Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສໍາເລັດຫຼາຍກວ່າ 89 ເປີເຊັນແລ້ວ ການກໍ່ສ້າງທາງລົດໄຟ ລາວ-ຈີນ

Posted on 23/06/202023/06/2020 By All in LAOS No Comments on ສໍາເລັດຫຼາຍກວ່າ 89 ເປີເຊັນແລ້ວ ການກໍ່ສ້າງທາງລົດໄຟ ລາວ-ຈີນ

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ມີຄວາມຄືບໜ້າແລ້ວຫຼາຍກ່ວາ 89%

ກອງປະຊຸມຄົບຄະນະຊີ້ນຳ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ຈັດຂຶ້ນໃນວັນທີ 22 ມິຖຸນາ 2020 ນີ້ ຢູ່ສະໂມສອນໃຫຍ່ຂອງຫ້ອງວ່າການປົກຄອງແຂວງຫຼວງພະບາງ ໂດຍເປັນປະທານຂອງ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ມີຮອງລັດຖະມົນຕີກະຊວງກ່ຽວຂ້ອງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຮອງເຈົ້າແຂວງທີ່ມີແລວທາງລົດໄຟຜ່ານ, ພ້ອມດ້ວຍຄະນະຊີ້ນນໍາໂຄງການຂັ້ນສູນກາງ ແລະທ້ອງຖິ່ນເຂົ້າຮ່ວມ.

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເປັນໂຄງການລິເລີ່ມຂອງການປະຕິບັດຍຸດທະສາດ ໜຶ່ງແລວ ໜຶ່ງເສັ້ນທາງ ຜ່ານ ສປປ ລາວ. ໂດຍການນຳຂອງສອງພັກ-ສອງລັດ ແລະປະຊາຊົນສອງຊາດລາວ-ຈີນ ໄດ້ຕົກລົງເປັນເອກະພາບກັນ ໃຫ້ເປັນໂຄງການຕົວແບບຂອງການຮ່ວມມື ມິດຕະພາບລາວ-ຈີນ ແລະເປັນໂຄງການປອດໃສຂາວສະອາດ. ວາລະກອງປະຊຸມ ໄດ້ມີການສະຫຼຸບຜົນການຈັດຕັ້ງປະຕິບັດ ບົດບັນທຶກກອງປະຊຸມຄະນະຊີ້ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຄັ້ງທີ 7 ໃນເດືອນຕຸລາ 2019 ຜ່ານມາ ແລະລາຍງານກ່ຽວກັບຄວາມຄືບໜ້າ ຂອງໂຄງການກໍ່ສ້າງ ມາຮອດວັນທີ 31 ພືດສະພາ 2020 ປະຕິບັດໄດ້ 89,43% ລື່ນແຜນການ 0,23% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງ.

ໃນນີ້ ວຽກງານຊີເຈາະອຸໂມງທັງໝົດ 75 ແຫ່ງ ເຈາະທະລຸແລ້ວ 65 ແຫ່ງ, ກໍ່ສ້າງຂົວທັງໝົດ 164 ຈຸດ ແລະສ້າງເສົາຂົວສຳເລັດ 1.959 ເສົາ ເທົ່າກັບ 98,10%, ສໍາເລັດການວາງຂົວ 746 ຊ່ວງກວມເອົາ 36,60% ແລະ ວາງລາງ ສຳເລັດ 49,7 ກິໂລແມັດ, ປັດຈຸບັນພວມເລັງໃສ່ກໍ່ສ້າງສະຖານີໃຫຍ່ ຢູ່ບັນດາແຂວງທີ່ມີທາງລົດໄຟຜ່ານ. ໄດ້ເບີກຈ່າຍເງີນທົດແທນຜົນກະທົບໃຫ້ບັນດາແຂວງ ແລະນະຄອນຫຼວງວຽງຈັນ ສຳເລັດແລ້ວຫຼາຍກ່ວາ 829 ຕື້ກີບ ໃນນີ້ ໄດ້ນໍາໃຊ້ເງິນຂອງບໍລິສັດລົດໄຟລາວ-ຈີນ ຫຼາຍກ່ວາ 416 ຕື້ກີບ ແລະງົບປະມານຂອງລັດຖະບານມູນຄ່າ 412 ຕື້ກີບ, ໂອກາດນີ້ ໄດ້ມີການຜ່ານຮູບແບບລົດໄຟ ອີເອັມຢູ (EMU) ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ປະກອບຄຳເຫັນ ກ່ຽວກັບແຜນການແຜນການໃນຕໍ່ໜ້າ ຢ່າງສົມເຫດສົມຜົນ ສອດຄ່ອງກັບສະພາບຕົວຈິງ.

