ໃນວັນທີ 19 ມິຖຸນາ 2020 ນີ້ຢູ່ທີ່ ອາຄານຮຽນຫຼັງໃໝ່ບ້ານຕະກອຍ ເມືອງນອງ ແຂວງສະຫວັນນະເຂດໄດ້ມີຈັດພິທີມອບ – ຮັບໂຮງຮຽນຫຼັງໃໝ່ຂຶ້ນຢ່າງເປັນທາງການ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ແຕງອ່ອນ ຈັນທະລະນອງ ກຳມະການພັກເມືອງ ຮອງເຈົ້າເມືອງໆນອງ,ທ່ານ ກາດຳ ເຜີຍຊະນະວົງ ກຳມະການພັກເມືອງ ຫົວໜ້າໜ້າຫ້ອງການ ສຶກສາທິການ ແລະ ກິລາເມືອງ, ທ່ານ ໝອນຄຳ ຫານຊະນະຕ່າງໜ້າຜູ້ໃຫ້ທຶນ, ມີບັນທ່ານແຂກທີ່ຖືກເຊີນຕະຫຼອດຮອດອຳນາດການປົກຄອງ, ພໍ່ແມ່ປະຊາຊົນບ້ານຕະກອຍເຂົ້າຮ່ວມຢ່າງພ້ອມພຽງ.

ໂຮງຮຽນປະຖົມສົມບູນບ້ານຕາກອຍ ໄດ້ເລີ່ມລົງມືກໍ່ສ້າງແຕ່ຕົ້ນເດືອນ ມັງກອນ 2020 ມາຮອດ ທ້າຍເດືອນມິຖຸນາ 2020ຈຶ່ງໄດ້ສຳເລັດລົງ 100% ເຊິ່ງຂະໜາດຂອງອາຄານຮຽນ ແມ່ນ 8×25 ແມັດ,ຫ້ອງຮຽນຂະໜາດ 4,80 x3,30 ແມັດ, ກໍ່ດ້ວຍດິນຈີ່,ພື້ນເປຕົງ, ມຸງດ້ວຍກະເບື້ອງ, ເພດານເຮັດດ້ວຍແຜ່ນຍິບຊຳ, ຕັ່ງນັ່ງລະບຽງດ້ານນອກເປັນເຫຼັກ, ມີ 3 ຫ້ອງຮຽນ, 1ຫ້ອງການ, ມີໂຕະຄູ 8ຊຸດ,ຕູ້ໃສ່ເອກກະສານ 8ໜ່ວຍ, ກະດານດຳ3ແຜ່ນ,ໂຕະ,ຕັ່ງນັກຮຽນ 45 ຊຸດ, ພາຍໃນໂຮງຮຽນມີດອກໄຟທັງໝົດ 14 ດອກ, ພັດລົມ14 ໜ່ວຍ, ນ້ຳບາດານ 1ບໍ່,ແທັ້ງໂປມນ້ຳ (1000ລິດ) 1ແທັ້ງ, ອ່າງລ້າງມື 4ອ່າງໃຊ້ລະບົບປ່ອຍນ້ຳຈາກແທັ້ງ,ມີເສົາທຸງ, ຫ້ອງນ້ຳຍິງ-ຊາຍ ແລະ ປ້າຍຊື່ຂອງໂຮງຮຽນອາຄານຮຽນຫຼັງໃໝ່

ບ້ານຕະກອຍແຫ່ງນີ້ແມ່ນໄດ້ທຶນກໍ່ສ້າງຈາກຄອບຄົວຂອງທ່ານ ຕຸລາໄຊ ວໍລະຈິດ ແລະ ຄອບຄົວ ທ່ານ ໝອນຄຳ ຫານຊະນະ ໂດຍແມ່ນບໍລິສັດ ພູມສະຫວັນ ເປັນຜູ້ຮັບເໝົາກໍ່ສ້າງ, ລວມມູນຄ່າໃນການກໍ່ສ້າງທັງໝົດ 707.000.000 ກີບ ໃນພິທີ ກ່າວມອບໂດຍ ທ່ານ ໝອນຄຳ ຫານຊະນະ ແລະ ກ່າວຮັບໂດຍ ທ່ານ ແຕງອ່ອນ ຈັນທະລະນອງໂດຍຊ້ອງໝ້າຂະແໝງການການທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງເຂົ້າຮ່ວມເປັນສັກຂີພະຍານນຳ.

---------------
ຢ່າລືມກົດຕິດຕາມເພຈ All in LAOS
------------------------------