Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ງົບ 7,4 ຕື້ກີບ ສໍາເລັດ ແຕ້ມເສັ້ນທາງຈາລະຈອນ 8 ເສັ້ນ ໃນນະຄອນຫຼວງວຽງຈັນ

Posted on 24/06/202024/06/2020 By All in LAOS No Comments on ງົບ 7,4 ຕື້ກີບ ສໍາເລັດ ແຕ້ມເສັ້ນທາງຈາລະຈອນ 8 ເສັ້ນ ໃນນະຄອນຫຼວງວຽງຈັນ

ບັນດາເສັ້ນທາງສາຍຫຼັກຂອງນະຄອນຫຼວງວຽງຈັນ ແມ່ນໄດ້ມີການຮື້ເສັ້ນຂີດເກົ່າທີ່ລຸ່ຍຫ້ຽນໄປຕາມການເວລາ ແລະ ຂີດເສັ້ນໃໝ່ແທນ ເຊິ່ງຕ່າງຈາກເກົ່າເລັກນ້ອຍ ຈະມີທັງສີຂາວດຳ, ສີຂາວເຫຼືອງປະປົນກັນໄປ ແປກໆຕາໄປໜ້ອຍໜຶ່ງເຮັດໃຫ້ຫຼາຍຄົນສັບສົນເລື່ອງການຈອດລົດ ແຕ່ນັ້ນບໍ່ແມ່ນປະເດັນ ອັນທີ່ແອັດຍົກມາມື້ນີ້ຄືເພິ່ນໄດ້ປັບປຸງເສັ້ນຂີດໃໝ່ທັງໝົດ 8 ເສັ້ນໃຫຍ່ ແລະໃຊ້ງົບປະມານຫຼາຍເຖິງ 7,4 ຕື້ກີບຖືວ່າບໍ່ໜ້ອຍເລີຍ.

ໂຄງການປັບປຸງແຕ້ມເສັ້ນ, ໄຟອໍານາດ ແລະ ຕິດຕັ້ງປ້າຍຈະລາຈອນ ຈໍານວນ 8 ເສັ້ນທາງຫລັກພາຍໃນນະ ຄອນຫລວງວຽງຈັນ ໄດ້ສຳເລັດຮຽບຮ້ອຍແລ້ວ, ພາຍ ຫລັງເລີ່ມລົງມືປັບປຸງນັບແຕ່ທ້າຍເດືອນກຸມພາ 2020 ເປັນຕົ້ນມາ ໂດຍແມ່ນພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ເປັນເຈົ້າຂອງໂຄງການ ແລະ ຮັບເໝົາໂດຍບໍລິສັດ ລາວມາກເກີ່ ຈໍາກັດ, ມູນຄ່າຂອງໂຄງ ການທັງໝົດ 7,4 ຕື້ກີບໂດຍນຳໃຊ້ງົບປະມານຂອງກອງທຶນຄວາມປອດໄພທາງຖະໜົນ ປະຈຳປີ 2020.

ທ່ານ ບຸນມີ ວ່ອງສູນສ້ຽວ, ຜູ້ອໍານວຍການບໍລິສັດ ລາວມາກເກີ່ ຈໍາກັດ ໃຫ້ສໍາພາດວ່າ: 8 ເສັ້ນທາງຫລັກທີ່ນອນຢູ່ໃນໂຄງການ ລວມມີ: ຖະໜົນໄກສອນ ພົມວິ ຫານ ຍາວ 10,7 ກິໂລແມັດ, ຖະໜົນໜອງບອນ 3,47 ກິໂລ ແມັດ, ຖະໜົນສາມແສນໄທ 3,2 ກິໂລແມັດ, ຖະໜົນເສດຖາທິລາດ 2 ກິໂລແມັດ, ຖະໜົນເຈົ້າຟ້າງຸ່ມ 2,6 ກິໂລ ແມັດ, ຖະໜົນສຸພານຸວົງ 6 ກິໂລແມັດ, ຖະໜົນລ້ານຊ້າງ 1,2 ກິໂລແມັດ ແລະ ຖະໜົນທ່າເດື່ອ ຍາວ 10,5 ກິໂລ ແມັດ ໂດຍໄດ້ອະນາໄມເອົາສີແຕ້ມເສັ້ນທາງເກົ່າອອກແລ້ວແຕ້ມສີໃສ່ໃໝ່ແທນ. ພ້ອມນີ້ ໄດ້ປັບປຸງປ້າຍ ແລະ ໄຟອໍານາດຕາມເສັ້ນທາງເປົ້າໝາຍຄືນໃໝ່ທັງໝົດ.

ຜູ້ອໍານວຍການບໍລິສັດ ລາວມາກເກີ່ ຈໍາກັດ ໃຫ້ຮູ້ຕື່ມວ່າ: ຜ່ານການປະຕິບັດວຽກງານຕົວຈິງເຫັນວ່າສໍາເລັດຊ້າກ່ວາແຜນການທີ່ກໍານົດໄວ້ເລັກຫນ້ອຍ ເນື່ອງຈາກໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ພະນັກງານ ແລະ ກໍາມະກອນຂອງບໍລິສັດຕ້ອງຢຸດເຮັດວຽກງານຫລາຍກ່ວາ 20 ມື້. ແຕ່ດ້ວຍຄວາມເອົາໃຈໃສ່ຂອງບໍລິສັດ ແລະ ການຊີ້ນໍາຂອງເຈົ້າຂອງໂຄງການຢ່າງໃກ້ສິດ ເຮັດໃຫ້ມາຮອດປັດຈຸບັນ ທຸກໜ້າວຽກຂອງໂຄງການສໍາເລັດໝົດແລ້ວ ຄາດວ່າຈະມີພິທີມອບ-ຮັບຜົນສໍາເລັດຂອງໂຄງການກັບພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ພາຍໃນເດືອນມິຖຸນາ 2020 ນີ້.

ຂ່າວສານບ້ານເມືອງ

Post navigation

Previous Post: ແຂວງຫລວງນໍ້າທາ ສາມາດຈ່າຍຄ່າຊົດເຊີຍໃຫ້ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການທາງລົດໄຟລາວ-ຈີນ ສໍາເລັດແລ້ວ 74%
Next Post: ​ເກີດ​ເຫດ! ແຜ່ນ​ດິນ​ໄຫວ ​ຢູ່ເມືອງໄຊສະຖານ ຄວາມແຮງສັ່ນສະເທືອນວັດໄດ້ 2.4 ຮິກເຕີ

Related Posts

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນ ຂ່າວສານບ້ານເມືອງ
ນັກຮຽນຈົບ ມ7 ທີ່ ຫຼວງພະບາງ ອ່ານດ່ວນ ເສັງເອົາທຶນໄປຮຽນຫວຽດນາມ ແລະ ຈີນ ປີ 2020 ຂ່າວສານບ້ານເມືອງ
ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ປີ 2021 ຂ່າວສານບ້ານເມືອງ
ລົດຮຸນໄດເສຍຫລັກປີ້ນລົງຂ້າງທາງເຈັບ 1ຄົນ ຂ່າວສານບ້ານເມືອງ
ຂ່າວດ່ວນ! ລົດເມຫວຽດນາມປີ້ນ ເຈັບ 16 ເສຍຊິວິດຄາທີ່ 2 ທີ່ຫົວພູນາກາຍ ຂ່າວສານບ້ານເມືອງ
ໜ້າຕົກໃຈ! ອ່ານລາຍງານ ຜູ່ຕິດເຊື້ອ ໂຄວິດ-19 ຈາກ ບໍລິສັດ ພູເບ້ຍ! ຂໍໃຫ້ຜູ່ພົວພັນ ກັບ ຜູ່ກ່ຽວ ກັກຕົນເອງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme