Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ງົດງາມ ຍົກຍອດຂຶ້ນແລ້ວ ຫໍພຣະເມນ ເພື່ອຖວານພຣະເພີງ ແດ່ ມະຫາງ່ອນ ດໍາລົງບຸນ (ຊົມຄລິບ)

Posted on 22/06/202022/06/2020 By All in LAOS No Comments on ງົດງາມ ຍົກຍອດຂຶ້ນແລ້ວ ຫໍພຣະເມນ ເພື່ອຖວານພຣະເພີງ ແດ່ ມະຫາງ່ອນ ດໍາລົງບຸນ (ຊົມຄລິບ)

ຍົກຍອດຂຶ້ນແລ້ວ 🙏🙏🙏


ການກະກຽມ ແລະ ການສ້າງຫໍພຣະເມນ ເພື່ອຖວາຍພຣະເພີງແກ່ ອະດີດ ອົງປະມຸກສົງລາວ
ທີ່ລານສະໜາມຫຼວງ ໜ້າເດີ່ນ ພຣະທາຕຸຫລວງ ມື້ນີ້ 21/06/2020.

ພິທີຖວາຍພຣະເພີງ ແມ່ນ ວັນເສົາ ທີ່ 26 ມິຖຸນາ 2020

ຄລິບ 1

ຄລິບ 2

ກຳນົດການຖວາຍພຣະເພີງສາຣີຣະສັງຂານອາດີດປະທານສົງຈະມີຂຶ້ນໃນວັນສຸກວັນທີ 26 ມິຖຸນາ 2020 ທີ່ເດີ່ນພຣະທາດຫຼວງວຽງຈັນ.

ຄະນະກັມມະການຮັບຜິດຊອບ ງານຖວາຍພຣະເພີງ (ຊາປະນະກິດ) ລະດັບຊາດ ພຣະສະຣີຣະສັງຂານ (ພຣະສົບ) ຂອງອົງພຣະຍອດແກ້ວມະຫາງອນ ດຳຣົງບຸນມະຫາເຖຣະເຈົ້າ ຂໍແຈ້ງຂ່າວກ່ຽວ ກັບ ກຳນົດການ ວັນຖວາຍພຣະເພີງພຣະສະຣີຣະສັງຂານ (ເຜົາພຣະສົບ) ແມ່ນຈະໄດ້ຈັດຂຶ້ນ ໃນ ວັນສຸກ ວັນທີ 26 ມິຖຸນາ 2020 ຢູ່ທີ່ ເດີ່ນພຣະທາດຫຼວງ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ເຊິ່ງ ມີລາຍລະອຽດ ດັ່ງນີ້:

  • ເວລາ 13:00 ໂມງ ເຄື່ອນພຣະສະຣີຣະສັງຂານ (ພຣະສົບ) ຂອງອົງພຣະຍອດແກ້ວ ອອກຈາກ ຫໍທັມມະສະພາ ສູ່ພຣະເມຣຸມາດຈິຕະກາທານ (ເມນ) ທີ່ເດີ່ນພຣະທາດຫຼວງ;
  • ເວລາ 14:00 ໂມງ ພິທີທາງການ ແລະ ສາສະນະພິທີ ຕາມວາລະ;
  • ເວລາ 20:00 ໂມງ ພິທີຖວາຍດອກໄມ້ທູບທຽນ ແລະຖວາຍພຣະເພີງ;

 ວັນເສົາ ວັນທີ 27/6/2020 ເປັນມື້ບັນຈຸພຣະອັດຖິທາດ (ເກັບດູກ) ແລະບໍາເພັນບຸນກຸສົນ ສູດປະຣິດຕະມຸງຄຸນ ຖວາຍທານ ຢູ່ທີ່ ຫໍທັມມະສະພາ ຊັ້ນ 2;

 ວັນທີ 28/6/2020 ເວລາ 7:00 ໂມງ ພິທີຕັກບາດ-ຖວາຍມະຫາທານ ແລະເຄື່ອງໄທຍະທານທັງຫຼາຍ ແດ່ພຣະສົງໝູ່ໃຫຍ່ 108 ອົງ.

ດັ່ງນັ້ນ, ຈຶ່ງແຈ້ງຂ່າວມາຍັງການຈັດຕັ້ງພັກ-ລັດ, ເອກະຊົນ ແລະບຸກຄົນ-ນິຕິບຸກຄົນ ເພື່ອຊາບ ໂດຍທົ່ວເຖິງກັນ ແລະຖ້າຫາກທ່ານໃດ ມີຄວາມປະສົງຈະໄປເຂົ້າ ຂາບຄາຣະວະສັກກາຣະບູຊາ ພຣະ ສະຣີຣະສັງຂານ (ເຄົາຣົບພຣະສົບ), ເຂົ້າຮ່ວມພິທີບໍາເພັນພຣະກຸສົນທັກຂິນານຸປາທານ ຕັກບາດໃນທຸກໆ ເຊົ້າຂອງວັນເສົາ ແລະຮ່ວມເປັນເຈົ້າພາບເຈົ້າສັດທາ ຖວາຍຈະຕຸປັດໄຈ ຫຼືປະກອບສ່ວນຖວາຍທານໃນພິທີດັ່ງກ່າວ ແມ່ນສາມາດໄປໄດ້ທຸກໆ ວັນ.

ສ່ວນການເຂົ້າຮ່ວມພິທີນັ້ນ ຕ້ອງໄດ້ປະຕິບັດຕາມຄໍາສັ່ງເລກທີ 06/ນຍ ແລະຄໍາແນະນໍາຂອງຄະນະສະເພາະກິດ ກ່ຽວກັບມາດຕະການຕ້ານເຊື້ອພະຍາດໂຄວິດ-19 ຢ່າງເຄັ່ງຄັດ.

.

.

.

ຄລິບ ແລະ ພາບໂດຍ: ປະກາດ Pakaad

ຂ່າວສານບ້ານເມືອງ

Post navigation

Previous Post: ອາເມລິກາ ໄດ້ເພີ່ມທຶນການຊ່ວຍເຫຼືອ ສປປ ລາວ ຈຳນວນ 2.5 ລ້ານໂດລາ
Next Post: ຜົວທີ່ຂ້າເມຍຢູ່ບ້ານນາຊູ ແຂວນຄໍເສຍຊີວິດ ຢູ່ບ້ານໂພນໂຮງ

Related Posts

ລາວເສຍດຸນການຄ້າ ຍ້ອນນຳເຂົ້າສິນຄ້າເກືອບທຸກປະເພດແລ້ວຈະມີທາງອອກແນວໃດ? ຂ່າວສານບ້ານເມືອງ
ມອບຄືນ ນໍ້າພຸ ຊຽງຍືນ ໃຫ້ລັດຖະບານຄຸ້ມຄອງ ແລະ ໃຫ້ເປັນສວນສາທາລະນະດັ່ງເກົ່າ ຂ່າວສານບ້ານເມືອງ
ສ້າງພາບແບບນີ້ຕ້ອງຂໍຊົມເຊີຍ! ມາ ສ້າງພາບ-ຊ່ວຍກັນ ຊ່ວຍເຫຼືອຄົນພິການ ຂ່າວສານບ້ານເມືອງ
ຊາຍໄຮ້ຍາດຈົມນໍ້າເສຍຊີວິດທີ່ຫ້ວຍ ເຂດບ້ານຂົວທີ່ 1 ນະຄອນ ຫຼວງພະບາງ ຂ່າວສານບ້ານເມືອງ
ບ້ານສຸດທ້າຍທີ່ຢູ່ເໜືອສຸດຂອງປະເທດລາວ ຂ່າວສານບ້ານເມືອງ
ພະຍາດອະຫິວາໝູອາຟຣິກາລະບາດແຜ່ລາມໄວທີ່ສຸດ ແລະ ແຜ່ລາມແລ້ວ 13 ບ້ານໃນເມືອງຊຽງຮ່ອນແລ້ວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme