Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຂື່ອນໄຟຟ້ານໍ້າງື່ມ 5 ເຕືອນປະຊາຊົນລະວັງ ການປ່ອຍນໍ້າຈາກເຂື່ອນ

Posted on 22/06/202022/06/2020 By All in LAOS No Comments on ເຂື່ອນໄຟຟ້ານໍ້າງື່ມ 5 ເຕືອນປະຊາຊົນລະວັງ ການປ່ອຍນໍ້າຈາກເຂື່ອນ

ໃນວັນທີ 18 ມີຖຸນາ 2020 ຜ່ານມາ ທ່ານ ທອງຈັນ ແພງຈັນທີ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ ເມືອງພູຄູນ ພ້ອມດ້ວຍຂະແໜງການທີກ່ຽວຂ້ອງ ສົມທົບກັບບໍລິສັດ ເຂືອນໄຟຟ້ານໍ້າງື່ມ 5 ໄດ້ລົງຢ້ຽມຢາມ ແລະ ແຈ້ງເຕືອນປະຊາຊົນບ້ານນໍ້າຕິ່ງ ໃນການຕິດຕາມເຝົ້າລະວັງການເພີ່ມຂື້ນຂອງລະດັບນໍ້າ ເຊິ່ງອາດຈະມີການປອຍນໍ້າຈາກເຂື່ອນໃນຊ່ວງໄລຍະລະດູຝົນນີ້.

ຈຸດປະສົງໃນການລົງຢ້ຽມຢາມປະຊາຊົນໃນຄັ້ງນີ້ ທີມງານໄດ້ແຈ້ງເຕືອນໃຫ້ປະຊາຊົນບ້ານນໍ້າຕິ່ງ ເຊິ່ງເປັນບ້ານທີ່ຕັ້ງຢູ່ລຸ່ມເຂື່ອນນໍ້າງື່ມ 5 ໄດ້ມີສະຕິສູງ ໃນການເປັນເຈົ້າການຕິດຕາມ ແລະ ເຝົ້າລະວັງ ລະດັບນໍ້າທີ່ເພີ້ມຂື້ນຈາກໜ້າເຂື່ອນ ເຊິ່ງອາດຈະມີການປ່ອຍນໍ້າຜ່ານປະຕູລະບາຍນໍ້າ ໃນຊ່ວງໄລຍະລະດູຝົນ.

ທັງນີ້, ກໍ່ເພື່ອເປັນການລີກລ້ຽງໄພພິບັດທີ່ອາດຈະເກີດຂື້ນ ແລະ ທັງເປັນການຮັບປະກັນໃຫ້ຊີວິດ ແລະ ຊັບສິນຂອງປະຊາຊົນມີຄວາມປອດໄພ.

ຂ່າວ: ວັນທຽນ ຄຳທະສິດ

ຂ່າວສານບ້ານເມືອງ

Post navigation

Previous Post: ສະຫຼົດໃຈ! ເມົາແລ້ວລົງຫຼິ້ນນໍ້າ ຈົມນໍ້າດັບ ທີ່ຕາດຈຳປີ ເມືອງປາກຊ່ອງ
Next Post: 25-28 ມິຖຸນາ ກຽມຮັບມື ລົມມໍລະສຸມ ຝົນຕົກຟ້າລົມ

Related Posts

ເກີດເຫດ! ກຸດຕິວັດໄຟໄໝ້ ຢູ່ບ້ານສົມຫວັງເໜືອ ຫລັກ8 ຂ່າວສານບ້ານເມືອງ
ກຽມເບີກຈ່າຍເງິນເດືອນໃຫ້ພະນັກງານ ທະຫານ ຕຳຫລວດ ຜ່ານລະບົບ ATM ຂ່າວສານບ້ານເມືອງ
ລາວຈະໄດ້ຮັບວັກຊິນປ້ອງກັນພະຍາດ ໂຄວິດ 19 ຢ່າງແນ່ນອນ ຂ່າວສານບ້ານເມືອງ
ຄໍາສັ່ງ ນາຍົກລັດຖະມົນຕີ ວ່າດ້ວຍ ການປັບປຸງວຽກງານ ການບໍລິການ, ການອອກໃບອານຸຍາດການລົງທຶນ ແລະ ການອອກໃບອານຸຍາດ ດໍາເນີນທຸລະກິດ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອໃໝ່ 23ຄົນ ຂ່າວສານບ້ານເມືອງ
ທະຫານແຂວງໄຊຍະບູລີກຽມພ້ອມຊ່ວຍເຫຼືອພໍ່-ແມ່ປະຊາຊົນຈາກໄພທຳມະຊາດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme