Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໄຂຂຶ້ນຢ່າງເປັນທາງການ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII

Posted on 24/06/202024/06/2020 By All in LAOS No Comments on ໄຂຂຶ້ນຢ່າງເປັນທາງການ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 24 ມິຖຸນາ ແລະ ຈະດໍາເນີນໄປເຖິງວັນທີ 2 ກໍລະກົດ 2020 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫລັກ 6), ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.

ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ກ່າວວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ສຸມໃສ່ພິຈາລະນາບາງບັນຫາທີ່ສໍາຄັນຈໍານວນໜຶ່ງ ດັ່ງນີ້: ພິຈາລະນາ, ຮັບຮອງ ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 5 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2020; ຮັບຟັງການຕອບຄໍາຊັກຖາມຈາກ 4 ກະຊວງ ຄື: ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່ຽວກັບການກໍານົດ ແລະ ຈັດຕັ້ງປະຕິບັດ ບັນດານະໂຍບາຍ ແລະ ມາດຕະການ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ 6 ເດືອນທ້າຍປີ 2020 ໃນຄວາມຮັບຜິດຊອບຂອງຂະແໜງການຕົນ;

ພິຈາລະນາ, ຮັບຮອງເອົາການປັບປຸງບາງມາດຕາຂອງກົດໝາຍ ຈໍານວນ 5 ສະບັບ, ໃນນີ້ ຂົງເຂດວຽກງານສະພາແຫ່ງຊາດ 3 ສະບັບ ແລະ ຂົງເຂດເສດຖະກິດ 2 ສະບັບ; ພິຈາລະນາ, ຮັບຮອງ ບົດລາຍງານຜົນການຕິດຕາມກວດກາຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການຄຸ້ມຄອງ, ການສໍາຫລວດ ແລະ ການຂຸດຄົ້ນ ແຮ່ທາດ, ຫີນແຮ່ ແລະ ຫີນຜາ; ຮັບຟັງການລາຍງານການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ, ທິດທາງແຜນການ 6 ເດືອນທ້າຍປີ 2020 ຂອງຄະນະປະຈໍາສະພາແຫ່ງຊາດ; ແລະ ພິຈາລະນາການເລືອກຕັ້ງກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ຕາມການສະ ເໜີຂອງຄະນະປະຈໍາສະພາແຫ່ງຊາດ.

ໃນໄລຍະດຳເນີນກອງປະຊຸມສະພາແຫ່ງຊາດ ຄະນະເລຂາທິການສະພາແຫ່ງຊາດໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນທີ່ຈະສົ່ງໄປຍັງກອງປະຊຸມສະພາແຫ່ງຊາດໃນຄັ້ງນີ້; ບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີໄປຍັງກອງປະຊຸມ ໄດ້ຕາມໝາຍໂທລະສັບບໍ່ເສຍຄ່າ ໝາຍເລກ: 156; ໂທລະສານ ໝາຍເລກ: 021 413528; ສົ່ງເປັນຈົດໝາຍທາງໄປສະນີ ຕູ້ ປນ. 662; ສົ່ງອີເມວ: na_session@na.gov.la

ຂ່າວ: ມະນີທອນ, ພາບ: ສະຫວາດ

ຂ່າວສານບ້ານເມືອງ

Post navigation

Previous Post: ຊ່ວຍແດ່! ລົດຈົກຕັນທາງ ຫ້າມສັນຈອນ! ເສັ້ນທາງແຍກ 13 ໃຕ້ ບ້ານສອງຫ້ອງ-ບໍ່ໂພນຕິ້ວ-ບ້ານບໍ່ແໜງ ເມືອງຫີນບູນ
Next Post: ແຂວງຫລວງນໍ້າທາ ສາມາດຈ່າຍຄ່າຊົດເຊີຍໃຫ້ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການທາງລົດໄຟລາວ-ຈີນ ສໍາເລັດແລ້ວ 74%

Related Posts

ສາລະວັນ ລະດົມແນວຄິດຈັດສັນແຫຼ່ງທ່ອງທ່ຽວອຸທິຍານພູຜາສຸກ ຂ່າວສານບ້ານເມືອງ
ດ່ານພາສີຂົວມິດຕະພາບ 3 ເກັບລາຍຮັບໄດ້ 114,2 ຕື້ກີບ ຂ່າວສານບ້ານເມືອງ
ລົດບັນທຸກໄມ້ວົງກົບ ຕໍາເອົາທ້າຍລົດເມ ເ ສ ຍ ຊີ ວິ ດ 2 ຄົນ ຂ່າວສານບ້ານເມືອງ
ກໍລະນີທໍາອິດຂອງລາວ ທີ່ຖືກຕັດຂາ ຍ້ອນຕິດເຊື້ອພະຍາດ ໂ ຄ ວິ ດ ຂ່າວສານບ້ານເມືອງ
ດ່ວນ! ກະຊວງສາທາລະນະສຸກ ສະເໜີໃຫ້ພິຈາລະນາເລື່ອນ ຫຼື ໂຈະຊົ່ວຄາວການຈັດຄອນເສີດ ແລະ ການຊຸມນຸມຕ່າງໆ ຂ່າວສານບ້ານເມືອງ
ຫາລືການສົ່ງເສີມທຸລະກິດກະສິກຳ ເພື່ອສ້າງໂອກາດການຮ່ວມມື ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme