Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຍ້ອນ​ຄວາມ​ຫຶງ​ຫວງ ເຖິງ​ຂັ້ນ​ຈະ​ຂ້າ​ກັນ​ໃຫ້​ຕາຍ

Posted on 22/06/202022/06/2020 By News No Comments on ຍ້ອນ​ຄວາມ​ຫຶງ​ຫວງ ເຖິງ​ຂັ້ນ​ຈະ​ຂ້າ​ກັນ​ໃຫ້​ຕາຍ

ເຈົ້າໜ້າທີ່ຕຳຫຼວດໜ່ວຍງານຄະດີອາຍານະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດໄດ້ລາຍງານ ໃຫ້ຮູ້ວ່າ: ໄດ້ມີການທຳຮ້າຍຮ່າງກາຍຈົນໄດ້ຮັບບາດເຈັບສາຫັດຢູ່ທີ່ຫ້ອງເຊົ່າແຖວບ້ານ ສະໜາມໄຊ (ໃກ້ກັບຫ້ອງວ່າ ການປົກຄອງແຂວງ) ເຊິ່ງ ຜູ້ບາດເຈັບໄດ້ຖືກຂອງມີຄົມແທງຫຼາຍຈຸດບໍລິເວນລຳຕົວ ແລະ ມີຮອຍຄ້າຍຖືກປາດທີ່ຄໍ. ດັ່ງນັ້ນ, ເຈົ້າໜ້າທີ່ຕຳຫຼວດ ຈຶ່ງໄດ້ມີການສອບປາກຄຳພະຍານທີ່ເຫັນເຫດການພ້ອມທັງເບິ່ງກ້ອງວົງຈອນປິດຈຶ່ງຮູ້ວ່າຜູ້ກໍ່ເຫດຄື: ທ້າວ ຈັນທະ ວີໄຊ ອາຍຸ 30 ປີ, ອາຊີບກຳມະ ກອນຢູ່ບ້ານຈອມແກ້ວ, ນະຄອນໄກສອນພົມວິຫານ. ສ່ວນຜູ້ເສຍຫາຍແມ່ນຖືກບາດເຈັບ ຊື່ນາງ ວາດສະໜາ (ມີ່) ອາຍຸ 28 ປີ, ອາຊີບຄ້າຂາຍຢູ່ບ້ານ ນາເລົ່າ, ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ. ໄດ້ຮັບບາດເຈັບສາຫັດພົນລະເມືອງດີໄດ້ນຳສົ່ງໂຮງໝໍແຂວງ.

Image may contain: 1 person, closeup


ເຫດເກີດຂຶ້ນເມື່ອເວລາ 17 ໂມງ, ຂອງວັນທີ 7 ມິຖຸນາ 2020 ໂດຍທ້າວ ທະວີໄຊ ໄດ້ ຮັບສາລະພາບວ່າ: ຕົນເອງ ແມ່ນຢູ່ໃນອາການມຶນເມົາ ແລະ ໄດ້ຜິດຖຽງກັນກັບນາງ ວາດສະໜາ ໂດຍໄດ້ຖາມເລື່ອງມີຜູ້ບ່າວໂທລະສັບມາຫານາງ ວາດສະໜາ, ແຕ່ນາງວາດສະໜາບໍ່ຕອບຈຶ່ງເກີດມີຄວາມຫຶງຫວງ ແລະ ຢາກຮ້າຍ, ຈຶ່ງ ໂດດເຕະກ້ານຄໍນາງວາດສະໜາ ຈົນລົ້ມລົງດິນ, ຈາກນັ້ນ ທ້າວ ຈັນທະວີໄຊ ຈຶ່ງໄດ້ຈັບຄໍເສື້ອນາງ ວາດສະໜາ ແກ່ເຂົ້າຫ້ອງແລ້ວຈັບເອົາມີດຍາວປະ ມານ 20 ຊັງຕີແມັດ, ທີ່ໃຊ້ ປອກໝາກໄມ້ທີ່ວາງໄວ້ໃນຂອບປະຕູປ່ອງຢ້ຽມ, ມາແທງ ນາງ ວາດສະໜາ ແບບບໍ່ຢັ້ງ ແທງເຂົ້າສ້ວງເບື້ອງຊ້າຍ 1 ບາດ, ຖືກກ້ອງນົມເບື້ອງ​ຊ້າຍ 1 ບາດ ແລະປາດຄໍອີກ 1 ບາດ, ນອກນັ້ນ ຍັງມີບາດແຜໃນມືອີກ 1 ແຜ. ເຮັດໃຫ້ນາງ ວາດສະໜາ ນອນໝົດສະຕິຢູ່ຕໍ່ໜ້າຫ້ອງພັກ. ຈາກນັ້ນ, ທ້າວ ຈັນທະວີໄຊ ຈຶ່ງຂີ່ລົດຈັກໜີໄປ. ແຕ່ໄປບໍ່ ໄດ້ໄກເພາະວ່າທ້າວ ຈັນທະວີ ໄຊ ກໍ່ໄດ້ຮັບບາດເຈັບທີ່ຕີນ, ຄາດວ່າອາດຈະແມ່ນມີດຕົກໃສ່ຖືກເສັ້ນເລືອດໃຫຍ່ເຮັດໃຫ້ເລືອດອອກຫຼາຍຈຶ່ງໄດ້ໄປຮັກສາໂຕທີ່ໂຮງໝໍ ແລະ ເວລາຕໍ່ມາເຈົ້າໜ້າທີ່ຈຶ່ງໄດ້ນຳໄປຈັບ ຕົວຜູ້ກ່ຽວໄດ້ຢູ່ທີ່ໂຮງໝໍ ແຂວງ ສະຫວັນນະເຂດ.

Image may contain: 4 people, people sitting, table and indoor

ທ້າວ ຈັນທະວີໄຊ ແລະ ນາງ ວາດສະໜາ ຄົບຫາກັນມາໄດ້ 1 ປີກວ່າ, ຈາກນັ້ນ ທັງສອງແມ່ນໄດ້ຢູ່ນຳກັນແບບຜົວ-ເມຍ ໂດຍບໍ່ຖືກຕ້ອງຕາມຮີດຄອງປະເພນີໂດຍເຊົ່າຫ້ອງຢູ່, ພາຍ ຫຼັງຢູ່ມາກໍ່ມີການຜິດຖຽງກັນລະແວງສົງໄສກັນ, ມີການຫຶງຫວງກັນວ່າທາງຝ່າຍຍິງອາດ ຈະມີຜູ້ບ່າວໂທມາລົມ ຈຶ່ງເປັນສາເຫດໃນການກໍ່ເຫດຄັ້ງນີ້.
ດັ່ງນັ້ນ, ທາງເຈົ້າໜ້າທີ່ຕຳ ຫຼວດ ປກສ ນະຄອນ ໄກສອນ ພົມວິຫານ ຈຶ່ງໄດ້ກັກຕົວທ້າວ ຈັນທະວີໄຊ ເພື່ອດຳເນີນຄະດີ ໃນຂໍ້ຫາຄາຕະກຳ (ພະຍາ ຍາມຄາຕະກຳ) ເພື່ອສົ່ງສຳ ນວນໃຫ້ໄອຍະການ ແລະໃຫ້ ສານຕັດສິນຄະດີຕໍ່ໄປ.

ຂ່າວສານບ້ານເມືອງ

Post navigation

Previous Post: ອິນເດຍ ຍອດຜູ້ຕິດເຊື້ອໂຄວິດທະລຸ 4 ແສນຄົນປ່ວຍເພີ່ມມື້ດຽວ 15,400 ຄົນ
Next Post: ສໍາຫຼວດ ພຣະທາຕຸດອນກາງ ບ້ານບຶງຊ້າງ ເມືອງຊົນບູລີ ຊອກແຮງສັດທາ ບູລະນະຄືນໃໝ່

Related Posts

ກະຊວງປ້ອງກັນປະເທດປ່ອນບັດເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ຂ່າວສານບ້ານເມືອງ
ດີກຣີແຊັມນັກກີລາບານສົ່ງ ທີມ ມຊ ສູ່ເວທີປະກວດນາງສາວລາວ 2020 ML31ຕານ້ອຍ ພິມມະສອນ ຂ່າວສານບ້ານເມືອງ
ທະຫານແຂວງອຸດົມໄຊ ມອບເງີນນະໂຍບາຍໃຫ້ຄອບຄົວເສຍຊີວິດ ຂ່າວສານບ້ານເມືອງ
ເຂດເລືອກຕັ້ງທີ 16 ແຂວງເຊກອງ ມີຈຳນວນຜູ້ສະໝັກ 09 ທ່ານ, ເລືອກເອົາ 06 ທ່ານ ຂ່າວສານບ້ານເມືອງ
ລາຍງານຂ່າວ! ລາວພົບຜູ້ຕິດເຊື້ອໂຄວິດ +6 ຂ່າວສານບ້ານເມືອງ
ເຈົ້າຂອງຫ້ອງແຖວ ໃຈໃຫຍ່ ຍົກເວັ້ນຄ່າເຊົ່າ 1 ເດືອນ ທັງຊ່ວຍອາຫານການກິນ! ຊົມເຊີຍ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme