ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຄູຝຶກປະຈຳແຂວງຫຼວງພະບາງກ່ຽວກັບການນຳໃຊ້ຫຼັກສູດໃໝ່ຊັ້ນປະຖົມສຶກສາປີທີ 2 ເມື່ອວັນທີ 22 ມິຖຸນາ 2020 ຜ່ານມາທີ່ວິທະຍາໄລຄູຫຼວງພະບາງແຂວງຫຼວງພະບາງ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານການນຳໃຊ້ຫຼັກສູດໃໝ່ຊັ້ນປະຖົມສຶກສາປີທີ 2 ໂດຍການເປັນປະທານຮ່ວມຂອງທ່ານ ນາງ ບົວທອງ ຕັນແສນສີຮອງຫົວຣ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ທ່ານ ສອນເພັດ ສີສະອາດ ຮອງຜູ້ອຳນວຍການວິທະຍາໄລຄູຫຼວງພະບາງ, ເຂົ້າຮ່ວມມີ່ຄູຝຶກຫຼັກແຫຼ່ງຈາກກະຊວງສຶກສາທິການ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດ, ວິທະຍາໄລຄູຫຼວງນໍ້າທາ, ພ້ອມດ້ວຍວິທະຍາກອນ, ສຳມະນາກອນຈາກ 11 ເມືອງ ແລະ 1 ນະຄອນຫຼວງພະບາງ ເຂົ້າຮ່ວມ.


ໃນກອງປະຊຸມ, ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບການນຳໃຊ້ຫຼັກສູດໃໝ່ຊັ້ນປະຖົມສຶກສາປີທີ 2 ເຊີ່ງປະກອບມີ ວິຊາ ພາສາລາວ, ວິທະຍາສາດ ແລະ ສິ່ງແວດລ້ອມ, ຫັດຖະກຳ-ສິລະປະກຳ, ສິລະປະດົນຕີ, ພາລະສຶກສາ ແລະ ຄຸນສົມບັດສຶກສາ ໃນນີ້ ແມ່ນຈະໄດ້ເນັ້ນໃສ່ການປະຕິບັດກິດຈະກຳປະຕິບັດຕົວຈິງໂດຍການປະເມີນກ່ອນການອົບຮົມ, ກິດຈະກຳທີ່ສະທ້ອນຄືນການຝຶກອົບຮົມຄູສອນຜ່ານມາ, ການວາງແຜນສຳສັບການສອນທົດລອງ, ເຕັກນິກການສອນ, ການສອນໂດຍການໃຊ້ປື້ມນິທານ ແລະ ປື້ມອ່ານເສີມ, ການສອນຫ້ອງຄວບ, ວິທີການສຳລັບຄູເພື່ອພັດທະນາຕົນເອງ, ວິທີການສະແກນຄິວອາໂຄດກ່ຽວກັບວິທີການສອນວິຊາຕ່າງໆ, ການແນະນຳເອກະສານການຮຽນຮ່ວມ ແລະ ການແນະນຳເອກະສານການປ້ອງກັນພະຍາດໂຄວິດ-19.


ໂອກາດດັ່ງກ່າວ, ທ່ານ ນາງ ບົວທອງ ຕັນແສນສີ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ເຊີ່ງທ່ານໄດ້ເນັ້ນໜັກຫຼາຍບັນຫາ ເປັນຕົ້ນການສິດສອນຂອງຄູຜູ້ປະຈຳການ, ການແຕ່ງບົດສອນ, ສື່ການຮຽນ-ການສອນ, ການປະຕິບັດກິດຈະກຳຕ່າງໆ ພ້ອມກັນນັ້ນ ທ່ານຍັງຮຽກຮ້ອງມາຍັງທຸກພາກສ່ວນຈົ່ງໄດ້ພ້ອມກັນເພີ່ມທະວີຄວາມຮັບຜິດຊອບເປັນເຈົ້າການໃນການແລກປ່ຽນປະກອບຄຳຄິດຄຳເຫັນ, ປັບປຸງແກ້ໄຂບັນຫາທີ່ຍັງຄົງຄ້າງ ແລະ ປະກົດການຫຍໍ້ທໍ້ທີ່ຍັງເປັນສິ່ງທ້າທ້າຍຕໍ່ກັບເນື້ອໃນຫຼັກສູດໃໝ່ໂດຍສະເພາະຫຼັກສູດໃໝ່ຊັ້ນປະຖົມສຶກສາປີທີ2 ໃຫ້ມີຄຸນນະພາບດີຂື້ນເລື້ອຍໆ.


ໂດຍແຈັກກີ້ ສກຂ ຫຼວງພະບາງ.