Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຄີຍບໍາບັດຢາເສບຕິດ 2 ຄັ້ງກ່ອນກໍ່ເຫດສະເທືອນຂວັນ

Posted on 24/06/202024/06/2020 By All in LAOS No Comments on ເຄີຍບໍາບັດຢາເສບຕິດ 2 ຄັ້ງກ່ອນກໍ່ເຫດສະເທືອນຂວັນ

ລາຍລະອຽດການສືບສວນ ຈາກ ປກສ ແຂວງວຽງຈັນ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 18 ມີຖຸນາ 2020 ເວລາປະມານ 22 ໂມງ ເຈົ້າໜ້ທີ່ ປກສ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ຮັບແຈ້ງຄວາມຈາກອຳນາດການປົກຄອງບ້ານ ນາຊູ ເມືອງໂພນໂຮງ ວ່າ: ເວລາປະມານ 21 ໂມງ ຂອງວັນດຽວກັນນັ້ນ ທ້າວ ສິນທະນົງ ໄດ້ຄາດຕະກຳ ນາງ ອານົງ ( ຜູ້ເປັນເມຍ ) ເສຍຊີວິດຢູ່ທີ່ເຮືອນຂອງພວກກ່ຽວ ບ້ານນາຊູ ເມືອງໂພນໂຮງ ແຂວງວຽງຈັນ

ຈາກນັ້ນເຈົ້າໜ້າທີ່ ປກສ ເມືອງ ຈື່ງໄດ້ປະສານສົມທົບກັບ ພະແນກສຶບສວນ-ສອບສວນ ປກສ ແຂວງວຽງຈັນ ພ້ອມກັບອໍານາດການປົກຄອງບ້ານດັ່ງກ່າວລົງເກັບກຳຂໍ້ມູນ, ກວດກາຊັນນະສູດສະຖານທີ່ເກີດເຫດ, ຊາກສົບ ແລະ ຕິດຕາມຊອກຈັບຕົວ ທ້າວ ສິນທະນົງ (ຜູ້ເປັນຜົວ) ເພື່ອມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຜ່ານການສັນນະສູດຊາກສົບ ໃນວັນທີ 19 ມີຖຸນາ 2020 ຜູ້ເສຍຊີວິດແມ່ນມີບາດແຜ່ຢູ່ລະວ່າງຫົວຄິ້ວຊ້າຍ , ບໍລິເວນຂອບຕາເບື້ອງຊ້າຍດຳຊ້ຳ ແລະ ຮີມສົບເບື້ອງຊ້າຍ ແມ່ນຖືກປາດດ້ວຍວັດຖຸມີຄົມຍາວ 6 ຊັງຕີແມັດ, ບໍລິເວນງອນແມ່ນບວມຊໍ້າ ແລະ ໜ້າສັງເວດໄປກວ່ານັ້ນຜູ້ເສຍຊີວິດແມ່ນກຳລັງຖືພາມານລູກໄດ້ 9 ເດືອນປ່າຍແລ້ວ ຈາກນັ້ນເຈົ້າໜ້າທີ່ໄດ້ມອບຊາກສົບຜູ້ເສຍຊີວີດໃຫ້ຍາດພີ້ນ້ອງນຳໄປເຮັດພິທີ່ຕາມຮິດຄອງປະເພນີ.

ຕາມການໃຫ້ການຂອງຍາດພີ້ນ້ອງຂອງພວກກ່ຽວໃຫ້ຮູ້ວ່າ: ໃນຊ່ວງໄລຍະປີ 2015- 2017 ຄອບຄົວຂອງທ້າວ ສິນທະນົງ ແມ່ນໄດ້ນໍາເອົາຜູ້ກ່ຽວໄປຝາກບຳບັດຢາເສບຕິດຢູ່ສູນບໍາບັດສົມສະຫງ່າ ນະຄອນຫຼວງວຽງຈັນ 2 ຄັ້ງ ຍ້ອນຜູ້ກ່ຽວແມ່ນໄດ້ພົວພັນມົ່ວສຸ່ມຢາເສບຕິດ ເມື່ອຜູ່ກ່ຽວໄດ້ອອກຈາກສູນບໍາບັດແລ້ວ ໃນຊ່ວງເດືອນ 6 ປີ 2017 ແມ່ນໄດ້ສ້າງຄອບຄົວກັບ ນາງ ອານົງ ໄດ້ດຳລົງຊິວີດຮ່ວມກັນຢູ່ເຮືອນພີ້ນ້ອງ ມີລູກນຳກັນ 1 ຄົນ,

ໃນການໃຊ້ຊິວີດປະຈຳວັນຂອງພວກກ່ຽວແມ່ນໄດ້ມີການຜິດຖ່ຽງກັນເປັນປະຈຳ ເພາະ ທ້າວ ສິນທະນົງ ແມ່ນໄດ້ພົວພັນກັບຢາເສບຕິດ ຕົກມາຮອດເວລາ 20 ຫາ 21 ໂມງ ຂອງວັນທີ 18 ມີຖຸນາ 2020 ພວກກ່ຽວກໍ່ໄດ້ມີການຜິດຖຽງກັນຍ້ອນຂໍເງິນນຳເມຍບໍ່ໄດ້ຈື່ງເຮັດໃຫ້ ທ້າວ ສິນທະນົງ ໃຈຮ້າຍຈື່ງໄດ້ລົງມືຄາດຕະກຳ ນາງ ອານົງ ຈົນເສຍຊີວີດ ພາຍຫຼັງຄາດຕະກໍາແລ້ວ ທ້າວ ສິນທະນົງ ກໍ່ໄດ້ເອົາລູກນ້ອຍຂີ່ລົດຈັກໄປເຮືອນພີ້ນ້ອງແລ້ວບອກກັບພີ້ນ້ອງວ່າຜິດຖຽງກັນກັບ ນາງ ອານົງ ໄດ້ລົງມືທຳຮ້າຍຮ່າງກາຍ ພີ້ນ້ອງໄດ້ຖາມ ທ້າວ ສິນທະນົງ ວ່າ ນາງ ອານົງ ເຈັບບໍ ຜູ້ກ່ຽວກໍ່ຕອບວ່າ ເຈັບບໍ່ຫຼາຍ ຈາກນັ້ນກໍ່ໄດ້ຝາກລູກໄວ້ນຳພີ້ນ້ອງ ພ້ອມທັງຢືມເງິນ 100.000 ກີບ ເພື່ອຈະໄປຜ່ອນຄາຍຄວາມຄຽດ

ຈາກນັ້ນຂີ່ລົດອອກໄປ, ຮອດເວລາປະມານ 23 ໂມງ ຂອງວັນດຽວກັນນັ້ນ ຜູ້ກ່ຽວກໍ່ໄດ້ໄປຂໍຢືມລົດຈັກນຳຄົນທີ່ຮູ້ຈັກກັນທີ່ບ້ານໂພນງາມເໜືອ ເມືອງໂພນໂຮງ ວ່າຈະກັບໄປຫາເມຍຢູ່ເຮືອນ ເພາະລົດຈັກຜູ້ກ່ຽວຂີ່ມານັ້ນນໍ້າມັນລົດໜົດ ພ້ອມທັງຂໍຝາກລົດຈັກຄັນດັ່ງກ່າວໄວ້ແລ້ວກໍ່ໜີໄປ.

ຈາກນັ້ນເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງ ໂພງໂຮງ ໄດ້ສົມທົບພະແນກສຶບຂ່າວອາຍາ ປກສ ແຂວງວຽງຈັນ ອອກຕິດຕາມຊອກນໍາຕົວມາດໍາເນີນຄະດີ ພ້ອມທັງແຈ້ງໃຫ້ການຈັດຕັ້ງບ້ານແຕ່ລະບ້ານພາຍໃນເມືອງກວດກາຄົນພັກເຊົາ ອຳນາດການປົກຄອງບ້ານແຕ່ລະບ້ານໄດ້ແຕ່ງຕັ້ງ ປກສ ແລະ ກອງຫຼອນບ້ານລົງກວດກາຕາມຂອບເຂດຄວາມຮັບຜິດຊອບບ້ານຂອງຕົນ ຕົກມາຮອດເວລາ 17 ໂມງ ຂອງວັນທີ 22 ມີຖຸນາ 2020 ການຈັດຕັ້ງບ້ານໂພນໂຮງຈື່ງພົບເຫັນລົດຈັດທີ່ຜູ້ກ່ຽວນຳໃຊ້ເດີນທາງໄປນັ້ນ ຈອດໄວ້ແຄມເສັ້ນທາງໄປບ້ານໜອງບົວ ສະພາບລົດແມ່ນເອົາຟົດໄມ້ປົກໄວ້

ຈາກນັ້ນກໍ່ໄດ້ກວດກາສະຖານທີ່ອ້ອມແອ້ມເຂດດັ່ງກ່າວ ຈິ່ງໄດ້ພົບເຫັນຊາກສົບ ຂອງ ທ້າວ ສິນທະນົງ ຜູ້ເປັນຜົວແຂນຄໍຕົນເອງໃສ່ຕົ້ນໄມ້ຢູ່ຂອບເຂດບ້ານໂພນໂຮງ ເມືອງໂພນໂຮງ ແຂວງວຽງຈັນ ຕາຍຕາມເມຍ ເພື່ອລົບຫຼີກຄວາມຜິດ.

ລາຍງານໂດຍ: ຂ່າວ ປກສ ແຂວງວຽງຈັນ

ຂ່າວສານບ້ານເມືອງ

Post navigation

Previous Post: ຮອດນະຄອນຫຼວງວຽງຈັນແລ້ວ ພຣະສົງ 9 ຮູບ ທຸດົງ 400 ກມ ມາຖວາຍພຣະເພີງ ອະດີດປະມຸກສົງລາວ
Next Post: ໄຂ້ເລືອດອອກລະບາດ ທີ່ ໄຊຍະບູລີ ມີຜູ້ຕິດເຊື້ອ ຫຼາຍກວ່າ 100 ກໍລະນີແລ້ວ

Related Posts

ຈັບສອງຜົວເມຍລາຍໃຫຍ່ 6.608.000 ເມັດ ທີ່ບໍ່ແກ້ວ ຂ່າວສານບ້ານເມືອງ
ລົດຕູ້ຕໍາລົດຈັກ ຄົນເສຍຊີວິດ 1 ແລະ ກວດພົບຢາເສບຕິດເຕັມລົດ ຂ່າວສານບ້ານເມືອງ
ຊຽງຂວາງປິ່ນປົວຜູ້ຕິດເຊື້ອຫາຍແລ້ວ ຈຳນວນ 6ຄົນ ຂ່າວສານບ້ານເມືອງ
ດີກຣີແຊັມນັກກີລາບານສົ່ງ ທີມ ມຊ ສູ່ເວທີປະກວດນາງສາວລາວ 2020 ML31ຕານ້ອຍ ພິມມະສອນ ຂ່າວສານບ້ານເມືອງ
ຄອບຄົວທຸກຍາກບ້ານທົ່ງຫວາຍໄດ້ຮັບເຄື່ອງຊ່ວຍເຫຼືອ ຂ່າວສານບ້ານເມືອງ
ຫ້ອງການ ການເງິນເມືອງອາດສະພອນ ປະກາດຫົວໜ້າສ່ວຍສາອາກອນຄົນໃໝ່ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme