ກາຍເປັນການອາວະສານ ຮູບແບບ ທຸລະກິດເຄືອຂ່າຍ ທີ່ Fingo ນໍາເອົາມາໃຊ້ , ເມື່ອທາງການໄທ ມີການກວດສອບ ແລະ ສັ່ງການ ໃຫ້ບໍລິສັດ ຕ້ອງເຮັດທຸລະກິດ ໄປຕາມ ທະບຽນທຸລະກິດທີ່ອານຸຍາດ.
ເຊິ່ງທີ່ຜ່ານມາ Fingo ໄດ້ນໍາໃຊ້ ແຜນການຕະຫຼາດ ແບບ ຕ໋ອງໂສ້ ໂດຍມີການ ລະດົມຂົນຂວາຍຫາສະມາຊິກ ແລະ ແຈກຄອມມິດຊັນ ເປັນແຮງຈູງໃຈ.
ໃນວັນທີ່ 18 ມິຖຸນາ ບໍລິສັດໄດ້ຍົກເລີກ ບັນຊີສະມາຊິກ ທີ່ເປັນຫົວໜ້າທີມ ໂດຍອ້າງວ່າເຮັດຜິດ ລະບຽບຂອງບໍລິສັດ.

ແລະຫຼ້າສຸດ ວັນທີ່ 24 ມິຖຸນາ ບໍລິສັດ ຟິນໂກ້ ປະເທດໄທ ກໍ່ປະກາດ ຍົກເລິກ ແຜນການຕະຫຼາດທີ່ໄດ້ຄອມມິດຊັນ. ເລີ່ມແຕ່ 25 ມິຖຸນາ ເປັນຕົ້ນໄປ.
ນີ້ຖືເປັນການອາວະສານແຜນການທຸລະກິດຕ໋ອງໂສ້ ຂອງບໍລິສັດດັ່ງກ່າວ ທີ່ເຫັນວ່າ ບໍ່ຖືກຕ້ອງ ແລະ ມີລັກສະນະ ຜິດກົດໝາຍ.

.