Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກະຊວງການຕ່າງປະເທດ ແຈ້ງຂ່າວ ການລະງັບອອກ VISA ໃຫ້ຄົນລາວ ໄປ ອາເມຣິກາ

Posted on 20/06/202020/06/2020 By All in LAOS No Comments on ກະຊວງການຕ່າງປະເທດ ແຈ້ງຂ່າວ ການລະງັບອອກ VISA ໃຫ້ຄົນລາວ ໄປ ອາເມຣິກາ

ກົດກົງສຸນ ກະຊວງການຕ່າງປະເທດ ຂໍຖືເປັນກຽດແຈ້ງມາພໍ່ແມ່, ພີ່ນ້ອງປະຊາຊົນລາວທຸກທົ່ວໜ້າ, ໂດຍອີງຕາມຈົດໝາຍແຈ້ງຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ສະບັບເລກທີ 20-334/CONS, ລົງວັນທີ 6 ເມສາ 2020, ຊາບວ່າ: ເລີ່ມແຕ່ວັນທີ 01 ເມສາ 2020 ເປັນຕົ້ນມາ,ສະຖານເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມຣິກາ ທີ່ ນະຄອນຫຼວງວຽງຈັນ ໄດ້ງົດການອອກວິຊາ (Visa) ເຂົ້າ ສະຫະລັດ ອາເມລິກາໃຫ້ແກ່ພົນລະເມືອງລາວ ທີ່ມີຈຸດປະສົງເດີນທາງໄປ ສະຫະລັດ ອາເມຣິກາ ແບບບໍ່ເປັນທາງການ ເຊັ່ນ: ທ່ອງທ່ຽວ, ຢ້ຽມຢາມ, ໄປເຂົ້າຮ່ວມຝຶກອົບຮົມ, ໄປສຶກສາຮໍ່າຮຽນ, ໄປອອກແຮງງານ ແລະ ໂຄງການແລກປ່ຽນຕ່າງໆ, ເດີນທາງຜ່ານ, ໄປຫາຄູ່ໝັ້ນ, ໄປຫາຜົວ ຫຼື ເມຍ, ເອົາລູກໄປຢູ່ນຳພໍ່ແມ່ທີ່ອາເມຣິກາ ແລະ ອື່ນໆ (ຍົກເວັ້ນບຸກຄົນທີ່ຈະໄປວຽກທາງການໃນຂອບເຄືອຂ່າຍ ຂອງອົງການສະຫະປະຊາຊາດ ຫຼື ໄປປະຕິບັດໜ້າທີ່ຢູ່ສຳນັກງານຜູ້ຕາງໜ້າການທູດ ແຫ່ງ ສປປ ລາວ ປະຈຳ ສະຫະລັດ ອາເມຣິກາ, ຊຶ່ງຍັງຈະໄດ້ຮັບການສືບຕໍ່ພິຈາລະນາ).

ການງົດອອກວີຊາປະເພດທີ່ກ່າວມານັ້ນ ໃຫ້ແກ່ພົນລະເມືອງລາວຂອງ ສະຖານທູດ ສະຫະລັດ ອາເມຣິກາ ເປັນການສືບຕໍ່ປະຕິບັດມາດຕະການດ້ານວີຊາຂອງ ລັດຖະບານ ສະຫະລັດ ອາເມຣິກາ ທີ່ບັງຄັບໃຊ້ຕໍ່ ສປປ ລາວ ເຮົາ, ດ້ວຍເຫດຜົນທີ່ວ່າ ລັດຖະບານ ສປປ ລາວ ບໍ່ສາມາດຕອບສະໜອງຕາມຄວາມຮຽກຮ້ອງຂອງລັດຖະບານ ສະຫະລັດ ອາເມຣິກາ ໃນການຮັບເອົາຈຳນວນຄົນທີ່ກະທຳຜິດກົດໝາຍ ຢູ່ ສະຫະລັດ ອາເມຣິກາ, ຊຶ່ງອ້າງວ່າເປັນພົນລະເມືອງລາວ ແລະ ຕ້ອງການສົ່ງກັບມາ ສປປ ລາວ.

ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງພໍ່ແມ່ ພີ່ນ້ອງແລະ ປະຊາຊົນລາວ ທຸກທົ່ວໜ້າຮັບຊາບ ແລະ ໂຈະການຍື່ນຄຳຮ້ອງຂໍສຳພາດຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມຣິກາ ທີ່ ນະຄອນຫຼວງວຽງຈັນ ຈົນກວ່າຈະໄດ້ຮັບແຈ້ງການສະບັບໃໝ່.

ຂ່າວສານບ້ານເມືອງ

Post navigation

Previous Post: ແຈ້ງການ ປິດນໍ້າປະປາ ເຂດເມືອງໄຊເສດຖາ ເພື່ອປ່ຽນຖ່າຍ ປະຕູນໍ້າ 23/6/2020
Next Post: ຂ່າວດ່ວນ! ປະຊາຊົນພົບເຫັນ ສົບຟູນ້ຳ ເຂດຂົວເມືອງນ້ອຍ

Related Posts

ເຕືອນຝົນຕົກໜັກ! ລະດັບນໍ້າໃນແມ່ນໍ້າຈະເພີ່ມສູງຂຶ້ນ ຂ່າວສານບ້ານເມືອງ
ແຈ້ງການ! ປິດຕະຫຼາດກາງຄືນຊົ່ວຄາວເພື່ອກຽມງານບຸນຊ່ວງເຮືອ ທີ່ນະຄອນຫຼວງວຽງຈັນ ປີນີ້ ຂ່າວສານບ້ານເມືອງ
ປກສ ກຸ່ມໂພນທອງສຶກສາອົບຮົມເປົ້າໝາຍ ມົ້ ວ ສຸ ມ ຢ າ ເ ສ ບ ຕິ ດ ຈຳນວນ 4ຄົນ ຂ່າວສານບ້ານເມືອງ
ເຈົ້າຂອງປໍ້າ ທາດຫລວງຊີ້ແຈງແລ້ວ ບໍ່ມີມູນຄວາມຈີງ ເປັນພຽງການຢາຍບັດຄິວ ຂ່າວສານບ້ານເມືອງ
ຊົມເຊີຍ ປກສ ນວ! ໃຊ້ເວລາ 7 ຊົ່ວໂມງ ສາມາດຈັບຜູ້ລົງມືປຸ້ນຊັບໄດ້ 2 ຄົນ ຂ່າວສານບ້ານເມືອງ
ປະກັນສັງຄົມ ຈ່າຍເງິນວ່າງງານໃນຊ່ວງໂ ຄ ວິ ດ ໃຫ້ກັບ 36 ຫົວໜ່ວຍ, 2 ພັນກວ່າຄົນ ເປັນເງິນ 1,3 ຕື້ ກວ່າກີບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme