີດມີນ້ຳຖ້ວມ ສາມາດເຄື່ອນຍ້າຍ ຄົນ, ສັດ ແລະ ວັດຖຸມີຄ່າໄປທີ່ຈຸດກຳນົດໄວ້ໃຫ້ທັນ ແລະ ປອດໄພ .

ການຈັດຕັ້ງກຳລັງເປັນ 4 ພາກສ່ວນ, ພາກສ່ວນ ບັນຊາ, ພາກສ່ວນ ກຳລັງກອບກູ້ ຊ່ວຍເຫຼືອ, ພາກສ່ວນຮັບປະກັນ ແລະ ກຳລັງສຳຮອງ . ການຈັດຕັ້ງກະກຽມ ກຳລັງທະຫານຮາບ 622 ສະຫາຍ, ໂຮງໝໍແຂວງ, ເມືອງ ແລະ ໂຮງໝໍກອງບັນຊາການທະຫານແຂວງ ຈຳນວນ 7 ແຫ່ງ, ກຳລັງວິຊາສະເພາະ, ດ້ານພະລາທິການ – ເຕັນິກ ແລະ ກໍ່ສ້າງເຄຫາສະຖານ 60 ສະຫາຍ, ຄະນະຊີ້ນຳລວມ ແລະ ພາກສະໜາມ25 ສະຫາຍ . ດ້ານພາຫະນະ ລົດຂົນສົ່ງ 15 ຄັນ, ລົດນ້ອຍ 8 ຄັນ, ເຮືອກູ້ໄຟ 2 ລຳ, ເຮືອຫາງ 10 ຄັນ ແລະ ເຄື່ອງອຸປະກອນຮັບໃຊ້ ເປັນຕົ້ນ ຜ້າເຕັນ, ເສື້ອຊູຊີບ, ເສື້ອກັນຝົນ, ເກີບໂບກ ແລະ ເຄື່ອງໃຊ້ອື່ນໆທີຈຳເປັນ .

ໂດຍ : ໄກ່ຕ໋ອກ

ຂ່າວສານບ້ານເມືອງ

Post navigation

Previous Post: ອາວະສານ Fingo ປະກາດ ຍົກເລີກການຈ່າຍຄອມມິດຊັນໃຫ້ສະມາຊິກ ທັງລົບບັນຊີ ສະມາຊິກອອກ
Next Post: ຢາຂ້າແມ່ທ້ອງ ຈະມີອາການຂ້າງຄຽງ 2 ລະດັບ

Related Posts

ງຽບເຫງົາ! ນະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ
ມີ 885 ກິດຈະການ ທີ່ຂຸດຄົ້ນກ່ຽວກັບແຮ່ທາດຢູ່ລາວ ຂ່າວສານບ້ານເມືອງ
ເອົາແລ້ວກວດພົບເຊື້ອໂຄວິດໃນກຸ່ມໄວລຸ້ນ ຈໍານວນ 32ຄົນທີ່ຊຸມແຊວກັນຢູ່ໂຮງແຮມໂຄ້ງຄໍາ ຂ່າວສານບ້ານເມືອງ
ກຸ່ມນາງຟ້າ M9 ຮີບໂຮມນໍ້າໃຈ ບໍລິຈາກເຄື່ອງຂອງ ແລະ ເງິນສົດ ແກ່ສູນພິການຕາ ທົ່ງປົ່ງ ຂ່າວສານບ້ານເມືອງ
ເມືອງວຽງຄຳກຽມພ້ອມ! ລົງໂຄສະນາເຜີຍແຜ່ຜົນຮ້າຍການລະບາດຂອງພະຍາດ ໂ ຄ ວິ ດ ຂ່າວສານບ້ານເມືອງ
ແຈ້ງການພັກຊົດເຊີຍປີໃໝ່ສາກົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme