Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສໍາຫຼວດ ພຣະທາຕຸດອນກາງ ບ້ານບຶງຊ້າງ ເມືອງຊົນບູລີ ຊອກແຮງສັດທາ ບູລະນະຄືນໃໝ່

Posted on 22/06/202022/06/2020 By All in LAOS No Comments on ສໍາຫຼວດ ພຣະທາຕຸດອນກາງ ບ້ານບຶງຊ້າງ ເມືອງຊົນບູລີ ຊອກແຮງສັດທາ ບູລະນະຄືນໃໝ່

ສະຫວັນນະເຂດ: ເມື່ອວັນທີ 21/06/2020 ທີພຣະທາດບ້ານບຶງຊ້າງ, ເມືອງຊົນນະບູລີ, ແຂວງສະຫວັນນະເຂດ ເຈົ້າເມືອງຊົນບູລີ ພ້ອມດ້ວຍຫົວຫນ້າຫ້ອງການຖະແຫລງຂ່າວແລະວັດທະນະທັມເມືອງ , ນາຍບ້ານ ເຖົ້າແກ່ແນວໂຮມ ພ້ອມດ້ວຍຜູ້ຊົງຄຸນນະວຸດທີທັງຫລາຍ ໄດ້ມີການລົງໄປຕິດຕາມກວດກາ ແລະເກັບຂໍ້ມູນຂອງອົງພຣະທາຕຸບ້ານບຶງຊ້າງ ເພື່ອກະກຽມບູຣະນະປະຕິສັງຂອນ ໃຫ້ແຂງແຮງ ແລະ ງົດງາມຂຶ້ນກວ່າເກົ່າ

ເພື່ອເປັນການອະນຸລັກ-ຮັກສາບູຮານສະຖານ ຂອງທ້ອງຖິນກ່ຄືຂອງຊາດ ອີກທັງເມື່ອມີການບູຣະນະປະຕິສັງຂອນແລ້ວ ຄົງຈະເປັນບ່ອນທີຜູ້ຄົນຈະໄປເບິ່ງ-ໄປຊົມ ເປັນແຫລ່ງທ່ອງທ່ຽວດ້ານວັດທະນະທັມແລະສຶກສາ ອີກແຫລ່ງຫນຶ່ງຂອງແຂວງສະຫວັນະເຂດໄປຕົວ

ຜູ້ໃດມີເງື່ອນໄຂ ທີຈະປະກອບສ່ວນ ດ້ານຂໍ້ມູນ ຫລືປັດໄຈໃນການບູຣະນະ ທັງວັດຖຸ ແລະເງິນຄຳ ແລະອື່ນໆ ກໍ່ຂໍຄວາມກະຣຸນາຕິດຕໍ່ປະສານງານທ່ານ ຄຳບໍ. ຫົວຫນ້າຫ້ອງການ ຖວທ ເມືອງຊົນນະບູລີ,ແຂວງສະຫວັນນະເຂດ ເບີໂທ : 020-92991035

ທາຕຸດອນກາງ ບ້ານບຶງຊ້າງ ເມືອງຊົນບູລີ ແຂວງສະຫວັນນະເຂດ

ທາຕຸດອນກາງ ຕັ້ງຢູ່ທີ່ ບ້ານບືງຊ້າງ ເມືອງຊົນນະບູລີ ເເຂວງສະຫວັນນະເຂດ ເປັນທາຕຸທີ່ມີຮູບລັກສະນະທີນິຍົມສ້າງແບບ 4 ຫລ່ຽມທີຊ້ອນກັນ 3 ຊັ້ນ ໃນດິນແດນແຖວບໍລິເວນນີ້ ເຊິ່ງຖືວ່າເປັນທາຕຸທີງົດງາມ ແລະເປັນສະຖານທີ່ສຳຄັນຂອງຊາວເມືອງຊົນນະບູລີ ກໍ່ຄືບ້ານບຶງຊ້າງ ເຊິ່ງທາຕຸອົງນີ້ ຍັງຂາດການປະຕິສັງຂອນ ຖານລຸ່ມທາຕຸມີຄວາມສ່ຽງໃນການລົ້ມລົງຫລາຍ ຫນ່ວຍງານທີຮັບຜິດຊອບທາງດ້ານນີ້ຫລືໃຜ ມີແຮງໃຈສັດທາ ກໍ່ຂໍມາປະຕິສັງຂອນພຣະທາຕຸອົງນີ້ ໃຫ້ແຂງແຮງກວ່າເກົ່າຂຶ້ນອີກ ຄົງຈະມີບຸນບາຣະມີເພິ່ມຂຶ້ນມະຫາສານ

ປັດຈຸບັນນີ້ ການນຳເມືອງະຊົນນະບູລີ ແລະຫ້ອງການ ຖວທ ເມືອງ ແລະພາກສວ່ນທີ່ກ່ຽວຂ້ອງ ກຳລັງດຳເນີນການຂຸ້ນຂ້ຽວ ເພື່ອຫາທາງບູຣະນະປະຕິສັງຂອນແລ້ວ ( ຕາມເພິ່ນແຈ້ງມາໃຫ້ຊາບ )

ຕາມຂໍ້ມູນຂັ້ນຕົ້ນກ່າວວ່າ ທາຕຸຫນອງບຶງຊ້າງ ອົງນີ້ແມ່ນສ້າງຂຶ້ນ ໂດຍພຣະຄູຕົ້ນ ເປັນຜູ້ນຳພາພຸທທະບໍລິສັດທັງຫລາຍແຖວນັ້ນເພື່ອສ້າງຂຶ້ນ ເພື່ອເປັນສະຖານທີພຸທທະບູຊາ ຣະນຶກເຖິງອົງສົມເດັດສັມມາສັມພຸທທະເຈົ້າ ເມື່ອປີ ຄສ 1945 ແລະສ້າງສຳເລັດແລ້ວ ເມື່ອປີ ຄສ 1947
( ໃຜມີຂໍ້ມູນເພິ່ມຕື່ມ ຫລືຜູ້ໃດທີ່ຮູ້ກໍ່ຂໍຄວາມກະຣຸນາບອກແດ່ ເພື່ອຈະໄດ້ບັນທຶກໃຫ້ຮູ້ເພື່ອເປັນປະຫວັດຂອງທາຕຸອົງນີ້ຕໍ່ໄປ )

ຂອບໃຈຮູບພາບຈາກ : ທັມມະທັມໂມ Dhammadhammo

.

.

.

.

Cr: Art and Culture of Laos

ຂ່າວສານບ້ານເມືອງ

Post navigation

Previous Post: ຍ້ອນ​ຄວາມ​ຫຶງ​ຫວງ ເຖິງ​ຂັ້ນ​ຈະ​ຂ້າ​ກັນ​ໃຫ້​ຕາຍ
Next Post: ຄູຝຶກຂັ້ນແຂວງຫຼວງພະບາງ ສ້າງຄວາມເຂັ້ມແຂງວຽກງານນຳໃຊ້ຫຼັກສູດໃໝ່ຊັ້ນປະຖົມສຶກສາປີທີ 2

Related Posts

ໜາວແຮງຟີງໄຟໄປໂຮງຮຽນຍາມເຊົ້າເມືອງປາກແບງ ຂ່າວສານບ້ານເມືອງ
ນາຍົກລັດຖະ ມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ແລະ ກອງປະຊຸມສຸດຍອດທີ່່ກ່ຽວຂ້ອງ ທີ່ ພະນົມເປັນ ຂ່າວສານບ້ານເມືອງ
ຮອງນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກກັບບໍລິສັດທາງລົດໄຟ ລາວ-ຈີນ ຂ່າວສານບ້ານເມືອງ
ຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງບົວລະພາ ທຳລາຍ ຈັກສະຕິນ ຕັດໄມ້ ແລະ ສັດປ່າ ຂ່າວສານບ້ານເມືອງ
ການນຳແຂວງຈຳປາສັກ ວາງພວງມະລາ ໂອກາດ ສະຫລອງວັນສ້າງຕັ້ງພັກ ຄົບຮອບ 66 ປີ ຂ່າວສານບ້ານເມືອງ
ແຈ້ງເຕືອນການສັນຈອນ ກວດຈັບຄວາມໄວເຂດທາງດ່ວນຜ່ານກ້ອງວົງຈອນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme