Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ ໄດ້ສືບຕໍ່ປະຕິບັດມາດຕະການເພືີ່ອປ້ອງກັນການລະບາດຂອງພະຍາດ COViD-19 ຢູ່ໃນໂຮງຮຽນ.

Posted on 19/06/202019/06/2020 By News No Comments on ພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ ໄດ້ສືບຕໍ່ປະຕິບັດມາດຕະການເພືີ່ອປ້ອງກັນການລະບາດຂອງພະຍາດ COViD-19 ຢູ່ໃນໂຮງຮຽນ.

ທ່ານ ສົມຊາຍ ສີສະຫວັດ ຮອງຫົວໜ້າພະແນກສຶກສາທິການ-ກິລາແຂວງບໍ່ແກ້ວ ໄດ້ໃຫ້ສຳພາດວ່າ: ໂດຍອີງຕາມແຈ້ງການ ຂອງກະຊວງສຶກສາທິການ-ກິລາ ມາຮອດປະຈຸບັນແຂວງບໍ່ແກ້ວແມ່ນໄດ້ເປີດໂຮງຮຽນທຸກຊັ້ນຮຽນເປັນປົກກະຕິແລ້ວ ເພື່ອໃຫ້ນັກຮງນ-ນັກສຶກສາຈົບຕາມຫຼັກສູດຂອງກະຊວງສຶກສາທິການ-ກິລາ ແຕ່ເພື່ອຮັບປະກັນການປ້ອງກັນພະຍາດCOVID-19

Image may contain: 1 person, sitting and flower

ດັ່ງນັ້ນຈຶ່ງໄດ້ອອກແຈ້ງການແບ່ງຄວາມຮັບຜິດຊອບລົງຕິດຕາມຊຸກຍູ້ຢ່າງໃກ້ຊິດໂດຍສະເພາະໄດ້ແນະນຳ ຜູ້ບໍລິຫານຄູ-ອາຈານ ແລະ ນ້ອງນັກຮຽນເປັນຕົ້ນແມ່ນການຈັດຫ້ອງຮຽນ ແບ່ງຂັ້ນ-ຊັ້ນຮຽນແບ່ງຫ້ອງຮຽນ. ການຈັດບ່ອນນັ່ງ ໂຕະ-ຕັ່ງແຕ່ລະຄົນຫ່າງກັນ 1ແມັດຂື້ນໄປ ແລະ ຄູອາຈານນ້ອງນັກຮຽນແຕ່ລະຄົນຕ້ອງໄດ້ໃສ່ຜ້າປິດປາກ-ດັງເວລາພັກຜ່ອນຕ້ອງລ້າງມືດ້ວຍນຳ້ສະອາດໃສ່ສະບູ ຫຼື ເຈວລ້າງມືທຸກຄັ້ງພ້ອມດຽວກັນນັ້ນໄດ້ແນະນຳຄູບໍ່ໃຫ້ນັກຮຽນຈັດກຸ່ມກ້ອນຮ່ວມກັນເວລາພັກຜ່ອນ ຫຼື ຫຼີ້ນກິດຈະກຳຕ່າງໆຖ້າຈັດແມ່ນໃຫ້ເວັ້ນໄລຍະຫ່າງ 1ແມັດຂຶ້ນໄປ. ການລົງເຄື່ອນໄຫວເກັບກຳຂ່າວຄັ້ງນີ້ແມ່ນການຮ່ວມມືຂອງສູນສື່ສານເພື່ອສຸຂະພາບ-ສຸຂະສຶກສາ ກະຊວງສາທາລະນະສຸກ ແລະ ອົງການອຸຍນີເຊັບ.

Image may contain: one or more people, people sitting, table and indoor
Image may contain: one or more people, people sitting, table and indoor
ຂ່າວສານບ້ານເມືອງ

Post navigation

Previous Post: ເກີດອຸປະຕິເຫດ! ລົດຕົກລົງເຫວ ຢູ່ດອຍ ບ້ານທ່າຟ້າ ເມືອງຫວ້ຍຊາຍ
Next Post: ການກໍ່ສ້າງຝ່າຍນ້ຳລີນຂອງ ບ້ານສີດາ, ເມືອງຫຼວງນໍ້າທາ

Related Posts

ຂ່າວດ່ວນປັບຂຶ້ນລາຄານໍ້າທົ່ວປະເທດ ຂ່າວສານບ້ານເມືອງ
ສຳເລັດກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ ປະຈຳປີ 2020 ຂ່າວສານບ້ານເມືອງ
5 ເດືອນຕົ້ນປີ 2022 ປະຊາຊົນນຳລົດມາຂຶ້ນ ທະບຽນກວ່າ 21 ພັນຄັນ ລົດໄຟຟ້າ 257 ຄັນ ຂ່າວສານບ້ານເມືອງ
ຄະນະນໍາແຂວງຈໍາປາສັກ ຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດ ຂ່າວສານບ້ານເມືອງ
ມອບ-ຮັບໜ້າທີ່ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ຂ່າວສານບ້ານເມືອງ
ເຂດເລືອກຕັ້ງທີ 05 ແຂວງບໍ່ແກ້ວ ມີຈຳນວນຜູ້ສະໝັກ 09 ທ່ານ, ເລືອກເອົາ 06 ທ່ານ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme