ນະຄອນຫຼວງວຽງຈັນ, ສປປ ລາວ – ລັດຖະບານສະຫະລັດອາເມລິກາ ໂດຍຜ່ານໂຄງການ (USAID), ໄດ້ເພີ່ມທຶນການຊ່ວຍເຫຼືອ ຈຳນວນ 2.5 ລ້ານໂດລາສະຫະລັດ ໃນການຫຼຸດຜ່ອນ ແລະ ປ້ອງກັນການແຜ່ລະບາດພະຍາດໂຄວິດ19 ໃນ ສປປ ລາວ. ໂດຍການຮ່ວມມືກັບລັດຖະບານ ສປປ ລາວ, ອົງການ USAID ຈະໃຫ້ທຶນເພີ່ມແກ່ບັນດາອົງການສາກົນປະຈຳ ສປປ ລາວ ໃນການຄວບຄຸມການລະບາດຂອງເຊື້ອໂຄໂຣນາໄວຣັສ.

ທ່ານ ປອ. ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ທຶນການຊ່ວຍເຫຼືອ ຈາກສະຫະລັດອາເມລິກາໄດ້ຢໍ້າຄືນເຖິງຄວາມໝາຍໝັ້ນຂອງການຮ່ວມມືແບບກວມລວມລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ”. ທ່ານໄດ້ກ່າວຕື່ມອີກວ່າ “ພວກເຮົາມີຄວາມພາກພູມໃຈ ຕໍ່ກັບຄວາມໝາຍໝັ້ນທີ່ຕິດພັນກັບການຊ່ວຍເຫຼືອທາງດ້ານ ວຽກງານສະກັດກັ້ນພະຍາດ COVID-19 ເຊິ່ງມາຮອດປັດຈຸບັນໄດ້ບັນລຸເຖິງ 7.5 ລ້ານໂດລາ. ສະຫະລັດອາເມລິກາໄດ້ໃຫ້ການສະໜັບສະໜູນ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນຄວາມພະຍາຍາມເພື່ອສະກັ້ນການແຜ່ລະບາດໄວຣັສຮ້າຍນີ້ພ້ອມທັງປ້ອງກັນສຸຂະພາບ ແລະ ຄວາມເປັນຢູ່ທີ່ດີຂອງປະຊາຊົນລາວ.”


ສະຫະລັດອາເມລິກາໄດ້ມອບທຶນການຊ່ວຍເຫຼືອຫຼາຍກວ່າ 7.5 ລ້ານໂດລາ ເພື່ອຊ່ວຍ ສປປ ລາວ ໃນການຮັບມືຕ້ານການແຜ່ ລະບາດຂອງພະຍາດ COVID-19. ໃນເດືອນກຸມພາທີ່ຜ່ານມາ, ສະຫະລັດອາເມລິກາ ໂດຍຜ່ານອົງການ USAID ໄດ້ມອບ ອຸປະກອນການແພດ ເພື່ອເປັນການປະກອບສ່ວນໃຫ້ບັນດາເຈົ້າໜ້າທີ່ຈາກຂະແໜງສາທາ ໃນການປະຕິບັດໜ້າທີ່ ດູແລຮັກສາຄົນປ່ວຍໃຫ້ມີຄວາມປອດໄພ. ໃນເດືອນມີນາ ອົງການ USAID ໄດ້ມອບທືນຮ່ວງໃໝ່ຫຼາຍກວ່າ 1.9 ລ້ານໂດລາ ເພື່ອໃຊ້ເຂົ້າໃນການສະກັດກັ້ນ COVID-19. ພາຍໃນເດືອນທີ່ຜ່ານມາ, ສະຫະລັດອາເມລິກາ ໄດ້ມອບທຶນການຊ່ວຍເຫຼືອຕື່ມອິກ ປະມານ 3.17 ລ້ານໂດລາ ຈາກສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດອາເມລິກາ (USCDC). ນອກນັ້ນ, ຍັງມີເຄື່ອງກວດຫາສານຊີວະໂມເລກຸນ (PCR) ຈຳນວນສອງເຄື່ອງ, ແລັບທ໋ອບຈຳນວນສິບເຄື່ອງ, ເຄື່ອງອົບຂ້າເຊື້ອ, ເຄື່ອງກັ່ນຕອງອາກາດແບບພິເສດສຳລັບຫ້ອງທົດລອງມອບໂດຍ ລັດຖະບານສະຫະລັດ ແລະ ອົງການພາກເອກະຊົນເຊິ່ງມອບໃຫ້ແກ່ ສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ເພື່ອຊ່ວຍນັກວິທະຍາສາດ ແລະ ເຈົ້າໜ້າທີ່ຈາກສາທາລະນະສຸກ ນໍາໃຊ້ເຂົ້າໃນການກວດ ແລະ ຕິດຕາມຢ່າງເປັນລຳດັບ.