Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໄມ້ຈັນຫອມ ກັບຄວາມຄວາມເຊື່ອຂອງວັດທະນະທໍາລາວ

Posted on 22/06/202022/06/2020 By All in LAOS No Comments on ໄມ້ຈັນຫອມ ກັບຄວາມຄວາມເຊື່ອຂອງວັດທະນະທໍາລາວ

ໂດຍ Art and Culture of Laos

ໄມ້ຈັນຫອມ ເປັນຕົ້ນໄມ້ມຸງຄຸນ ທີຄົນລາວ ຫລືຄົນໃນປະເທດໃນຊົມພູທະວີ ແລະປະເທດຕາເວັນອອກສ່ຽງໃຕ້ ເຊັ່ນ : ພະມ້າ ໄທ ລາວ ກຳປູເຈຍ…ຖືເປັນຕົ້ນໄມ້ມຸງຄຸນ ທີດີງາມ

ສ່ວນຄົນລາວເຮົານັ້ນຖືເປັນຕົ້ນໄມ້ມຸງຄຸນ ທີກ່ຽວຂ້ອງກັບພຸທທະປະຫວັດຂອງພຣະສັມມາສັມພຸທທະເຈົ້າ ກໍ່ຄືຕອນມີພຣະຣາຊພິທີມຸງຄຸນ ຖວາຍພຣະນາມຂອງເຈົ້າຊາຍສິດທັດຖະ ກໍ່ມີເຄື່ອງຫອມປະກອບມີໄມ້ຈັນຫອມໃນພິທີນັ້ນດ້ວຍ ແລະຕອນທີ ພຣະສັມມາສັມພຸທທະເຈົ້າຊົງດັບຂັນປະຣິນິພານ ແລະໃນພິທີຖວາຍພຣະເພິງ ກໍ່ມີໄມ້ຈັນຫ້ອມເປັນໄມ້ທີເຜົາພຣະສັມມາສັມພຸທທະເຈົ້າ ຄວາມເປັນມາຄວາມເຄົາຣົບນັບຖືສິ່ງສູງສຸດ ທີ່ຕ້ອງມີສິ່ງທີເປັນມຸງຄຸນກ່ຽວກັບໄມ້ຈັນຫອມ ຈຶ່ງສຶບທອດມາສູ່ຄວາມເຊື່ອແລະວັດທະນະທັມລາວເຮົາ

ໄມ້ຈັນຫອມ ຍັງເປັນໄມ້ທີຫອມ ແຕ່ຖ້າຕົ້ນທີຕາຍ ( ຢືນຕົ້ນຕາຍ ຈຶ່ງຈະມີຄວາມຫອມເປັນທີສຸດ ) ຄວາມເຊື່ອນີ້ ຄົງຈະປຽບເຫມືອນບຸກຄົນ ໃຜຜູ້ຫນຶ່ງ ຕອນທີຍັງມີຊີວິດກໍ່ເຮັດສິ່ງທີເປັນປະໂຫຍດ ແກ່ສັງຄົມ ແລະປະເທດຊາດບ້ານເມືອງ ເມື່ອຫມົດອາຍຸໄຂໄປແລ້ວ ກຽດປະຫວັດແລະຊື່ສຽງຍຶ່ງໂດ່ງດັງກະຈອນກະຈາຍໄປທົ່ວສາລະທິດ ປຽບດັ່ງຕົ້ນຈັນທີຕາຍແລ້ວຍັງຈະມີກິ່ນຫອມຫວນໃຫ້ຜູ້ຄົນຣະນຶກເຖິງ ດັ່ງນີ້ແລ. ສະນັ້ນ ຄວາມເຊື່ອຂອງໄມ້ຈັນຫອມ ຈຶ່ງນິຍົມໄປເປັນເຄື່ອງຍ້ອງຍໍສັນລະເສີນສູງສຸດຂອງຄົນໃນສະໄຫມກ່ອນ ຈະນຳໄປເຮັດເປັນໂກດ ເປັນໂລງ ເປັນຟືນ ເປັນໄມ້ຖວາຍເພິງ ແລະເປັນເຄື່ອງປະກອບໃນພິທີກັມຕ່າງໆ ໃຫ້ແກ່ຜູ້ທີເຄົາຣົບສູງສຸດ ເຊັ່ນພຣະສົງ ກະສັດ ເຈົ້ານາຍ ແລະຜູ້ທີມີຄຸນງາມຄວາມດີທັງຫລາຍ…

ການສ້າງເມືອງວຽງຈັນ ການຕັ້ງເມືອງວຽງຈັນໃນສະໄຫມບູຮານນັ້ນ ເພິ່ນກໍ່ໄດ້ເອົາໄມ້ຈັນຫອມ ມາປັກເປັນເສົາເຂດແດນຂອງເມືອງວຽງຈັນ ນອກນັ້ນຍັງເປັນຊື່ທີມີຄວາມຫມາຍທີເປັນມຸງຄຸນ ເປັນ ເຊັ່ນ : ມີຊື່ດອນຈັນ , ພຣະຍາຈັນທະບູຣີປະສິດທິສັກ ( ຈັນທະບູຣີອ່ວຍລ່ວຍ) ເຈົ້າເມືອງວຽງຈັນຜູ້ທຳອິດ , ຫນອງຈັນ , ວັດຈັນ…ແລະເມືອງວຽງຈັນ ແລະເມືອງວຽງຈັນໃນສະໄຫມກ່ອນນັ້ນຍັງມີຕົ້ນຈັນຫອມເກີດຂຶ້ນຢ່າງຫລວງຫລາຍຈົນເປັນປ່າເປັນດົງໄມ້ຈັນ ທົ່ວບໍລິເວນແຫ່ງນີ້ ແລະໄມ້ຈັນຫອມນັບແຕ່ມີການເຮັດພິທີສ້າງເມືອງວຽງຈັນຂຶ້ນມາ

ໃນສະໄຫມພຣະເຈົ້າໂພທິສະຣະຣາຊ ( ພໍ່ຂອງເຈົ້າໄຊຍະເສດຖາທິຣາຊ ) ເພື່ນກໍ່ນຳເອົາໄມ້ຈັນຫອມມາເປັນເສົາຫລັກເມືອງວຽງຈັນໃນຕອນນັ້ນ ແລະເມື່ອປີ ຄສ 2012 ເພິ່ນໄດ້ສ້າງຫໍຫລັກເມືອງວຽງຈັນໃຫມ່ ກໍ່ນຳເອົາໄມ້ຈັນຫອມມາເປັນເສົາຫລັກເມືອງ ເພື່ອເປັນສັນຍາລັກ ເປັນສິຣິມຸງຄຸນໃຫ້ແກ່ບ້ານເມືອງໃຫ້ຈະເຣິນຮຸ່ງເຮືອງ ຫອມຟູ້ງເມືອງຫນ້າຕະຫລອດໄປ ….

ຄຸນປະໂຫຍດຂອງໄມ້ຈັນຫອມ ເຊິ່ງເປັນໄມ້ທີມີກິ່ນຫອມ ຖ້າເປັນຕົ້ນທີຢືນຕົ້ນຕາຍແລ້ວ ກິ່ນຈະຫອມຫລາຍທີສຸດ ຄົນສະໄຫມກ່ອນຈະມັກນຳມາເຮັດຫີບເກັບ ເສື້ອຜ້າອາພອນ , ເຄື່ອງແກະສະຫລັກ ນຳມາເຮັດທູບ , ເຄື່ອງຫອມ ເຮັດຫວີ… ໄມ້ຈັນຫອມຍັງມີຄຸນປະໂຫຍດເປັນຢາຮັກສາໂຣຄພະຍາດອີກນຳ ເຊັ່ນແກ້ເປັນໄຂ້ ,ເລືອດເປັນຜິດ ,ອ່ອນເພຍ ບຳຣຸງຫົວໃຈ… ສ່ວນນ້ຳມັນທີສະກັດຈາກຕົ້ນຈັນຫອມ ຍັງນຳໄປໃຊ້ເປັນເຄື່ອງຫອມ ເຄື່ອງສຳອາງ ແລະຍາຮັກສາໂຣຄຕ່າງໆອີກນຳດ້ວຍ .

ເພາະໃນໄລຍະນີ້ໄດ້ມີພິທີເຮັດຫິບເພື່ອບັນຈຸສະຣິຣະສັງຂານ ດ້ວຍໄມ້ຈັນຫອມ ໃຫ້ແກ່ອົງຍອດພຣະແກ້ວມະຫາສັງຄະສຸທັມມາທິບໍດີ ມະຫາງອນ ດຳຣົງບຸນ ມະຫາເຖຣະເຈົ້າ ຣັດຕະນະມະຫາສັງຄະປາໂມຄ ທີຈະຖວາຍພຣະເພິງໃນວັນທີ 26/06/2020 ຈຶ່ງມີຜູ້ຄົນໃຫ້ຄົນສົນໃຈ ທີກ່ຽວຂ້ອງກັບໄມ້ຈັນຫອມ ທາງເພຈ Art and Culture of Laos ຈຶ່ງໄດ້ສອບຖາມ ຄົ້ນຄວ້າ ຫາຂໍ້ມູນເພື່ອມາເປັນວິທະຍາທານປະກອບສ່ວນໃນການຊາປະນະກິດພຣະສົບ ຂອງອົງພຣະປະມຸກສົງໃນຄັ້ງນີ້ດ້ວຍ.

ໂດຍ: Houmphet Manisouk | Art and Culture of Laos

ຂ່າວສານບ້ານເມືອງ

Post navigation

Previous Post: ກຽມເປີດຖຽງນາພັນລ້ານ ຂອງ ຢູ່ນາ ສະຕູດີໂອ
Next Post: ຊ່ວຍແມ່ລໍາພອນແດ່ ຍ້ອນບໍ່ຢາກຕາຍ ເງິນບໍ່ມີ ກໍ່ເອົາຕົນເອງມາປິ່ນປົວຢູ່ນະຄອນຫລວງວຽງຈັນ

Related Posts

ຈູດທໍາລາຍສິນຄ້າເສື່ອມຄຸນນະພາບ, ໝົດອາຍຸ ແລະ ສິນຄ້າເກືອດຫ້າມມູນຄ່າ 33 ລ້ານກວ່າກີບ ທີ່ ເມືອງສາລະວັນ ຂ່າວສານບ້ານເມືອງ
ໄຊຍະບູລີຫາລືການຄຸ້ມຄອງແຜນຜັງຕົວເມືອງເທດສະບານແຂວງ ຂ່າວສານບ້ານເມືອງ
ໄວຣັດໂຄໂຣນາ ມີຄົນຕິດເຊື້ອສູງເຖິງ 11374 ຄົນ ເສຍຊີວິດ 259 ຄົນແລ້ວ ຂ່າວສານບ້ານເມືອງ
ລົງນາມຮ່ວມມື ກ່ຽວກັບການທົດສອບ ແລະ ຕິດຕາມກວດກາຄຸນນະພາບເຕົາປະຢັດ ທີ່ ຫຼວງພະບາງ ຂ່າວສານບ້ານເມືອງ
ຫ້ອງວ່າການແຂວງບໍ່ແກ້ວ ອອກແຈ້ງການໃຫ້ພະນັກງານລັດຖະກອນ ແລະ ຫົວໜ່ວຍທຸລະກິດຢູ່ພາຍໃນແຂວງ ເລີ່ມປະຈໍາການເປັນປົກກະຕິ ຂ່າວສານບ້ານເມືອງ
ອາລະວາດຄອບຄົວຍ້ອນດີດຫຼາຍອອກລິດຕໍ່ຈິດປະສາດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme