Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຈະຈັດຂຶ້ນໃນລະຫວ່າງວັນທີ 24 ມິຖຸນາ ຫາ ວັນທີ 02 ກໍລະກົດ 2020

Posted on 21/06/202021/06/2020 By All in LAOS No Comments on ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຈະຈັດຂຶ້ນໃນລະຫວ່າງວັນທີ 24 ມິຖຸນາ ຫາ ວັນທີ 02 ກໍລະກົດ 2020

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຈະຈັດຂຶ້ນໃນລະຫວ່າງວັນທີ 24 ມິຖຸນາ ຫາ ວັນທີ 02 ກໍລະກົດ ໜ້ານີ້ທີ່ຫ້ອງປະຊຸມສະພາແຫ່ງຊາດ ຫລັກ 6, ນະຄອນຫລວງວຽງຈັນ, ຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 7 ວັນ ໂດຍບໍ່ລວມວັນພັກ ລັດຖະການ.

ທ່ານ ນາງ ສວນສະຫວັນ ວິຍະເກດ, ກໍາມະການສໍາຮອງສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ຖະແຫລງຂ່າວຕໍ່ສື່ມວນຊົນໃນຕອນບ່າຍ 17 ມິຖຸນາ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ຮັບຟັງການລາຍງານ, ພິຈາລະນາ ແລະ ຕົກລົງຫລາຍວຽກງານສຳຄັນຂອງລັດຖະບານ ແລະ ວຽກງານຂອງສະພາແຫ່ງຊາດ. ນອກຈາກນີ້ ກອງປະຊຸມຈະໄດ້ພິຈາລະນາ ແລະ ຮັບຮອງເອົາການປັບປຸງກົດໝາຍທັງໝົດ 5 ສະບັບ.

  1. ຮ່າງກົດໝາຍວ່າດ້ວຍ ສະພາແຫ່ງຊາດ;
  2. ຮ່າງກົດໝາຍວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ;
  3. ຮ່າງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດແລະສະພາປະຊາຊົນຂັ້ນ ແຂວງ;
  4. ຮ່າງກົດໝາຍວ່າດ້ວຍ ພາສີ;
  5. ຮ່າງກົດໝາຍວ່າດ້ວຍ ການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍ ການປົກປັກຮັກສາ ສິ່ງແວດລ້ອມ ແລະກົດໝາຍວ່າດ້ວຍ ນໍ້າ ແລະຊັບພະຍາກອນນໍ້າ.

ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ແລະ ຄະນະເລຂາທິການສະພາແຫ່ງຊາດ ເຊີນຊວນ ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຈົ່ງຕິດຕາມການດຳເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຄັ້ງນີ້. ໃນໄລຍະດຳເນີນກອງປະຊຸມສະພາ ແຫ່ງຊາດ ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມສະພາແຫ່ງຊາດໃນຄັ້ງນີ້ ໂດຍສາມາດສົ່ງຄຳຄິດຄຳເຫັນ ແລະຄຳສະເໜີໄປຍັງກອງປະຊຸມ ໂດຍຜ່ານ

  • ໂທລະສັບບໍ່ເສຍຄ່າ ໝາຍເລກ: 156
  • ໂທລະສານ ໝາຍເລກ: 021 413528
  • ສົ່ງເປັນຈົດໝາຍທາງໄປສະນີ ຕູ້ ປນ. 662
  • ສົ່ງອີເມວ: na_session@na.gov.la
ຂ່າວສານບ້ານເມືອງ

Post navigation

Previous Post: ກອງປະຊຸມທາງໄກ ລະດັບສູງໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນຕ້ານການລະບາດ ໂຄວິດ-19
Next Post: ຄລິບປະກົດການ ກົບກິນຕາເວັນ (ສຸລິຍະຄາດ ຫຼື ສຸລິຍະປະລາຄາ) 21 ມິຖຸນາ 2020

Related Posts

ຊາວກະສິກອນ 2 ບ້ານ ເມືອງສາລະວັນ ຫັນມາປູກພຶດເປັນສິນຄ້າຫຼາຍຂຶ້ນ ຂ່າວສານບ້ານເມືອງ
ສະຫາຍ ປອ ໂພໄຊ ໄຊຍະສອນ ຂຶ້ນເປັນເຈົ້າແຂວງສາລະວັນ ຜູ່ໃຫມ່ ຂ່າວສານບ້ານເມືອງ
ຄະນະຊາວໜຸ່ມສອງປະເທດລາວ-ຫວຽດນາມຮ່ວມລົງນາມເຊັນສັນຍາກໍ່ສ້າງສູນຝຶກອົບຮົມຊາວໜຸ່ມ,ເຍົາວະຊົນ ຂ່າວສານບ້ານເມືອງ
ຖວທ ແຂວງສະຫວັນນະເຂດ ປະດັບຫຼຽນໃຫ້ກົມກອງ ແລະ ບຸກຄົນດີເດັ່ນໃນບັ້ນປີທ່ອງທ່ຽວລາວ ປີ 2018 ຂ່າວສານບ້ານເມືອງ
ແຈ້ງການເລີ່ມແຕ່ວັນທີ 8 ພະຈິກເປັນຕົ້ນໄປ ທ່ານໃດຖືກຫວຍ 60 ພັນກີບຂຶ້ນໄປ ຕ້ອງເສຍອາກອນລາຍໄດ້ 5% ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ລາວເຮົາບໍ່ມີລາຍງານ ຜູ ້ ເ ສ ຍ ຊ ີ ວິ ດ ແຕ່ຕິດເຊື້ອຍັງສູງ 1358 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme