Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລະວັງ! ເອົາລົດໄປລ້າງ ຖືກລັກສ່ຽນກະແຈ

Posted on 20/06/202020/06/2020 By All in LAOS No Comments on ລະວັງ! ເອົາລົດໄປລ້າງ ຖືກລັກສ່ຽນກະແຈ

ໃນວັນທີ 12 ມິຖຸນາ 2020 ເຈົ້າໜ້າທີ່ໜ່ວຍງານສອບສວນອາຍາ-ເສດຖະກິດ ປກສ ເມືອງຈັນທະບູລີ ນວ ໄດ້ເປີດເຜີຍຂໍ້ມູນກ່ຽວກັບການແກ້ໄຂຄະດີລັກຊັບພົນລະເມືອງ (ລົດຈັກ) ລາຍໜຶ່ງໃຫ້ຮູ້ວ່າ: ຜູ້ທີ່ລົງມືກໍ່ເຫດລັກລົດຈັກ ຢູ່ຮ້ານພິດຊ້າແຫ່ງໜຶ່ງ ບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ ນວ ໄດ້ຢ່າງງ່າຍດາຍ ແມ່ນຍ້ອນເຈົ້າຂອງລົດໄດ້ມາໃຊ້ບໍລິການລ້າງລົດ ຢູ່ຮ້ານທີ່ຕົນເຮັດວຽກຢູ່ ແລ້ວໄດ້ປະລົດພ້ອມກະແຈໄວ້ນໍາ (ຍ້ອນຄວາມໄວ້ໃຈ).

ດັ່ງນັ້ນ, ຜູ້ລົງມືກໍ່ເຫດ ຈິ່ງອອກກົນອຸບາຍ ຂໍຢືມລົດຈັກຄັນດັ່ງກ່າວ ໄປຊື້ອາຫານນໍາເຈົ້າຂອງຮ້ານ ເນື້ອແທ້ແມ່ນນໍາລົດອອກໄປສ່ຽນກະແຈໄວ້ ເພື່ອນໍາມາໃຊ້ກໍ່ເຫດລັກລົດໄດ້ຢ່າງສະບາຍ.


ຕໍ່ກັບການແກ້ໄຂຄະດີດັ່ງກ່າວ ເຈົ້າໜ້າທີ່ໜ່ວຍງານສອບສວນອາຍາ-ເສດຖະກິດ ປກສ ເມືອງຈັນທະບູລີ ນວ ໄດ້ໃຫ້ຮູ້ວ່າ: ພາຍຫຼັງ ໄດ້ຮັບແຈ້ງຄວາມຈາກເຈົ້າຂອງລົດຈັກ ໃນເວລາປະມານ 10:00 ໂມງ ວັນທີ 2 ມິຖຸນາ 2020 ວ່າ: ລົດຈັກຂອງຕົນຖືກຄົນຮ້າຍລັກໄປ ໃນເວລາປະມານ 8:00 ໂມງ ວັນທີ 2 ມິຖຸນາ 2020; ເຊິ່ງຕົນເອງໄດ້ຂັບຂີ່ໄປຈອດໄວ້ ຮ້ານພິດຊ້າ ຢູ່ທາງຂ້າງຮ້ານແປງລົດຈັກ.

ດັ່ງນັ້ນ, ເຈົ້າໜ້າທີ່ປກສ ເມືອງຈັນທະບູລີ ຈິ່ງຮີບຮ້ອນປະສານສົມທົບກັບ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນວ ເພື່ອເກັບກໍາຂໍ້ມູນຫຼັກຖານ ແລ້ວກໍານົດເປົ້າໝາຍ. ຫຼັງຈາກນັ້ນ ກໍສາມາດຮູ້ເປົ້າໝາຍ ແລ້ວສືບຕໍ່ຕິດຕາມນໍາຕົວມາສອບສວນໄດ້ ໃນວັນທີ ວັນທີ 5 ມິຖຸນາ 2020 ຜູ້ຖືກຫາ ແມ່ນ ທ້າວ ທະວີໄຊ ອາຍຸ 25 ປີ ອາຊີບກໍາມະກອນ ບ້ານທ່າງ່ອນ ເມືອງໄຊທານີ ນວ ຢູ່ເຮືອນພັກ ເຂດບ້ານອຸດົມຜົນ ເມືອງໄຊທານີ ນວ ພ້ອມຂອງກາງຄະດີ ລົດຈັກ 1 ຄັນ.

ທ້າວ ທະວີໄຊ ໃຫ້ການຮັບສາລະພາບຕໍ່ເຈົ້າໜ້າທີ່່ ວ່າ: ໃນເວລາປະມານ 8:00 ໂມງ ຂອງເດືອນມິຖຸນາ 2020 ຕົນເອງ ໄດ້ໄປເຮັດວຽກ ຢູ່ຮ້ານແປງລົດຂອງ ທ້າວວິທະຍາ ຢູ່ບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ ນວ. ຫຼັງຈາກນັ້ນ, ປະມານສອງອາທິດ ໄດ້ມີຜູ້ຍິງຂັບຂີ່ລົດຈັກ ສີແດງ ປ້າຍທະບຽນ ດລ 3464 ເຂົ້າມາລ້າງລົດຢູ່ຮ້ານແປງລົດ ບ່ອນທີ່ຕົນເຮັດວຽກຢູ່; ສ່ວນຜູ້ຍິງນັ້ນ ແມ່ນເຮັດວຽກຢູ່ຮ້ານພິດຊ້າ ຂ້າງຮ້ານແປງລົດ. ຕົນເອງຢາກໄດ້ລົດຈັກຄັນດັ່ງກ່າວຈຶ່ງໃຊ້ເລ່ຫຼ່ຽມ ໂດຍບອກເຈົ້າຂອງຮ້ານແປງລົດວ່າ: ຕົນເອງຈະເອົາລົດລູກຄ້າໄປຊື້ເຂົ້າຈີ່.

ຈາກນັ້ນ, ໄດ້ໃຊ້ລົດຄັນດັ່ງກ່າວໄປເຂດບ້ານຈອມມະນີ ເມືອງໄຊເສດຖາ ນວ ເພື່ອຊ່ຽນກຸນແຈໄວ້ 1 ລູກ ແລ້ວຕົນເອງ ໄດ້ຂັບຂີ່ກັບມາຮ້ານ ແລະ ຈອດໄວ້ບ່ອນເກົ່າ. ຫຼັງຈາກນັ້ນ ອີກ 5 ວັນ ໃນເວລາ ປະມານ 10:00 ໂມງ, ຕົນເອງ ໄດ້ເຫັນລົດຈັກຄັນດັ່ງກ່າວ ໄດ້ໃຊ້ກຸນແຈທີ່ລັກຊ່ຽນມາໄປຕິດຈັກລົດ ແລ້ວຂີ່ຫຼົບໜີ ມຸ່ງໜ້າໄປເຂດບ້ານ ທ່າງ່ອນ ເມືອງໄຊທານີ ນວ.

ຈົນຮອດເວລາປະມານ 20:00 ໂມງ ຂອງວັນທີ 5 ມິຖຸນາ 2020 ຈຶ່ງຖືກເຈົ້າໜ້າທີ່ ເຂົ້າກັກຕົວ ຢູ່ເຮືອນພັກ ເຂດບ້ານອຸດົມຜົນ ເມືອງໄຊທານີ ນວ ພ້ອມຂອງກາງລົດຈັກ 1 ຄັນ.


ສໍາລັບລົດຈັກຄັນດັ່ງກ່າວ ເຈົ້າໜ້າທີ່ໜ່ວຍງານສອບສວນອາຍາ-ເສດຖະກິດ ປກສ ເມືອງຈັນທະບູລີ ນວ ຕາງໜ້າໃຫ້ ປກສ ເມືອງຈັນທະບູລີ ນວ ໄດ້ມອບລົດຈັກ ຈໍານວນ 1 ຄັນ ຄືນໃຫ້ເຈົ້າຂອງເດີມແລ້ວ ໃນວັນທີ 12 ມິຖຸນາ 2020.

ຂ່າວສານບ້ານເມືອງ

Post navigation

Previous Post: ນັກໂທດ ປະພຶດຕົນດີ ໄດ້ຮັບການປ່ອຍຕົວກ່ອນກໍານົດ 22 ຄົນ ທີ່ ຫຼວງນ້ຳທາ
Next Post: ກະບະ ປະທະ ກະບະ ຈົນໜ້າຍຸບ ເຈັບ 6 ຄົນ ທີ່ ທ່າແຂກ

Related Posts

ເປີດທາມລາຍ! ຜູ້ທີ່ຕິດເຊື້ອຢູ່ແຂວງວຽງຈັນ ມື້ນີ້​ 1 ຄົນ ຂ່າວສານບ້ານເມືອງ
ປກສ ແຂວງບໍ່ແກ້ວ ກັກໂຕເຈົ້າພໍ່ ຢ າ ເ ສ ບ ຕິ ດ ລາຍໃຫຍ່ 33ເປົ໋າ ຂ່າວສານບ້ານເມືອງ
ຫສນຍ ກຳນົດເປີດຮຽນລະດັບວິທະຍາໄລ-ມະຫາວິທະຍາໄລ ປີ 1-3 ແຕ່ 15 ມິຖຸນານີ້ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວເຮົາພົບຜູ້ຕິດເຊື້ອ +4ຄົນ ຂ່າວສານບ້ານເມືອງ
ການນຳຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ສຳເລັດການເຄື່ອນໄຫວ ສັນທະວະໄມຕີ ຢູ່ ສສ ຫວຽດນາມ ຂ່າວສານບ້ານເມືອງ
ເຂັ້ມງວດລາດຕະເວນຕາມຊາຍແດນຂຶ້ນຫຼັງຈາກພົບໂຄວິດສາຍພັນເດວຕາຈາກແຮງງານນໍາເຂົ້າ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme