Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຊີ້ແຈງກໍລະນີ ຄູອາສາ ມຕ ຫ້ວຍເງິນ ລາການສິດສອນ

Posted on 23/06/202023/06/2020 By All in LAOS No Comments on ຊີ້ແຈງກໍລະນີ ຄູອາສາ ມຕ ຫ້ວຍເງິນ ລາການສິດສອນ

ຈໍາປາສັກ: ພາຍຫລັງເກີດມີພາບ ວີດີໂອຂອງສາວຄູຄົນໜຶ່ງ ທີ່ມີນັກຮຽນທັງຍິງ ແລະ ຊາຍຫລາຍຄົນນັ່ງຢູ່ໃກ້ ແລະ ຮ້ອງໃຫ້ໃສ່ກັນດ້ວຍ ຄວາມຄິດຮອດຄິດເຖິງ ໄດ້ຖືກເຜີຍແຜ່ລົງ ໃນສື່ສັງຄົມອອນລາຍ (Facebook) ເມື່ອບໍ່ດົນຜ່ານມາ, ເຊິ່ງໄດ້ສ້າງຄວາມສົນໃຈໃຫ້ແກ່ສັງຄົມ ແລະ ມີຜູ້ເຂົ້າໄປສະແດງຄວາມຄິດເຫັນ ເປັນຈໍານວນຫລາຍ, ເຊິ່ງເຫດການດັ່ງກ່າວ ເກີດຂຶ້ນຢູ່ໂຮງຮຽນ ມັດທະຍົມຕອນຕົ້ນ ບ້ານຫ້ວຍເງິນ, ເມືອງ ແລະ ແຂວງຈໍາປາສັກ, ຫລັງຈາກສາວຄູຄົນດັ່ງກ່າວ ຈະໄດ້ອໍາລານ້ອງນັກຮຽນ ທີ່ຕົນເຄີຍສິດສອ ນມາເປັນເວລາ 5 ປີ ໄປຢ່າງໜ້າເສຍດາຍ ດ້ວຍເຫດຜົນບໍ່ໄດ້ຕົວເລກ ເຂົ້າເປັນລັດຖະກອນ.

ຈາກພາບທີ່ເກີດຂຶ້ນນັ້ນ ກໍໄດ້ມີຄົນເຂົ້າມາສະແດງ ຄໍາຄິດຄໍາເຫັນ ຫລາຍຮູບແບບ ນັບແຕ່ຜູ້ທີ່ຊົມເຊີຍ ໃນຄວາມມານະ ອົດທົນສິດສອນມາເປັນເວລາ ຫລາຍປີຂອງສາວຄູ, ມີທັງຜູ້ທີ່ໃຫ້ກໍາລັງໃຈແກ່ສາວຄູ ເພື່ອໄປເຮັດໜ້າທີ່ວຽກງານໃໝ່ ແລະ ລວມເຖິງການຕໍານິວິຈານ ຕາມຄວາມເຂົ້າໃຈ ແລະ ບໍ່ເຂົ້າໃຈຂອງຄົນສັງຄົມ.

ຕໍ່ເຫດການດັ່ງກ່າວ, ທ່ານ ບົວໄຂ ສຸພາພອນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຈໍາປາສັກ ໄດ້ຊີ້ແຈງໃຫ້ຮູ້ວ່າ: ປັດຈຸບັນ, ທົ່ວແຂວງຈໍາປາສັກ ມີຄູອາສາສະໝັກ 740 ກວ່າຄົນ ແລະ ໃນສົກປີນີ້ ລັດຖະບານໄດ້ຈັດສັນ ຕົວເລກລັດຖະກອນ ໃຫ້ພະແນກສຶກສາແຂວງພຽງແຕ່ 69 ຄົນ, ສະເພາະ ເມືອງຈໍາປາສັກ ໄດ້ພຽງ 4 ຕົວເລກເທົ່ານັ້ນ ແລະ ກໍໄດ້ມີການຈັດການສອບເສັງ ເອົາຕົວເລກລັດຖະກອນ ຕາມລະບຽບການຂອງກະຊວງສຶກສາທິການ ແລະ ກິລາ ວາງອອກເປັນທີ່ຮຽບຮ້ອຍແລ້ວ, ໂດຍມີຄູອາສາສະໝັກທົ່ວເມືອງ ມາສອບເສັງທັງໝົດ 54 ຄົນ ແລະ ຄັດເອົາພຽງ 4 ຄົນ,

ເຊິ່ງຜູ້ທີ່ໄດ້ຮັບການຄັດເລືອກຕ້ອງມີເງື່ອນໄຂສໍາຄັນຄື: ເປັນຄົນມີຄຸນສົມບັດ ສິນທໍາປະຕິວັດ, ມີຜົນງານການ ສິດສອນດີ-ສອນເກັ່ງ ແລະ ສິດສອນມາໄດ້ຫລາຍປີ ໂດຍມີຄະນະກໍາມະການ ຂັ້ນແຂວງ-ຂັ້ນເມືອງ ໄດ້ລົງມາຕິດຕາມ ແລະ ກວດກາການສອບເສັງ ເພື່ອໃຫ້ດໍາເນີນໄປດ້ວຍ ຄວາມໂປ່ງໃສ ແລະ ຍຸຕິທໍາ. ສ່ວນສາວຄູທີ່ເປັນຂ່າວ ຢູ່ໃນສື່ສັງຄົມຄົນນັ້ນ ກໍເຂົ້າຮ່ວມສອບເສັງ ເຊັ່ນກັນ ແລະ ຜົນສອບເສັງໄດ້ຄະແນນບໍ່ສູງ ຈຶ່ງບໍ່ສາມາດໄດ້ຮັບຕົວ ເລກລັດຖະກອນດັ່ງກ່າວ.

ທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈໍາປາສັກ ກ່າວວ່າ: ກົດເກນຂອງການສອບເສັງ ແມ່ນຕ້ອງມີຜູ້ທີ່ໄດ້ ແລະ ບໍ່ໄດ້. ສະນັ້ນ ຂໍຮຽກຮ້ອງໃຫ້ຄູ ອາສາສະໝັກທຸກຄົນ ຈົ່ງສືບຕໍ່ຕັ້ງໃຈອົດທົນສິດສອນໃຫ້ດີ, ສູ້ຊົນແຕ່ງບົດສອນໃຫ້ເກັ່ງ, ມີຫລັກການວິທະຍາສາດ ແລະ ໝັ່ນຄົ້ນຄວ້າຮໍ່າຮຽນຫາ ຄວາມຮູ້ອັນໃໝ່ ເພື່ອໃຫ້ສາມາດ ສອບເສັງຍາດແຍ່ງ ເອົາຕົວເລກລັດຖະກອນ ໃຫ້ໄດ້ໃນຕໍ່ໜ້າ ເພື່ອສານຕໍ່ອາຊີບແມ່ພິມ ຂອງຊາດ ໃຫ້ປະສົບຜົນສໍາເລັດເປັນຢ່າງດີ.

ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ.

ຂ່າວສານບ້ານເມືອງ

Post navigation

Previous Post: ເກີດເຫດ! ລົດໃຫຍ່ຕຳຮ້ານຄ້າຢູ່ເຂດ ບ້ານ ຕານມີໄຊ
Next Post: ເຈົ້າໜ້າທີ່ ດ່ານພາສີຂົວມິດຕະພາບລາວ-ໄທ 1 ທຳລາຍສິນຄ້ານຳເຂົ້າບໍ່ຖືກຕ້ອງ

Related Posts

3 ອົງການຈັດຕັ້ງມະຫາຊົນພະແນກ ຖວທ ແຂວງຊຽງຂວາງ ມອບເຄື່ອງໃຊ້ໃນຄົວເຮືອນໃຫ້ປະຊາຊົນຜູ້ທຸກຍາກ ຂ່າວສານບ້ານເມືອງ
ດ່ວນ! ຄະນະສະເພາະກິດປະກາດສືບຕໍ່ມາດຕະການຕ່າງໆໃຫ້ເຂັ້ມງວດໄປຕື່ມອີກ 15 ວັນ ຂ່າວສານບ້ານເມືອງ
ສະພາຮັບຮອງ ທ່ານ ສອນໄຊ ສີພັນດອນ ໃຫ້ດຳລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ຜູ້ໃໝ່ ຂ່າວສານບ້ານເມືອງ
ອຸທາຫອນ ເດັກນ້ອຍຕົກຂຸມ (ມີຄລິບ) ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມສູງຂຶ້ນ 1082ຄົນ ຂ່າວສານບ້ານເມືອງ
ຂາຍຢາບ້າ! ຫຼາຍປີ… ຖືກໂທດ ຈໍາຄຸກຕະຫຼອດຊີວິດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme