Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຊ່ວຍແດ່! ລົດຈົກຕັນທາງ ຫ້າມສັນຈອນ! ເສັ້ນທາງແຍກ 13 ໃຕ້ ບ້ານສອງຫ້ອງ-ບໍ່ໂພນຕິ້ວ-ບ້ານບໍ່ແໜງ ເມືອງຫີນບູນ

Posted on 24/06/202024/06/2020 By All in LAOS No Comments on ຊ່ວຍແດ່! ລົດຈົກຕັນທາງ ຫ້າມສັນຈອນ! ເສັ້ນທາງແຍກ 13 ໃຕ້ ບ້ານສອງຫ້ອງ-ບໍ່ໂພນຕິ້ວ-ບ້ານບໍ່ແໜງ ເມືອງຫີນບູນ

ຍັງບໍ່ທັນເຂົ້າໄປແກ້ໄຂເທື່ອ

ຂໍ້ມູນຈາກ ຂປລໃຫ້ຮູ້ວ່າ: ມື້ນີ້ກ້າວສູ່ມື້ທີ່ 3 ທີ່ບໍລິສັດຈັກກະວານແຮ່ກົ່ວຂາອອກ-ຂາເຂົ້າຈຳກັດ ໄດ້ຍື່ນໃບສະເໜີຫາພາກສ່ວນກ່ຽວຂ້ອງຂອງແຂວງຄຳມ່ວນ ພາຍຫລັງປະສົບຄວາມເດືອດຮ້ອນໃນການຂົນສົ່ງ ແລະ ສັນຈອນໄປມາຕາມເສັ້ນທາງແຍກ 13 ໃຕ້ ບ້ານສອງຫ້ອງ-ບໍ່ໂພນຕິ້ວ-ບ້ານບໍ່ແໜງ ເມືອງຫີນບູນ ໂດຍສະບັບທຳອິດຍື່ນຫາຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຄໍາມ່ວນໃນວັນທີ 22 ມິຖຸນາ, ສະບັບທີສອງ ໄດ້ຍື່ນຫາຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງຄຳມ່ວນໃນມື້ດຽວກັນ ແລະ ຫລ້າສຸດ ຍື່ນຫາປະທານກວດກວດພັກ-ລັດແຂວງຄຳມ່ວນໃນວັນທີ 23 ມິຖຸນາ 2020.

ໃບສະເໜີທັງ 3 ສະບັບທີ່ຍື່ນໃຫ້ 3 ພາກສ່ວນສຳຄັນຂອງແຂວງຄຳມ່ວນນັ້ນ, ບໍລິສັດຈັກກະ ວານແຮ່ກົ່ວຂາອອກ-ຂາເຂົ້າຈຳກັດ ໄດ້ຍົກບັນຫາຄວາມເດືອດຮ້ອນ ຄວາມຫຍຸ້ງຍາກໃນການຂົນສົ່ງ ສິນຄ້າເຂົ້າອອກຂອງບໍລິສັດ ເພາະຈຳເປັນຕ້ອງໄດ້ທຽວທາງເສັ້ນບັນຫານີ້ມາຕະຫລອດ, ແຕ່ບັນຫາກໍ່ເກີດຂຶ້ນເມື່ອບໍລິສັດນະຄອນຫລວງສີຫາລາດກໍ່ສ້າງ ແລະ ຂົວທາງ ທີ່ກໍ່ສ້າງເສັ້ນທາງນີ້ໄປອອກມາຫ້າມບໍ່ໃຫ້ທຽວເສັ້ນທາງນີ້ ແຕ່ຖ້າທຽວຕ້ອງໄດ້ເສຍເງິນຄັນລະ 10 ລ້ານກີບ.ໃນເນື້ອໃນໃບສະເໜີ ໄດ້ຕັ້ງຂໍ້ສັງເກດວ່າ: ບໍລິສັດນະຄອນຫລວງສີຫາລາດ ກໍ່ສ້າງ ແລະ ຂົວທາງ ໄດ້ສິດພິເສດມາຈາກໃສ ອົງການໃດມອບສິດໃຫ້ ຈຶ່ງມີສິດມາລັດ ມາຮຽກຮ້ອງເອົາເງິນຄ່າທຽວທາງເສັ້ນນີ້.

ຈາກເຫດການດັ່ງກ່າວ ພວກເຮົາໄດ້ຕິດຕໍ່ຫານັກຂ່າວແຂວງຄໍາມ່ວນ ເພື່ອປະສານງານສອບຖາມໃຫ້ ແລະ ນັກຂ່າວແຂວງດັ່ງກ່າວລາຍງານພາຍຫລັງໄປສອບຖາມໂດຍພະແນກແຜນການ ແລະການ ລົງທຶນແຂວງ ບອກໃຫ້ນັກຂ່າວໄປປະສານງານກັບພະແນກ ຍທຂແຂວງ ແລະ ເມື່ອໄປຫາພະແນກ ຍທຂ , ແຕ່ກໍບໍໄດ້ຮັບຄຳຕອບທີ່ກະຈ່າງແຈ້ງ, ບອກວ່າຍັງຈະຈັດກອງປະຊຸມຫາລືກັບຂະແໜງການກ່ຽວຂ້ອງອາທິດໜ້າ…

ມີຄຳເຫັນຈາກຜູ້ທີ່ພົວພັນບັນຫາ ແລະໄດ້ຮັບຜົນກະທົບ ບອກວ່າຄວາມຈິງແລ້ວ, ບໍ່ຄວນແກ່ຍາວບັນຫານີ້ມາເຖິງສອງສາມມື້ ຫລື ໄປຮອດອາທິດໜ້າ ເພາະ ອາດຈະຕົກຢູ່ໃນກໍລະນີທີ່ບໍລິສັດທີ່ເດືອດຮ້ອນ ສົງໄສກໍ່ເປັນໄປໄດ້.ມາເຖິງເວລານີ້ ຢ່າໃຫ້ຄຳສົງໄສເປັນຈິງພຽງແຕ່ຮັບຊາບເລື່ອງແລ້ວກໍຈັບມືກັນໄປບ່ອນເກີດເຫດ ຮ່ວມກັນແກ້ໄຂທັນທີ ເພາະຄວາມເດືອດຮ້ອນ ຄວາມຫຍຸ້ງຍາກບໍ່ຕົກສະເພາະແຕ່ບໍລິສັດຈັກກະວານແຮ່ກົ່ວຂາອອກ-ຂາເຂົ້າຈຳກັດເທົ່ານັ້ນ, ການຂົນ ສົ່ງສິນຄ້າຂອງປະຊາຊົນທີ່ໃຊ້ເສັ້ນທາງນີ້ກໍພົບບັນຫາຄືກັນ. ຫົວໃຈສຳຄັນຂອງອົງການຈັດຕັ້ງພັກ-ລັດທັງສູນກາງ ແລະ ທ້ອງຖິ່ນ ຄືກຽດສັກສີທີ່ໄດ້ຮັບໃຊ້ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ!

.

.

.

ທີ່ມາ

ຂ່າວສານບ້ານເມືອງ

Post navigation

Previous Post: ເຕືອນການເດີນທາງ! ຂົວນໍ້າແຈ້ງລຸອີກແລ້ວ ແປງຮອບ 2
Next Post: ໄຂຂຶ້ນຢ່າງເປັນທາງການ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII

Related Posts

ຄວາມສາມັກຄີ ກອງພັນໃຫຍ່ 201 ສໍາເລັດການສ້າງຂົວຂ້າມນໍ້າພູນ ຂ່າວສານບ້ານເມືອງ
ພົບພຣະພຸດທະຮູບເກົ່າແກ່ຫຼາຍອົງຢູ່ຖໍ້າ ຂ່າວສານບ້ານເມືອງ
ອຸບັດຕິເຫດ ລົດໃຫຍ່ເສຍຫລັກປີ້ນເອງ ຂ່າວສານບ້ານເມືອງ
ປະກາດຫາເຈົ້າຂອງກະເປົາຕົກຈາກລົດເມ ເຂດບ້ານທ່າເຮືອ ເມືອງວັງວຽງ ຂ່າວສານບ້ານເມືອງ
ສະຫຼຸບ 10 ຂໍ້ແທ້ຈິງຈາກ ແມດທິວ ກັບຄວາມທໍລະມານໃນການຮັກສາ ໂຄວິດ-19 ຕ້ອງກິນຢາຕ້ານ HIV ຂ່າວສານບ້ານເມືອງ
ເກີດເຫດເສົ້າສະເທືອນໃຈທີ່ບ້ານນາເລົາເມືອງໂພນໂຮງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme