ໃນວັນທີ 23 ມິຖຸນາ 2020 ສໍານັກຂ່າວຊິນຫົວ ລາຍງານ ຈີນສົ່ງດາວທຽມດວງສຸດທ້າຍຂອງລະບົບດາວທຽມນຳທາງເບໂດ່ (BeiDou) ຫລື BDS ຈາກສູນປ່ອຍດາວທຽມຊີຊາງ ມົນຖົນຊື່ຊວນ (ເສສວນ) ທາງຕະເວັນຕົກສຽງໃຕ້ຂອງຈີນ ໃນເວລາ 09:43 AM. ໃນວັນອັງຄານ 23 ມິຖນາ 2020 ຕາມເວລາປັກກິ່ງ.

ສູນປ່ອຍດາວທຽມຊີຊາງ ລາຍງານ ວ່າດາວທຽມດວງດັ່ງກ່າວນັບເປັນດວງທີ່ 55 ຂອງຕະກູນເບໂດ່ (BeiDou) ຊຶ່ງໝາຍເຖິງ “ກຸ່ມດາວກະບວຍໃຫຍ່” (Big Dipper) ຖືກສົ່ງເຂົ້າສູ່ວົງໂຄຈອນທີ່ກຳນົດດ້ວຍຈຣວດຂົນສົ່ງ ລອງມາດ-3ບີ (Long March-3B) ໄດ້ສຳເລັດ ໂດຍການສົ່ງດາວທຽມດວງລ່າສຸດນີ້ຖືເປັນໝຸດໝາຍ ບົ່ງບອກວ່າລະບົບດາວທຽມນຳທາງເບໂດ່ ຊຶ່ງເປັນລະບົບນຳທາງທົ່ວໂລກທີ່ຈີນພັດທະນາຂຶ້ນເອງ ມີກຸ່ມດາວທຽມເຂົ້າປະຈຳການຕາມແຜນງານທີ່ວາງໄວ້ຄົບຖ້ວນສົມບູນແລ້ວ ໂດຍການຍິງຈະຣວດຂົນສົ່ງໃນມື້ອັງຄານ 23 ມິຖຸນາ 2020 ນັບເປັນພາລະກິດທີ່ 336 ຂອງຈະຣວດຂົນສົ່ງຕະກູນລອງມາດ

ດ້ານ ສໍານັກຂ່າວ ບີບີຊີ ລາຍງານວ່າ ຈີນປະສົບຄວາມສຳເລັດໃນການສົ່ງດາວທຽມດວງສຸດທ້າຍເຂົ້າສູ່ລະບົບດາວທຽມນຳທາງເບໂດ່ ຊຶ່ງຈະເຮັດໃຫ້ຈີນບໍ່ຕ້ອງອາໄສລະບົບນຳທາງ Global Positioning System (GPS)ຊຶ່ງເປັນຂອງລັດຖະບານສະຫະລັດ ອີກຕໍ່ໄປ

ບີບີຊີເຜີຍວ່າ ເຄືອຂ່າຍລະບົບດາວທຽມນຳທາງເບໂດ່ມູນຄ່າ 10,000 ລ້ານໂດລາ ສະຫະລັດ ໃຊ້ດາວທຽມ 35 ດວງໃນການຄອບຄຸມລະບົບການນຳທາງທົ່ວໂລກ ໂດຍຈີນສົ່ງດາວທຽມດວງສຸດທ້າຍຂຶ້ນສູ່ລະບົບດາວທຽມນຳທາງເບໂດ່ໃນຂະນະທີ່ ຄວາມຕຶງຄຽດລະຫວ່າງລັດຖະບານສະຫະລັດອາເມລິກາ ກັບຈີນກຳລັງທະວີຫລາຍຂຶ້ນທັງຈາກກໍລະນີວິກິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ລະບາດ ການຄ້າ ແລະ ຮ່ອງກົງ

ກ່ອນໜ້ານີ້ ຈີນມີກຳນົດຈະສົ່ງດາວທຽມດວງສຸດທ້າຍຂອງລະບົບດາວທຽມນຳທາງເບໂດ່ ຕັ້ງແຕ່ອາທິດກ່ອນ ແຕ່ຕ້ອງຖືກເລື່ອນມາເປັນມື້ວັນອັງຄານນີ້ ຫຼັງຈາກພົບບັນຫາດ້ານເຕັກນິກໃນລະຫວ່າງການທົດສອບກ່ອນມີການປ່ອຍຈະຣວດ