ຕອນທ້າຍ ທ່ານ ບຸນທອງ ຈິດມະນີ ໄດ້ເນັ້ນໃຫ້ຄະນະຮັບຜິດຊອບ ສືບຕໍ່ຊີ້ນໍາ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ນັບແຕ່ຂັ້ນສູນກາງ ຈົນຮອດທ້ອງຖິ່ນ ສືບຕໍ່ປະຕິບັດໜ້າທີ່ ຕາມການມອບໝາຍໃຫ້ມີຜົນສຳເລັດ ແນໃສ່ຮັບປະການເຮັດໃຫ້ ການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ເສັ້ນທາງລົດໄຟລາວ-ຈີນ ບັນລຸດຜົນສຳເລັດຕາມແຜນການທີວາງໄວ້.

ພາຍຫຼັງສຳເລັດກອງປະຊຸມ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ພ້ອມຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ລົງຕິດຕາມຊຸກຍູ້ ວຽກງານກໍ່ສ້າງຢູ່ພາກສະໜາມ ຈຸດຂົວຂ້າມນ້ຳຂອງ ຢູ່ເຂດບ້ານພອນໄຊ ນະຄອນ ຫຼວງພະບາງ ຕື່ມອີກ.

ຂ່າວ: ແຫຼ້ ສຸລີນພອນ

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດ່ວນ! ໄຟໄໝ້ ໂຮງງານຫຍີບເສື່ອທີ່ບ້ານໂພນແກ້ວ ເມືອງນາຊາຍທອງ
Next Post: ອອກມາຢ່າງເປັນທາງການແລ້ວ ນະໂຍບາຍຄ່າໄຟຟ້າ ແກ່ຜູ້ໃຊ້ໄຟຟ້າ 151-461 Kwh

Related Posts

ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະລົງຢ້ຽມຍາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນໍ້າຖ້ວມທີ່ເມືອງເຊໂປນ ຂ່າວສານບ້ານເມືອງ
ອົງການກາແດງລາວ ລົງມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ຂ່າວສານບ້ານເມືອງ
ເຕັມລົດແຂວງບໍ່ແກ້ວສະເຫຼີມສະຫຼອງວັນແຫ່ງຊາດ ຕ້ າ ນ ຢ ສ ຕ ຄົບຮອບ 20 ປີ ຂ່າວສານບ້ານເມືອງ
ດ່ວນ! ສໍານັກງານນາຍົກລັດຖະມົນຕີ ແຈ້ງການ ເດັດຂາດຫ້າມຂຶ້ນລາຄາ ອຸປະກອນ ການແພດ! ຝ່າຝືນຖອນໃບອານຸຍາດດໍາເນີນທຸລະກິດທັນທີ ຂ່າວສານບ້ານເມືອງ
ແຂວງວຽງຈັນ ຈູດທຳລາຍຢານະລົກ ຂ່າວສານບ້ານເມືອງ
ພິທີ ຫົດສົງ ພຣະບາງ ພຸດທະລາວັນ ປີໃໝ່ລາວ ຈ.ສ ໑໓໘໔ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme