Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຂວງຫລວງນໍ້າທາ ສາມາດຈ່າຍຄ່າຊົດເຊີຍໃຫ້ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການທາງລົດໄຟລາວ-ຈີນ ສໍາເລັດແລ້ວ 74%

Posted on 24/06/202024/06/2020 By News No Comments on ແຂວງຫລວງນໍ້າທາ ສາມາດຈ່າຍຄ່າຊົດເຊີຍໃຫ້ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການທາງລົດໄຟລາວ-ຈີນ ສໍາເລັດແລ້ວ 74%

ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ແຕ່ແຂວງຫລວງນໍ້າທາຫານະຄອນຫລວງວຽງຈັນມີລວງຍາວທັງໝົດ 409 ກິໂລແມັດ, ໃນນີ້ຜ່ານແຂວງຫລວງນໍ້າທາ 17 ກິໂລແມັດ, ປະກອບມີ 2 ສະຖານີຄື: ສະຖານີບໍ່ເຕ່ນ ເປັນສະຖານີໂດຍສານ ແລະ ສະຖານີນາເຕີຍ ເປັນສະຖານີຄ່ຽນຖ່າຍສິນຄ້າ ສາມາດຊົດເຊີຍໃຫ້ຜູ້ໄດ້ຮັບຜົນກະທົບຈາກໂຄງການແລ້ວ 74 ສ່ວນຮ້ອຍ ແລະ ອີກ 36ສ່ວນຮ້ອຍຈະປະຕິບັດໃຫ້ສໍາເລັດພາຍໃນປີ 2021.

ທ່ານທອງແດງ ສິດທິສົນ ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າຄະນະໄກ່ເກ່ຍ ແລະເບີກຈ່າຍຄ່າຊົດເຊີຍ ຜົນກະທົບໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໄລຍະຜ່ານແຂວງຫລວງນໍ້າທາໃຫ້ສໍາພາດຕໍ່ສື່ມວນຊົນ ເຖິງຄວາມຄືບໜ້າຂອງການກໍ່ສ້າງໂຄງການທາງລົດໄຟລາວ-ຈີນວ່າ: ປະຈຸບັນແຂວງຫລວງນໍ້າທາ ສາມາດມອບພື້ນທີ່ໃຫ້ຜູ້ຮັບເໝົາດໍາເນີນການກໍ່ສ້າງ ແລວທາງໄດ້ທັງໝົດແລ້ວຍັງເຫລືອແຕ່ເຂດທີ່ຈະສ້າງສະຖານີເທົ່ານັ້ນ, ຍ້ອນຄະນະຮັບຜິດຊອບພາກສ່ວນຕ່າງໆສາມາດແກ້ໄຂໄກ່ເກ່ຍຜົນກະທົບ ແລະ ເບີກຈ່າຍຄ່າຊົດເຊີຍສິ່ງກີດຂວາງແລ້ວ 3 ບ້ານ ຄື: ບ້ານ ບໍ່ເຕ່ນ, ບ້ານ ບໍ່ປຽດ ແລະ ບ້ານ ຕີນຕົກ, ສ່ວນບ້ານນາເຕີຍ ເຊິ່ງເປັນບ້ານທີ່ໄດ້ຮັບຜົນກະທົບຫຼາຍໝູ່ ຍ້ອນຢູ່ຈຸດກໍ່ສ້າງສະຖານີໃຫຍ່ ກວມເອົາເນື້ອທີ່ເຖີງ 80 ເຮັກຕາ ເຮັດໃຫ້ມີຜົນກະທົບຕໍ່ປະຊາຊົນ 191 ຄອບຄົວ, ແຕ່ຄະນະຮັບຜິດຊອບໄດ້ເບີກຈ່າຍໃຫ້ຜູ້ໄດ້ຮັບຜົນກະທົບຈຳນວນໜຶ່ງແລ້ວ ເປັນຕົ້ນ: ດິນສວນ, ດິນນາ, ຜົນລະປູກ ແລະ ອື່ນໆ. ສ່ວນສິ່ງປຸກສ້າງຍັງບໍ່ທັນໄດ້ເບີກຈ່າຍ ເພາະໂຄງການມີແຜນຈະຈັດສັນທີ່ຢູ່ໃໝ່ໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຢູ່ຂອບເຂດພື້ນທີ່ສະຖານີ ໂດຍຈະນຳໃຊ້ເງິນຊ່ວຍເຫຼືອລ້າຈາກລັດຖະບານຈີນ ຈຳນວນ 325 ຕື້່ກີບ ເພື່ອຈັດສັນບ້ານໃໝ່ ຈຳນວນ 4 ບ້ານ ທີ່ໄດ້ຮັບຜົນກະທົບຈາກໂຄງການ.

Image may contain: 5 people, people standing, sky and outdoor

ທ່ານທອງແດງ ສິດທິສົນ ໃຫ້ຮູ້ອີກວ່າ ປະຈຸບັນໄດ້ເບີກຈ່າຍເງິນຊົດເຊີຍໃຫ້ຜູ້ທີ່ໄດ້ຮັບຜົນກະທົບ ຈາກໂຄງການແລ້ວທັງໝົດ 7ງວດ ຈໍານວນ 131ຕື້ 916ລ້ານກີບ ມີ218 ຄອບຄົວ ເທົ່າກັບ 74% ຂອງມູນຄ່າທີ່ໄດ້ຮັບຜົນກະທົບທັ້ງໝົດຈຳນວນ 321 ຄອບຄົວ ໃນມູນຄ່າທັງໝົດ 179 ຕື້ກີບ; ນອກນັ້ນຍັງໄດ້ກໍ່ສ້າງ ສາລາເຢັນ ແລະ ສີ່ງອຳນວຍຄວາມສະດວກຕ່າງໆຢູ່ ປ່າຊ້າ ບ້ານນາເຕີຍແຫ່ງໃໝ່ ພ້ອມທັງເຮັດ ພິທີທາງສາສະໜາໃນການຍົກຍາຍປ່າຊ້າແຫ່ງເກົ່າ.ປະຈຸບັນຄະນະຮັບຜິດຊອບກໍາລັງຂຶ້ນແຜນເບີກຈ່າຍຄ່າຊົດເຊີຍໃຫ້ຜູ້ທີ່ໄດ້ຮັບຜົນກະທົບ ຈາກໂຄງການທາງລົດໄຟລາວ-ຈີນ ງວດທີ 8 ຈໍານວນ 46 ຕື້ກີບ ເຊິ່ງຢູ່ໃນເຂດຂອງສະຖານທີ່ຈະສ້າງສະຖານີລົດໄຟ 2 ແຫ່ງ ຈຳນວນ 21 ຄົບຄອບ ເພື່ອສ້າງອາຄານຜູ້ໂດຍສານ ແລະ ທາງເຂົ້າຫາ ສະຖານີ ນາເຕີຍ ໃຫ້ສຳເລັດໃນທ້າຍປີ 2021.

Image may contain: people standing, mountain, sky, plant, bridge, outdoor, nature and water
ຂ່າວສານບ້ານເມືອງ

Post navigation

Previous Post: ໄຂຂຶ້ນຢ່າງເປັນທາງການ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII
Next Post: ງົບ 7,4 ຕື້ກີບ ສໍາເລັດ ແຕ້ມເສັ້ນທາງຈາລະຈອນ 8 ເສັ້ນ ໃນນະຄອນຫຼວງວຽງຈັນ

Related Posts

ແຈ້ງເຕືອນໄພ ພາຍຸໄຕ້ຝຸ່ນ ໂມລາເວ ແຕ່ໄລຍະວັນທີ 28 ຫາ 29 ຕຸລາ 2020 ຂ່າວສານບ້ານເມືອງ
ເມືອງທຸລະຄົມແຈ້ງເຕືອນປະຊາຊົນລຽບແຄມນໍ້າງຶ່ມ ລະວັງໄພນໍ້າຖ້ວມ ຂ່າວສານບ້ານເມືອງ
ເກີດເຫດ! ຄົນຈົມນ້ຳ ເ ສ ຍ ຊີ ວິ ດ ຂ່າວສານບ້ານເມືອງ
ອາເມລິກາກຽມສົ່ງກຳລັງທະຫານເຂົ້າຄວບຄຸມກຸ່ມຜູ້ປະທ້ວງ ຂ່າວສານບ້ານເມືອງ
ຊາວໜຸ່ມເມືອງຫ້ວຍຊາຍ ໄດ້ຮັບອຸປະກອນການຮຽນ ແລະ ເຄື່ອງນຸ່ງຫົ່ມ ຂ່າວສານບ້ານເມືອງ
ຈັບໄດ້ແລ້ວຄົນຈີນທີ່ສໍ້ໂກງຊັບຫຼາຍຮ້ອຍລ້ານ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme