ເຈົ້າໜ້າທີ່ ຍັງເລັ່ງຕາມຫາ ຜູ່ກໍ່ເຫດຄາດຕະກໍາເມຍຕົນເອງ ທີ່ຕັ້ງຄັນໄດ້ 9 ເດືອນ
ແຂວງວຽງຈັນ ໜວ່ຍກູ້ຊີບອົງການກາແດງແຂວງວຽງຈັນ ລາຍງານໃຫ້ຮູ້ວ່າ ໃນວັນທີ 18 ມິຖຸນາ 2020 ເວລາ 22:20 ໂມງໄດ້ຮັບແຈ້ງເຫດຜ່ານ ເບີ 023 1625 ວ່າມີເຫດຜົວຄາດຕະກຳເມຍໂຕເອງ ຢູ່ທີ່ບ້ານນາຊູ ເມືອງໂພນໂຮງ ແຂວງວຽງຈັນ

ເມື່ອໜ່ວຍກູ້ຊີບອົງການກາແດງແຂວງວຽງຈັນໄປຮອດບ່ອນເກີດເຫດ ພົບເຫັນຜູ້ເສຍຊີວິດ 01 ຄົນ,ເປັນເພດຍີງ, ອາຍຸ 30 ປີ,

ອາການເບື້ອງຕົ້ນແມ່ນ ມີບາດແຜເປີດທີ່ບໍລິເວນໃບຫນ້າ ແລະຫົວ(ຜູ້ເສຍຊີວິດກຳລັງຖືພາໄດ້ປະມານ 9 ເດືອນ). ໜ່ວຍກູ້ຊີບອົງການກາແດງແຂວງວຽງຈັນຈື່ງໄດ້ຫໍ-ມ້ຽນສົບຜູ້ເສຍຊີວິດແລ້ວນຳສົ່ງມາທີ່ໂຮງໜໍແຂວງວຽງຈັນ (ໂຮງເຢັນ).

ສ່ວນລາຍລະອຽດເຫດຈູງໃຈຂອງການຄາດຕະກໍາແມ່ນຍັງຢູ່ໃນຂັ້ນຕອນການສັນນະສູດຫລັກຖານຂອງເຈົ້າຫນ້າທີ່. ຂໍສະແດງຄວາມເສຍໃຈນຳຍາດພີ່ນ້ອງຜູ້ເສຍຊີວິດ.
